LaoDictionary.net | ວັດຈະນານຸກົມພາສາລາວ ເພື່ອຄົນລາວ.
ເກີດເປັນຄົນລາວ ຈົ່ງຮູ້ໃຊ້ພາສາລາວ ເຮົາຄົນລາວຖ້າບໍ່ໃຊ້ພາສາລາວ ແລ້ວຄົນຜູ່ໃດຈະມາໃຊ້ ພາສາເຮົາ?

ຜົນການຊອກຫາ: 1,712 ໜ້າທີ 83 ຈາກທັງໝົດ 86 ໜ້າ
ໂກມົນ
ນ. ນ້ຳ, ໄຫມ; ວ. ອ່ອນ, ຫວານ, ມ່ວນ; ນ. ດອກບົວ (ປ. ໂກມລ)
ໂກລາຫົນ
ນ. ຄວາມວຸ່ນວາຍ, ສຽງຄຶກຄື້ນ; ວ. ວຸ່ນວາຍ (ຄຳນີ້ໃຊ້ຜິດໄປວ່າ ໂກລະຫົນ ຫລື ກົລຫົນ) (ປ. ໂກລາຫລ)
ໂກວິດ
ວ. ສະຫລາດ, ຫລັກແຫລມ (ປ. ໂກວິທ)
ໂກສະ
1 ນ. ໂອ, ຖ້ວຍ, ຊາມ, ຫີນ, ລິ້ນຊັກຕູ້, ຝັກດາບ, ຊອງຫນັງສື, ໂຮງໃສ່ເຄື່ອງ, ສາງຝັກຫລອກ (ປ.). ໂກສະການ ນ. ມ້ອນ, ຊ່າງຫີນ (ປ. ໂກສກາຣ); ໂກສາຄອນ ນ. ສາງ, ເຮືອນຄັງ (ປ. ໂກສາຄາຣ) (ສັບນີ້ ລາວເຮົາໃຊ້ວ່າ ໂກດ More…
ໂກສັມພີ - ໂກສຳພີ
ນ. ຊື່ເມືອງນຶ່ງໃນປະເທດອິນເດຍ ສະໄຫມບູຮານ.
ໂກສີ
ນ. ພຣະອິນ, ຜ້າທຳດ້ວຍໄຫມ (ໂກສິຍ)
ໂກສຸມ
ນ. ດອກຊາຕີ, ດອກຫອນໄກ່, ດອກຄຳ (ປ.)
ໂກສົນ
(ເບິ່ງ ກຸສົນ)
ໂກຫົກ
ນ. ຄວາມຄົດ, ຄວາມຕົວະ; ກ. ຕົວະ (ປ. ກຸທກ)
ໂກະ
ນ. ຊື່ສັດແນວນຶ່ງ ຕົວຄືຈີ່ປອມ ແຕ່ເກັດເຫລື້ອມມື່ນ ຮຽກ ຈີ່ໂກະ.
ໂກເມດ
ນ. ຫີນແດງ, ແກ້ວພິລາ, ດອກບົວ (ປ. ໂກເມທ)
ໂກໂທ
(ເບິ່ງ ໂກທະ ແລະ ໂກທາ)
ໂກໄສ
ນ. ຜ້າໄຫມ (ປ. ໂກເສຍຍ)
ໂກ່
ນ. ຊື່ແມງບົ້ງແນວນຶ່ງ ຢູ່ໃນດິນ ຕົວຂາວຫົວແດງ ຮຽກບົ້ງໂກ່.
ໂກ່ງ
(ເບິ່ງ ກົ່ງ)
ໂກ່ຍ
ນ. ຊື່ຫມາກໄມ້ແນວນຶ່ງ ຕົ້ນເປັນເຄືອແລະມີຂົນ ຫມາກເປັນພົ້ວ ມີຣົດສົ້ມ.
ໂກ່ນ
ນ. ປາແນວນຶ່ງ ເປັນປາມີເກັດ ຕົວຄືປາກັ້ງ ແຕ່ໃຫຍ່ກວ່າປາກັ້ງ: “ຊິວຂາວເພັ້ຍ ກະແຍງຍອນກັ້ງໂກ່ນ” (ສິນໄຊ)
ໂກ່ໂຈ່
ວ. ອາການນັ່ງ ຫລື ຢືນເຮັດຫລັງຂົດໆ.
ໂກ່ໂຊ່
ວ. ອາການນັ່ງ ຫລື ຢືນເຮັດຫລັງຂົດໆ.
ໂກ່ໂດ່
ວ. ພົ້ນອອກໄປຫລາຍ.
ວັຈນານຸກົມພາສາລາວ ໂດຍ ມະຫາສິລາ ວີຣະວົງສ໌ LaoDictionary.net | ວັດຈະນານຸກົມພາສາລາວ, ລາວແປລາວ, ລາວແປອັງກິດ ແລະອັງກິດແປລາວ.
  ຄວາມເປັນມາ໑໐ ອັນດັບສົ່ງຄຳຕິຊົມເຂົ້າໃຊ້ລະບົບ ຂຶ້ນເທິງສຸດ
© ໒໐໐໙ - ໒໐໑໐ LaoDictionary.net XHTML | CSS ລະບົບຄຳສັບໂດຍ Glossword ໑.໘.໑໑