LaoDictionary.net | ວັດຈະນານຸກົມພາສາລາວ ເພື່ອຄົນລາວ.
ເກີດເປັນຄົນລາວ ຈົ່ງຮູ້ໃຊ້ພາສາລາວ ເຮົາຄົນລາວຖ້າບໍ່ໃຊ້ພາສາລາວ ແລ້ວຄົນຜູ່ໃດຈະມາໃຊ້ ພາສາເຮົາ?

ວອ ວະ ວັ ວາ ວຳ ວິ ວີ ວຶ ວື ວຸ ວູ ວົ ວຽ ວ່ ວ້ ວໍ
ຜົນການຊອກຫາ: 190 ໜ້າທີ 1 ຈາກທັງໝົດ 10 ໜ້າ
ວອກ
ນ. ລີງ, ຊື່ປີທີ 9 ໃນຮອບ 12 ປີ ມີເຄື່ອງຫມາຍເປັນຮູບລີງ, ວ. ເປັນຮອຍຫລຸບເຂົ້ານ້ອຍໆ ດັ່ງແກ້ມລີງ ເອີ້ນແກ້ມວອກ
ວອງ
ວ. ຕື່ນງ່າຍ, ຫ້າວຫັນ, ອາການທີ່ໃຈບໍ່ໝັ້ນຄົງ
ວອຍໆ
ວ. ອາການທີ່ລົມພັດມາຄ່ອຍໆດັງວອຍໆ, ອາການຫາວນອນອອກສຽງດັງ ວອຍໆ, ອາການເດີນຄົນດຽວໂດຍບໍ່ຢັ້ງ ແລະ ໄປສະເໝີດັ່ງລົມພັດ ”ວອຍໆຂ້າມເຂົາເວຣະບາດ”
ວອດ
ກ. ຕາຍ, ດັບ
ວອນ
1). ແສງຂອງແດດກ້າທີ່ເປັນແສງຍັບໆ ຮຽກວອນແດດ ຫລື ແດດວອນ; 2). ກ. ໄຫວ້ວອນ, ຫນ່ຽວຂໍ, ຮ້ອງຂໍໃຫ້ເຮັດຕາມປະສົງ
ວະນະນາ
ນ. ພັນລະນາ, ການເວົ້າຊີ້ແຈງໃຫ້ຜູ່ອື່ນຟັງເຂົ້າໃຈລະອຽດ (ປ.)
ວັກ
ນ. ຕອນ, ໝວດ, ໝູ່, ພວກ, ລະຍະແຫ່ງໜັງສື (ປ. ວັຄຄະ)
ວັກໆ
ວ. ອາການສັ່ນໄວໆດ້ວຍຄວາມໜາວ
ວັງ
1. ເຂດແດນ, ບ່ອນເຮືອນຂອງພວກເຈົ້າ, ຖ້າເປັນບ່ອນຢູ່ຂອງພຣະເຈົ້າແຜ່ນດິນຮ້ອງວ່າ ພຣະບູຣົມມະຫາວັງ; 2. ກ. ບ່ອນນ້ຳເລິກ, ບວກນ້ຳ; 3. ລ້ອມ, ອ້ອມ, ຮັກສາ (ແວດວັງ)
ວັງ:
1. ເຂດແດນ, ບ່ອນເຮືອນຂອງພວກເຈົ້າ, ຖ້າເປັນບ່ອນຢູ່ຂອງພຣະເຈົ້າແຜ່ນດິນຮ້ອງວ່າ ພຣະບູຣົມມະຫາວັງ; 2. ກ. ບ່ອນນ້ຳເລິກ, ບວກນ້ຳ; 3. ລ້ອມ, ອ້ອມ, ຮັກສາ (ແວດວັງ)
ວັງຊາ
ເປັນຄຳປະກອບທ້າຍຄຳວ່າ ກຳລັງວັງຊາ ມີຄວາມຫມາຍດັ່ງດຽວກັນກັບຄຳ ກຳລັງ
ວັງຊາ:
ເປັນຄຳປະກອບທ້າຍຄຳວ່າ ກຳລັງວັງຊາ ມີຄວາມຫມາຍດັ່ງດຽວກັນກັບຄຳ ກຳລັງ
ວັງສະ
ນ. ວົງ, ວົງສາ (ປ.)
ວັງສະ:
ນ. ວົງ, ວົງສາ (ປ.)
ວັຈນະ - ວັດຈະນະ
ນ. ຄຳເວົ້າ (ປ.)
ວັຈນະ - ວັດຈະນະ:
ນ. ຄຳເວົ້າ (ປ.)
ວັຈນານຸກົມ - ວັດຈະນານຸກົມ
ນ. ຫນັງສືລຳດັບຄຳ, ຫນັງສືສຳລັບຊອກຄວາມຫມາຍຂອງຄຳທີ່ຈັດໄວ້ຕາມລຳດັບໂຕພະຍັນຊະນະ (ປ.)
ວັຈນານຸກົມ - ວັດຈະນານຸກົມ:
ນ. ຫນັງສືລຳດັບຄຳ, ຫນັງສືສຳລັບຊອກຄວາມຫມາຍຂອງຄຳທີ່ຈັດໄວ້ຕາມລຳດັບໂຕພະຍັນຊະນະ (ປ.)
ວັຊຣະ - ວັດຊະລະ
ນ. ເພັດ (ສ.)
ວັຊຣະ - ວັດຊະລະ:
ນ. ເພັດ (ສ.)
ວັຈນານຸກົມພາສາລາວ ໂດຍ ມະຫາສິລາ ວີຣະວົງສ໌ LaoDictionary.net | ວັດຈະນານຸກົມພາສາລາວ, ລາວແປລາວ, ລາວແປອັງກິດ ແລະອັງກິດແປລາວ.
  ຄວາມເປັນມາ໑໐ ອັນດັບສົ່ງຄຳຕິຊົມເຂົ້າໃຊ້ລະບົບ ຂຶ້ນເທິງສຸດ
© ໒໐໐໙ - ໒໐໑໐ LaoDictionary.net XHTML | CSS ລະບົບຄຳສັບໂດຍ Glossword ໑.໘.໑໑