LaoDictionary.net | ວັດຈະນານຸກົມພາສາລາວ ເພື່ອຄົນລາວ.
ເກີດເປັນຄົນລາວ ຈົ່ງຮູ້ໃຊ້ພາສາລາວ ເຮົາຄົນລາວຖ້າບໍ່ໃຊ້ພາສາລາວ ແລ້ວຄົນຜູ່ໃດຈະມາໃຊ້ ພາສາເຮົາ?

ພະ
ຜົນການຊອກຫາ: 16 ໜ້າທີ 1 ຈາກທັງໝົດ 1 ໜ້າ
ພະກາ
ນ. ນົກຍາງ (ປ.)
ພະຄະ
ນ. ຄວາມຈະເລີນ, ໂຊກລາບ (ປ.)
ພະຄະວະດີ
ນ. ເປັນຄຳຮຽກສັດຕີທີ່ຄວນເຄົາລົບ ດັ່ງ ພະມະເຫສີ, ນາງອຸມາ, ພະລັກສະມີ (ສ.ປ.)
ພະຄະວັດ-ພະຄະວາ-ພະຄະວັນ
ນ. ນາມພຣະພຸທເຈົ້າ, ພຣະເປັນເຈົ້າ (ປ.)
ພະຄັນທະລາ
ນ. ໂຣກລິດສະດວງທະວານຫນັກ (ປ.)
ພະຄີນີ
ນ. ນ້ອງສາວ (ປ.)
ພະງາ
ວ. ງາມ.
ພະຍານ
ນ. ຜູ່ຮູ້ເຫັນເຫດການ, ຄົນ, ເອກະສານ ຫລື ສິ່ງຂອງທີ່ອ້າງເປັນຫລັກຖານ (ພິຍານ ກໍວ່າ)
ພະຍຸ-ພະຍູ
ນ. ລົມແຮງ, ລົມແດງ, ໂຣກຮ້າຍທີ່ເກີດຂຶ້ນແກ່ຄົນ ແລະສັດ ຕາຍເທື່ອລະຫລາຍໆ (ຂ.)
ພະຍຸຫະ
ນ. ຫມູ່, ພວກ, ກະບວນ, ກອງທັບ. ພະຍຸຫະຍາດຕາ ກ. ໄປເປັນກະບວນທັບ (ສ. ພຍຸຫຍາຕຣາ). ພະຍຸຫະເສນາ - ພະຍຸຫາໂຍທາ ນ. ຫມູ່ພົນຮົບ, ກະບວນພົນຮົບ, ຫົວເສິກ.
ພະຍົດ
ວ. ຕຶ້, ເອົາແຕ່ໃຈໂຕ (ອາການຂອງເດັກໄຫ້ພາໂລ)
ພະທູ
ນ. ຜູ່ສາວ, ຜູ່ຍິງ (ປ.)
ພະສຸ
ນ. ຊື່ເທວະດາຈຳພວກນຶ່ງ, ຊັບສົມບັດ, ຄວາມມັ່ງມີ, ວ. ດີ, ປະເສີດ, ໃຈດີ, ກະລຸນາ (ປ.)
ພະສຸທາ
ນ. ແຜ່ນດິນ, ພະສຸນທະລາ ນ. ແຜ່ນດີນ, ພະສຸທາດົນ ນ. ພື້ນແຜ່ນດິນ (ປ. ພສຸທາດລະ)
ພະສຸສົງການ
ນ. ເວລາທີ່ພະອາທິດໂຄຈອນເຖິງເຂດໃກ້ສຸດກັບໂລກ ໃນລະຫວ່າງວັນທີ 4 ມັງກອນ ຮຽກວ່າພະສຸສົງການເຫນືອ (Perihelion) ກັບໂຄຈອນໄປເຖິງບ່ອນຫມາຍໄກສຸດຈາກ ໂລກໃນລະຫວ່າງວັນທີ 3 ກໍລະກົດ ຮຽກວ່າພະສຸສົງການໃຕ້ More…
ພະເຍັຍ
ນ. ດອກໄມ້, ນາງ (ຂ.)
ວັຈນານຸກົມພາສາລາວ ໂດຍ ມະຫາສິລາ ວີຣະວົງສ໌ LaoDictionary.net | ວັດຈະນານຸກົມພາສາລາວ, ລາວແປລາວ, ລາວແປອັງກິດ ແລະອັງກິດແປລາວ.
  ຄວາມເປັນມາ໑໐ ອັນດັບສົ່ງຄຳຕິຊົມເຂົ້າໃຊ້ລະບົບ ຂຶ້ນເທິງສຸດ
© ໒໐໐໙ - ໒໐໑໐ LaoDictionary.net XHTML | CSS ລະບົບຄຳສັບໂດຍ Glossword ໑.໘.໑໑