LaoDictionary.net | ວັດຈະນານຸກົມພາສາລາວ ເພື່ອຄົນລາວ.
ເກີດເປັນຄົນລາວ ຈົ່ງຮູ້ໃຊ້ພາສາລາວ ເຮົາຄົນລາວຖ້າບໍ່ໃຊ້ພາສາລາວ ແລ້ວຄົນຜູ່ໃດຈະມາໃຊ້ ພາສາເຮົາ?

ແກ ແທ ແຜ ແວ ແສ ແຫ

ແກ້

ກ. ມືຍອອກ, ທຳໃຫ້ດີຂຶ້ນ, ປ່ຽນແປງ, ທຳໃຫ້ຫາຍ, ທຳໃຫ້ຫລຸດອອກ, ຕອບຄຳຖາມທີ່ຄົນອື່ນຖາມ. ແກ້ກົນ ກ. ເຮັດຢ່າງໃດຢ່າງນຶ່ງ ເພື່ອແກ້ວິທີຂອງຜູ່ອື່ນ ຫລື ເພື່ອໃຫ້ເຂັດຢຳ ແລະໄດ້ຜົນ. ແກ້ເກີ້ ວ. ເຮັດຫລືເວົ້າພໍບໍ່ໃຫ້ເສຍປຽບຫລາຍ ຫລື ພໍບໍ່ໃຫ້ອາຍຫລາຍ. ແກ້ໄຂ ກ. ທຳສ່ວນທີ່ບໍ່ດີໃຫ້ດີຂຶ້ນ. ແກ້ຄະດີ ກ. ເວົ້າບົດເຣື່ອງທີ່ມີຜູ່ຟ້ອງ. ແກ້ຄວາມ (ເບິ່ງ ແກ້ຄະດີ). ແກ້ຂັດ ກ. ເຮັດພໍໃຫ້ຫາຍຄວາມຂັດຂ້ອງໄປໄດ້ຊົ່ວຄາວ. ແກ້ແຄ້ນ ກ. ທຳຕອບຄືນແກ່ຜູ່ທີ່ທຳແກ່ຕົນກ່ອນ ເພື່ອໃຫ້ຫາຍຄຽດ. ແກ້ໂຕ ກ. ເວົ້າຫລືເຮັດປົດຄວາມຜິດຂອງໂຕ. ແກ້ທີ ກ. ເຮັດ ຫລືເວົ້າແກ້ຄືນໄດ້ຄົນລະເທື່ອ. ແກ້ບະ ກ. ທຳການບູຊາສິ່ງສັກສິດ ຕາມທີ່ຕົນໄດ້ສັນຍາໄວ້. ແກ້ມື ກ. ຂໍສູ້ໃຫມ່, ຂໍເຮັດໃຫມ່, ທຳຕອບຄືນ. ແກ້ຫນ້າ ກ. ເວົ້າ ຫລື ທຳດີໃນສິ່ງທີ່ຕົນເຮັດໃຫ້ເກີດຄວາມອັບອາຍໄວ້.
  ຄວາມເປັນມາ໑໐ ອັນດັບສົ່ງຄຳຕິຊົມເຂົ້າໃຊ້ລະບົບ ຂຶ້ນເທິງສຸດ
© ໒໐໐໙ - ໒໐໑໐ LaoDictionary.net XHTML | CSS ລະບົບຄຳສັບໂດຍ Glossword ໑.໘.໑໑