LaoDictionary.net | ວັດຈະນານຸກົມພາສາລາວ ເພື່ອຄົນລາວ.
ເກີດເປັນຄົນລາວ ຈົ່ງຮູ້ໃຊ້ພາສາລາວ ເຮົາຄົນລາວຖ້າບໍ່ໃຊ້ພາສາລາວ ແລ້ວຄົນຜູ່ໃດຈະມາໃຊ້ ພາສາເຮົາ?

ແກ ແທ ແຜ ແວ ແສ ແຫ
ຜົນການຊອກຫາ: 14 ໜ້າທີ 1 ຈາກທັງໝົດ 1 ໜ້າ
ແກ
1 ນ. ໄມ້ເຄື່ອງເຮືອນເປັນດິ້ວ ພາດຢູ່ເທິງກອນ ສຳລັບເອົາດິນຂໍເກາະໄວ້. 2 ນ. ຕົ້ນໄມ້ແນວນຶ່ງ ຕາມຕົ້ນເປັນຕຸ່ມ ມັກເກີດຕາມທົ່ງທີ່ມີນ້ຳຖ້ວມເຖິງ (ຕົ້ນແກໃຊ້ປູກຄັ່ງໄດ້)
ແກງ
1 ນ. ອາຫານຄາວທີ່ຕົ້ມໃສ່ນ້ຳຫລາຍໆ ຊື່ຕ່າງກັນ. 2 ນ. ຊື່ນົກແນວນຶ່ງ ຕົວໃຫຍ່ ປີກດ່າງ. 3 ນ. ຊື່ປາແນວນຶ່ງ ຕົວຄືປາຂາວ ແຕ່ໃຫຍ່ ແລະ ກົມກວ່າປາຂາວ ເປັນປາມີເກັດ.
ແກນ
ນ. ໃຈກາງ, ສ່ວນທີ່ແຂງຢູ່ກາງ, ວ. ຂຶ້ນ, ຍົກຂຶ້ນໄດ້ (ຍໍແກນ)
ແກະ
1 ນ. ສັດສີ່ຕີນແນວນຶ່ງຈຳພວກຄ້ຽວເອື້ອງ ຂົນຍາວ ຂົນໃຊ້ທຳຜ້າແພຫົ່ມກັນຫນາວ (ຍອງ ກໍວ່າ) 2 ກ. ຄວັດ, ໄງ້ອອກ: “ແກະກາບໄມ້ ຫາງອດງູພິດ”. 3 ກ. ທຳໃຫ້ເປັນລາຍຕ່າງກັນດ້ວຍປາຍເຫລັກແຫລມ ຫລື ປາຍມີດ.
ແກະລາຍ
ກ. ຄວັດໃຫ້ເປັນລາຍຕ່າງໆດ້ວຍເຫລັກມີຄົມ.
ແກ່
1 ກ. ດຶງລາກໄປມາ, ດຶງໄປມາໂດຍໃຫ້ຖູພື້ນ. 2 ວ. ເຖົ້າ, ເກົ່າ, ເຫິງນານ, ເຂັ້ມ, ຫລາຍ (ສີແກ່), ໂພດ (ແກ່ເຫລົ້າ), ເຫິງ (ແກ່ວັດ) ຫລາຍ (ແກ່ວິຊາ)
ແກ່ງ
ນ. ເດີ່ນ, ສນາມ, ທົ່ງທີ່ຫວ່າງເປົ່າ, ອາກາດ, ເດີ່ນນ້ຳແປນໆ, ຫນ້ານ້ຳທີ່ຮາບພຽງ, ນ້ຳທີ່ຂຶ້ນຖ້ວມ (ຮຽກ ນ້ຳແກ່ງ)
ແກ່ນ
1 ນ. ສ່ວນແຂງຂອງຕົ້ນ ຫລື ຫມາກໄມ້, ປະທານ, ຫລັກຖານ, ຫົວຫນ້າ. 2 ວ. ປະເສີດດີ, ແຂງແກ່ນແກ້ວ ນ. ແກ້ວປະເສີດ, ແກ່ນແຂງ ນ. ຫລັກຖານ, ຫມັ້ນຄົງ, ຖາວອນ (ເປັນແກ່ນແຂງ), ແກ່ນສານ ນ. ຫລັກຖານຫມັ້ນຄົງ, More…
ແກ່ນຫລ້ອນ
ນ. ໄມ້ແກ່ນທີ່ມີເປືອກ ແລະ ມອກຫລ້ອນອອກເອງ ຮຽກໄມ້ແກ່ນຫລ້ອນ, ຂອນແກ່ນຫລ້ອນ.
ແກ່ແດ່
ວ. ພົ້ນອອກໄປສັ້ນໆ.
ແກ້
ກ. ມືຍອອກ, ທຳໃຫ້ດີຂຶ້ນ, ປ່ຽນແປງ, ທຳໃຫ້ຫາຍ, ທຳໃຫ້ຫລຸດອອກ, ຕອບຄຳຖາມທີ່ຄົນອື່ນຖາມ. ແກ້ກົນ ກ. ເຮັດຢ່າງໃດຢ່າງນຶ່ງ ເພື່ອແກ້ວິທີຂອງຜູ່ອື່ນ ຫລື ເພື່ອໃຫ້ເຂັດຢຳ ແລະໄດ້ຜົນ. ແກ້ເກີ້ ວ. More…
ແກ້ງ
1 ນ ຫີນທີ່ຕັ້ງຂວາມທາງນ້ຳໄຫລ, ບ່ອນມີຫີນຂວາງ; 2 ກ. ຕັ້ງໃຈທຳໃຫ້ຜິດຄວາມປະສົງເດີມ, ຕັ້ງໃຈທຳໃຫ້ຜິດໃຈ, ພິຕິ; 3 ກ. ເອົາຂອງເຊັດອຸດຈາຣະອອກຈາກກົ້ນ (ແກ້ງກົ້ນ) ຫລື ເຊັດຂີ້ມູກ.
ແກ້ງກົ້ນ
ກ. ເອົາໄມ້ ຫລື ຂອງອື່ນ ເຊັດອຸດຈາຣະອອກຈາກກົ້ນໃນເວລາຖ່າຍແລ້ວ.
ແກ້ງຂີ້ຊ້າງ
ນ. ຊື່ການຫລິ້ນຢ່າງນຶ່ງ ເອົາໄມ້ດິ້ວຫລາຍໆອັນ ໃສ່ມືທາງຫງາຍແລ້ວໂຍນຂຶ້ນ ເອົາຫລັງມືຮັບໄວ້.
ວັຈນານຸກົມພາສາລາວ ໂດຍ ມະຫາສິລາ ວີຣະວົງສ໌ LaoDictionary.net | ວັດຈະນານຸກົມພາສາລາວ, ລາວແປລາວ, ລາວແປອັງກິດ ແລະອັງກິດແປລາວ.
  ຄວາມເປັນມາ໑໐ ອັນດັບສົ່ງຄຳຕິຊົມເຂົ້າໃຊ້ລະບົບ ຂຶ້ນເທິງສຸດ
© ໒໐໐໙ - ໒໐໑໐ LaoDictionary.net XHTML | CSS ລະບົບຄຳສັບໂດຍ Glossword ໑.໘.໑໑