LaoDictionary.net | ວັດຈະນານຸກົມພາສາລາວ ເພື່ອຄົນລາວ.
ເກີດເປັນຄົນລາວ ຈົ່ງຮູ້ໃຊ້ພາສາລາວ ເຮົາຄົນລາວຖ້າບໍ່ໃຊ້ພາສາລາວ ແລ້ວຄົນຜູ່ໃດຈະມາໃຊ້ ພາສາເຮົາ?

ກວ ກອ ກະ ກັ ກາ ກຳ ກິ ກີ ກຶ ກື ກຸ ກູ ກົ ກຽ ກ່ ກ້ ກ໊ ກໍ
ຜົນການຊອກຫາ: 355 ໜ້າທີ 16 ຈາກທັງໝົດ 18 ໜ້າ
ກະແຈ
ນ. ເຄື່ອງໃສ່ປະຕູ, ຕູ້, ຫີບ ເປັນຕົ້ນ ເພື່ອໃຫ້ໄຂບໍ່ໄດ້ ທຳດ້ວຍໂລຫະ ຫລື ໄມ້ ມີໄລເກາະທາງໃນ ແລະມີລູກສຳລັບໄຂ (ປ. ກຸນຈິກາ).
ກະແຈດານ
ນ. ກະແຈໄມ້ແບບບູຮານ ຝັກ ແລະໄລ ຕິດຢູ່ກັບຝາປະຕູດ້ານໃນ (ດັ່ງດຽວກັບກະແຈຕູ້ ທຸກວັນນີ້)
ກະແຈມື
ນ. ກະແຈເປັນວົງມົນໆ ສຳລັບໃສ່ຄໍ່ມືຜູ່ກະທຳຜິດ.
ກະແຈະ
1 ນ. ແປ້ງຫອມ, ຝຸ່ນຈັນຫອມ. 2 ນ. ຊື່ແຂວງຫນຶ່ງໃນປະເທດຂະເຫມນ ຢູ່ຕໍ່ແດນປະເທດລາວ ແຂວງຈຳປາສັກ.
ກະແຊ
1 ນ. ຊື່ການຫລິ້ນແນວນຶ່ງ ຂອງພວກລາວເຫນືອ, 2 ນ. ຊື່ພະຍາດເຈັບທ້ອງແນວນຶ່ງ ມີອາການເຈັບສຽບ.
ກະແຊງ
ນ. ຊື່ເຮືອໃຫຍ່ທີ່ມີແປ້ນບອງຂ້າງ ສຳລັບຍ່າງຖໍ່ ເອີ້ນວ່າ ເຮືອກະແຊງ.
ກະແຍງ
1 ນ. ຊື່ປາແນວນຶ່ງ ຕົວນ້ອຍ ມີງ່ຽງຢູ່ແຄມຫູ ແລະ ສັນຫລັງ. 2 ນ. ຊື່ຜັກແນວນຶ່ງ ກິ່ນຂິວ ເກີດຕາມໄຮ່ນາ ໃນລະດູຝົນ.
ກະແຍງໂຄ
ນ. ປາກະແຍງແນວຕົວໃຫຍ່.
ກະແດບເດົ້າ
ນ. ຊື່ນົກແນວນຶ່ງ ເປັນນົກຫາກິນຕາມແຄມນ້ຳ ຕົວນ້ອຍ ຂົນສີຫມົ່ນ ເວລາຢືນ ທຳອາການເດົ້າງັບໆ. ນົກກະແດບດິນ ກໍວ່າ : “ຈິບກ່າປໍ້ ເປຍຝ້າຍກະແດບດິນ” (ສິນໄຊ)
ກະແດບໆ
(ດັ່ງດຽວກັນກັບ ກະເດບໆ ແຕ່ເປັນອາການ ຂອງຕົວນ້ອຍ)
ກະແດ່ວ
(ດັ່ງດຽວກັບກະເດ່ວ ແຕ່ເປັນອາການຂອງຜູ່ນ້ອຍ)
ກະແດ້ງ
ວ. ຫ່ຽວແຫ້ງ, ແຫ້ງ: “ຂາກະທວຍແຫ້ງ ອັນກະແດ້ງດ້ວຍແດດ ແລະ ແປວໄຟ” (ເວດສັນຕຣະ)
ກະແຕ
ນ. ສັດສີ່ຕີນແນວນຶ່ງ ຈຳພວກໄຕ່ໄມ້ ຕົວຂະຫນາດກະຮອກດຳ ຂົນທັງສອງຂ້າງ ມີສີຂາວເປັນແຊກ.
ກະແຕບ
(ເບິ່ງ ແຕບ)
ກະແຕລອດຂອນ
ນ. ຊື່ພຸ່ມໄມ້ແນວນຶ່ງ ມີຫົວໃຊ້ເຮັດຢາ (ຫົວຄ້ອນກະແຕ ກໍວ່າ)
ກະແຕະ
ນ. ເຄື່ອງສານດ້ວຍໄມ້ໄຜ່, ສານລາຍຂັດເປັນແຜ່ນ ສຳລັບຕາກຂອງ ຫລື ເຮັດຝາ (ຝາແຕະ ກໍວ່າ)
ກະແຕແຊ
ນ. ຝາອັດກະຕ່າສຳລັບໃສ່ປາ (ແຕແຊ ກໍວ່າ)
ກະແຕແຮ
(ເບິ່ງ ກະແຕແຊ)
ກະແທກ
ກ. ແດກ, ທັ່ງ.
ກະແທວ
ນ. ໄມ້ພຸ່ມແນວນຶ່ງ ຕາມງ່າແລະຕົ້ນ ມີຫນາມງໍ ແລະ ຄົມ.
ວັຈນານຸກົມພາສາລາວ ໂດຍ ມະຫາສິລາ ວີຣະວົງສ໌ LaoDictionary.net | ວັດຈະນານຸກົມພາສາລາວ, ລາວແປລາວ, ລາວແປອັງກິດ ແລະອັງກິດແປລາວ.
  ຄວາມເປັນມາ໑໐ ອັນດັບສົ່ງຄຳຕິຊົມເຂົ້າໃຊ້ລະບົບ ຂຶ້ນເທິງສຸດ
© ໒໐໐໙ - ໒໐໑໐ LaoDictionary.net XHTML | CSS ລະບົບຄຳສັບໂດຍ Glossword ໑.໘.໑໑