LaoDictionary.net | ວັດຈະນານຸກົມພາສາລາວ ເພື່ອຄົນລາວ.
ເກີດເປັນຄົນລາວ ຈົ່ງຮູ້ໃຊ້ພາສາລາວ ເຮົາຄົນລາວຖ້າບໍ່ໃຊ້ພາສາລາວ ແລ້ວຄົນຜູ່ໃດຈະມາໃຊ້ ພາສາເຮົາ?

ກວ ກອ ກະ ກັ ກາ ກຳ ກິ ກີ ກຶ ກື ກຸ ກູ ກົ ກຽ ກ່ ກ້ ກ໊ ກໍ
ຜົນການຊອກຫາ: 355 ໜ້າທີ 17 ຈາກທັງໝົດ 18 ໜ້າ
ກະແທະ
ນ. ກຽນ. (ຂ. ຣະແຕະ)
ກະແສ
1 ນ. ນ້ຳ, ແມ່ນ້ຳ, ທາງ ຫລື ສາຍ (ກະແສລົມ ສາຍລົມ), ຫາງສຽງ, ສຽງເວົ້າ (ຟັງກະແສສຽງເວົ້າ). 2 ນ. ຊື່ຫນອງໃຫຍ່ແຫ່ງນຶ່ງຢູ່ປະເທດຈີນ ເຊິ່ງທຸກວັນນີ້ເອີ້ນວ່າ ຕາລີຟູ ລາວເຮົາເອີ້ນ ຫນອງກະແສ ຫລື More…
ກະແຫລ່ງ
1 ນ. ເຄື່ອງຊັ່ນໃຫ້ມີສຽງດັງ ສຳລັບແຂວນຄໍສັດ ເຮັດດ້ວຍເຫລັກເປັນແຜ່ນຕີທົບເຂົ້າກັນ ແລະ ມີລູກແຂວນທາງໃນ (ເອີ້ນ ຫມາກກະແຫລ່ງ). 2 ນ. ເສື້ອຊັ້ນໃນຂອງຜູ່ຍິງ ຢ່າງບໍ່ມີແຂນ ຮູບຄື ຫມາກກະແຫລ່ງ (ເອີ້ນ More…
ກະໂຈກ
(ເບິ່ງ ໂຈກ)
ກະໂຊ້
1 ນ. ເຄື່ອງໃຊ້ສານດ້ວຍໄມ້ໄຜ່ ມີ 2 ຢ່າງຄື: 1. ກະໂຊ້ສະນ້ຳ ຮູບຍາວ ມີຄັນຈັບ 2. ກະໂຊ້ກວຽນ ສຳລັບປູພື້ນກວຽນ ເພື່ອຮອງສິ່ງຂອງ. 2. ນ. ຊື່ແມງແນວນຶ່ງ ຕົວນ້ອຍ ຢູ່ໃນນ້ຳ ຮູບຄືກະໂຊ້ສະນ້ຳ.
ກະໂຍມ
ນ. ຄົນຊາວບ້ານ (ເປັນຄຳພຣະພິຂຸ ເອີ້ນຊາວບ້ານ)
ກະໂດກ
(ເບິ່ງ ໂກນໂດກ)
ກະໂດງ
ນ. ເສົາສູງທີ່ຕັ້ງຢູ່ໃນເຮືອສຳເພົາ ສຳລັບຜູກ ແຜ່ນຜ້າ ເຮັດເປັນໃບໃຫ້ລົມພັດ ເພື່ອໃຫ້ເຮືອແລ່ນໄປ ດ້ວຍກຳລັງລົມ.
ກະໂດດ
ກ. ເຕັ້ນ.
ກະໂດນ
ນ. ໄມ້ຈຳພວກນຶ່ງ ໃບ ແລະ ເປືອກມີລົດຝາດ ໃບອ່ອນໃຊ້ເປັນອາຫານໄດ້ ມີ 3 ແນວຄື: 1. ກະໂດນໂຄກ ເປັນຕົ້ນໄມ້ໃຫຍ່ 2. ກະໂດນນ້ຳ ເປັນຕົ້ນໄມ້ຂະຫນາດນ້ອຍ ແລະມັກເກີດຕາມທາມ 3. ກະໂດນເບ້ຍ ເປັນໄມ້ພຸ່ມ More…
ກະໂຕກ
(ເບິ່ງ ໂຕກ)
ກະໂຕ່ນ
(ເບິ່ງ ໂຕ່ນ)
ກະໂຖນ
ນ. ງ້ຽງ.
ກະໂນນ
ນ. ເນື້ອຫນັງຂອງຄົນ ແລະ ສັດ ບ່ອນຊື່ດູກສັນຫລັງສຸດ.
ກະໂບກ
(ເບິ່ງ ໂບກ)
ກະໂບກຫົວ
ນ. ຫົວ, ດູກຫົວ: “ ມີຮ່າງເຮົາເຫງກົ້ມ ກະໂບກຫົວສູໄຕ່ໄປລີ້ ” (ສິນໄຊ)
ກະໂປກກະເປກ
ວ. ບໍ່ກ້ຽງ, ບໍ່ສະເຫມີ, ບໍ່ຮຽບ.
ກະໂປງ
ນ. ສິ້ນນຸ່ງແບບຍຸໂຣບ.
ກະໂປະ
ນ. ສ່ວນແຂງຂອງຫມາກໄມ້ ທີ່ຫຸ້ມນວນໄວ້ ດັ່ງຫມາກພ້າວ ຫມາກຕູມ ເປັນຕົ້ນ.
ກະໂພກ
1 ນ. ອະໄວຍະວະສ່ວນກົ້ນທັງສອນຂ້າງຂອງຄົນແລະສັດ. 2 ນ. ເຄື່ອງຈູດໃຫ້ມີສຽງດັງທຳດ້ວຍເຈ້ຍ ຫລືບັ້ງໄມ້ປ່ອງ ມີສາມຢ່າງຄື: 1 ກະໂພກເຈ້ຍ, 2 ກະໂພກບັ້ງ ເອົາຫມື້ໃສ່ບັ້ງແລ້ວໃສ່ກະນວນຈູດ, 3 ກະໂພກນ້ຳ More…
ວັຈນານຸກົມພາສາລາວ ໂດຍ ມະຫາສິລາ ວີຣະວົງສ໌ LaoDictionary.net | ວັດຈະນານຸກົມພາສາລາວ, ລາວແປລາວ, ລາວແປອັງກິດ ແລະອັງກິດແປລາວ.
  ຄວາມເປັນມາ໑໐ ອັນດັບສົ່ງຄຳຕິຊົມເຂົ້າໃຊ້ລະບົບ ຂຶ້ນເທິງສຸດ
© ໒໐໐໙ - ໒໐໑໐ LaoDictionary.net XHTML | CSS ລະບົບຄຳສັບໂດຍ Glossword ໑.໘.໑໑