LaoDictionary.net | ວັດຈະນານຸກົມພາສາລາວ ເພື່ອຄົນລາວ.
ເກີດເປັນຄົນລາວ ຈົ່ງຮູ້ໃຊ້ພາສາລາວ ເຮົາຄົນລາວຖ້າບໍ່ໃຊ້ພາສາລາວ ແລ້ວຄົນຜູ່ໃດຈະມາໃຊ້ ພາສາເຮົາ?

ຜົນການຊອກຫາ: 1,712 ໜ້າທີ 86 ຈາກທັງໝົດ 86 ໜ້າ
ໄທຍະທັມ - ໄທຍະທຳ
ນ. ຂອງຄວນໃຫ້, ຂອງທຳບຸນຕ່າງໆ (ປ. ເທຍຍທັມມ)
ໄທຍະຫານ
ນ. ຂອງສຳລັບທານ (ປ. ເທຍຍທານ)
ໄທ່
ນ. ຖົງຍາວໆສຳລັບໃສ່ເຂົ້າຂອງ ມີເງິນຄຳ ຫລື ເຂົ້າສານ ເປັນຕົ້ນ.
ໄທ້
ນ. ຜູ່ເປັນໃຫຍ່, ຜູ່ປະເສີດ, ເທວະດາ, ຜີ.
ໄວ:
ວ. ບໍ່ຊ້າ, ທັນທີ
ໄວຍາກອນ:
ນ. ວິຊາກ່ຽວດ້ວຍລະບຽບຂອງພາສາ, ການຈັດຄຳເວົ້າໃຫ້ເປັນລະບຽບ (ປ. ເວຍຍາກຣນະ)
ໄວຍາວັຈກອນ - ໄວຍາວັດຈະກອນ:
ນ. ຜູ່ທຳກິດທຸຣະແທນສົງ (ປ. ເວຍຍາວັຈຈກຣນະ)
ໄວພົດ:
ນ. ຄຳທີ່ມີຮູບຕ່າງກັນ ແຕ່ມີຄວາມໝາຍຄືກັນ ຫລື ຄຳທີ່ອອກສຽງຄືກັນ ແຕ່ມີຄວາມໝາຍຕ່າງກັນ (ປ. ເວວຈນະ)
ໄວ່ໆ:
ວ. ອາການໄປໄວເຫັນແຕ່ສົ້ນ ຫລື ທາງຫລັງ
ໄວ້
ກ. ຮັກສາ, ແພງ, ໃຫ້ມີຢູ່, ໃຫ້ຜາກົດຢູ່, ເຊື່ອ, ໃຫ້, ມ້ຽນ, ໄວ້ໃຈ, ກ. ເຊື່ອໃຈ, ໄວໜ້າ, ກ. ບໍ່ຖືຫຸ່ມ, ບໍ່ເຫຼື້ອມໜ້າ, ໄວ້ອາລັຍ, ກ. ສະແດງຄວາມຄຶດເຖິງຜູ່ຈາກໄປ.
ໄຫ
ນ. ພາຊນະດິນເຜົາ ຮູບກົມສູງ ກົ້ນຮອມ ສຳລັບໃສ່ປາແດກ ເປັນຕົ້ນ
ໄຫ້
ກ. ຮ້ອງດ້ວຍຄວາມເຈັບປວດ ຫລື ເສຍໃຈ
ວັຈນານຸກົມພາສາລາວ ໂດຍ ມະຫາສິລາ ວີຣະວົງສ໌ LaoDictionary.net | ວັດຈະນານຸກົມພາສາລາວ, ລາວແປລາວ, ລາວແປອັງກິດ ແລະອັງກິດແປລາວ.
  ຄວາມເປັນມາ໑໐ ອັນດັບສົ່ງຄຳຕິຊົມເຂົ້າໃຊ້ລະບົບ ຂຶ້ນເທິງສຸດ
© ໒໐໐໙ - ໒໐໑໐ LaoDictionary.net XHTML | CSS ລະບົບຄຳສັບໂດຍ Glossword ໑.໘.໑໑