LaoDictionary.net | ວັດຈະນານຸກົມພາສາລາວ ເພື່ອຄົນລາວ.
ເກີດເປັນຄົນລາວ ຈົ່ງຮູ້ໃຊ້ພາສາລາວ ເຮົາຄົນລາວຖ້າບໍ່ໃຊ້ພາສາລາວ ແລ້ວຄົນຜູ່ໃດຈະມາໃຊ້ ພາສາເຮົາ?

ຜົນການຊອກຫາ: 1,712 ໜ້າທີ 82 ຈາກທັງໝົດ 86 ໜ້າ
ແສ້ວ
ກ. ຫຼົບຫຼີກ, ລອບລີ້ (ກິນແລ້ວ ແສ້ວໜີ)
ແຫ
ນ. ເຄື່ອງຫາປາແນວນຶ່ງ ສານດ້ວຍປ່ານ ຫລື ຝ້າຍ ເປັນຕາ ໃຊ້ວ່ານລົງໃນນ້ຳ, ວ. ບໍ່ຄຸ້ນ, ແຄະ
ແຫກ
ກ. ຜ່າໄປທາງກາງ, ເຮັດໃຫ້ຂາດແລ່ງໄປ.
ແຫະ
ວ. ບໍ່ຄຸ້ນ, ແຄະ
ແຫ່
ກ. ອ້ອມ, ເຝົ້າ, ໄປເປັນຫມູ່, ໄປເປັນລະບຽບ ເພື່ອສົ່ງ ດັ່ງແຫ່ກະຖິນ, ໄປນຳເຈົ້ານາຍ, ແຫ່ແຫນ, ກ. ແວດລ້ອມຮັກສາ
ໂກ
ນ. ຊື່ຕົ້ນໄມ້ແນວນຶ່ງ ຫນ່ວນມົນ ມີຢາງຫນຽວ ຢາງໃຊ້ຍ້ອມແຫແລະມອງ. ໂກເກືອ ນ.ຕົ້ນໄມ້ຈຳພວກ ຕົ້ນໂກ ແຕ່ໃບນ້ອຍກວ່າໃບໂກ ແລະບໍ່ມີຫມາກ.
ໂກກ
ນ. ລີງ; ວ. ມີອາການດັ່ງລີງ, ບໍ່ມີຄວາມອາຍ.
ໂກກະມຸດ
ນ. ດອກບົວແດງ (ປ.ໂກກມຸທ)
ໂກກິລາ
ນ. ນົກກາເວົາ (ປ.)
ໂກງ
ກ. ສໍ້, ທຳໂດຍບໍ່ຊື່ສັດ; ວ. ບໍ່ຊື່ສັດ, ຄົດ.
ໂກດ
1 ນ. ຈຳນວນນັບທໍ່ກັບສິບລ້ານ (10.000.000) (ປ. ໂກຕິ). 2 ຄຽດຮ້າຍ (ເບິ່ງ ໂກທາ) (ປ. ໂກທ). 3 ນ. ສາງ, ຫີບ, ໂລງໃສ່ຄົນຕາຍ ໃຊ້ສຳລັບເຈົ້າແຜ່ນດິນ ວ່າ ພຣະໂກດ (ເບິ່ງ ໂກສະ). 4 ນ. ເຄື່ອງຢາຈຳພວກນຶ່ງ More…
ໂກດຖາດ
ນ. ສ່ວນ, ພູດ (ແບ່ງ ສາມໂກດຖາດ) (ປ. ໂກຕຖາສ)
ໂກຕິ
ນ. ຍອດ, ສົ້ນ, ບ່ອນສຸດ, ຈຳນວນນັບທໍ່ກັບ 10 ລ້ານ (ປ.)
ໂກທະ
ນ. ຄວາມຄຽດ. ກ. ຄຽດຮ້າຍ.
ໂກທາ
1 ນ. ຕົ້ນໄມ້ແນວນຶ່ງ ຕາມຕົ້ນມີຫນາມເປັນຕຸ່ມໆ ໃບເປັນແກວສາມແກວກ. 2 ກ. ຄຽດຮ້າຍ (ປ.ໂກທ)
ໂກນ
ນ. ຮູທີ່ຢູ່ໃນໄມ້, ຮູໃນຕົ້ນໄມ້.
ໂກນທັນຍະ
ນ. ນາມພຣະສາວົກຂອງພຣະພຸທເຈົ້າ ເຊິ່ງອອກບວດຕາມພຣະພຸທເຈົ້າ ກ່ອນອົງອື່ນໆ ແລະ ໄດ້ເປັນພຣະອໍຣະຫັນກ່ອນຫມູ່ (ປ.)
ໂກນາຄົມ
ນ. ນາມພຣະພຸທເຈົ້າອົງທີ 2 ໃນພັທກັບນີ້ (ປ. ໂກນາຄມມ)
ໂກມາຣະພັດ - ໂກມາລະພັດ
ນ. ຜູ່ລ້ຽງເດັກນ້ອຍ, ຊື່ນາຍແພດຂອງພຣະຍາພິມພິສານໃນສະໄຫມພຸທການ ຖືວ່າ ເປັນນາຍແພດຜູ່ສັກສິດ (ປ. ໂກມາຣພັຈຈ)
ໂກມຸດ
ນ. ດອກບົວແດງ (ປ. ໂກມຸທ)
ວັຈນານຸກົມພາສາລາວ ໂດຍ ມະຫາສິລາ ວີຣະວົງສ໌ LaoDictionary.net | ວັດຈະນານຸກົມພາສາລາວ, ລາວແປລາວ, ລາວແປອັງກິດ ແລະອັງກິດແປລາວ.
  ຄວາມເປັນມາ໑໐ ອັນດັບສົ່ງຄຳຕິຊົມເຂົ້າໃຊ້ລະບົບ ຂຶ້ນເທິງສຸດ
© ໒໐໐໙ - ໒໐໑໐ LaoDictionary.net XHTML | CSS ລະບົບຄຳສັບໂດຍ Glossword ໑.໘.໑໑