LaoDictionary.net | ວັດຈະນານຸກົມພາສາລາວ ເພື່ອຄົນລາວ.
ເກີດເປັນຄົນລາວ ຈົ່ງຮູ້ໃຊ້ພາສາລາວ ເຮົາຄົນລາວຖ້າບໍ່ໃຊ້ພາສາລາວ ແລ້ວຄົນຜູ່ໃດຈະມາໃຊ້ ພາສາເຮົາ?

ເກ ເທ ເຜ ເວ ເສ ເຫ
ຜົນການຊອກຫາ: 10 ໜ້າທີ 1 ຈາກທັງໝົດ 1 ໜ້າ
ເຜດ
ນ. ສັດເກີດໃນອະບາຍພູມພວກນຶ່ງ, ຜີຈຳພວກນຶ່ງ ມີຮູບຮ່າງຈ່ອຍໂຊຫນ້າຢ້ານ (ປ. ເປຕະ ແຕ່ຄຳວ່າເປຕະ ຫມາຍເຖິງເອົາວິນຍານຂອງຜູ່ຕາຍໄປ)
ເຜັດ
ນ. ຫມາກພິກ, ວ. ມີລົດຮ້ອນ.
ເຜີຍ
ກ. ໄຂອອກ, ປືດອອກ, ເບີຍ, ສະວ່າງ, ບໍ່ບັງ.
ເຜີຍແຜ່
ກ. ເຮັດໃຫ້ແຜ່ຫລາຍອອກ, ເຮັດໃຫ້ເຫັນແຈ້ງ.
ເຜີນ
ວ. ຕຶ້ນໆ, ແຜນ, ແປນ, ເຜີຍ.
ເຜີ່ນ
ວ. ເວໄປ, ເຈີດ, ໄປບໍ່ທ່ຽງ.
ເຜືອກ
ນ. ພືດທີ່ມີຫົວແນວນື່ງ ຕົ້ນ ແລະໃບ ຄືບອນ ໃຊ້ເປັນອາຫານ. 2 ວ. ຂາວ (ໃຊ້ສຳລັບຊ້າງຂາວວ່າ ຊ້າງເຜືອກ) 3 ນ. ໄມ້ໄຜ່ເປັນລິ້ວຖັກຕິດກັນໃຫ້ເປັນແຜ່ນ ສຳລັບກັນບໍ່ໃຫ້ປາໄປມາໄດ້.
ເຜືອກເຈົ່າ
ນ. ເຜືອກສັ້ນໆທີ່ຢັງໄວ້ໃນບ່ອນນ້ຳບໍ່ໄຫລ ສຳລັບເອົາລອບໃສ່ແປະໄວ້ແຄມເຜືອກ ເພື່ອໃຫ້ປາທຽວເລາະໄປມາເຂົ້າລອບ
ເຜ່ນ
ກ. ເຕັ້ນໄປ, ເຫາະ, ທະຍານ.
ເຜ່ນຜຍອງ-ເຜ່ນຜະຫຍອງ
ກ. ເຕັ້ນຂຶ້ນແລ້ວເຫາະໄປ.
ວັຈນານຸກົມພາສາລາວ ໂດຍ ມະຫາສິລາ ວີຣະວົງສ໌ LaoDictionary.net | ວັດຈະນານຸກົມພາສາລາວ, ລາວແປລາວ, ລາວແປອັງກິດ ແລະອັງກິດແປລາວ.
  ຄວາມເປັນມາ໑໐ ອັນດັບສົ່ງຄຳຕິຊົມເຂົ້າໃຊ້ລະບົບ ຂຶ້ນເທິງສຸດ
© ໒໐໐໙ - ໒໐໑໐ LaoDictionary.net XHTML | CSS ລະບົບຄຳສັບໂດຍ Glossword ໑.໘.໑໑