LaoDictionary.net | ວັດຈະນານຸກົມພາສາລາວ ເພື່ອຄົນລາວ.
ເກີດເປັນຄົນລາວ ຈົ່ງຮູ້ໃຊ້ພາສາລາວ ເຮົາຄົນລາວຖ້າບໍ່ໃຊ້ພາສາລາວ ແລ້ວຄົນຜູ່ໃດຈະມາໃຊ້ ພາສາເຮົາ?

ຜົນການຊອກຫາ: 1,712 ໜ້າທີ 80 ຈາກທັງໝົດ 86 ໜ້າ
ແກ່ນຫລ້ອນ
ນ. ໄມ້ແກ່ນທີ່ມີເປືອກ ແລະ ມອກຫລ້ອນອອກເອງ ຮຽກໄມ້ແກ່ນຫລ້ອນ, ຂອນແກ່ນຫລ້ອນ.
ແກ່ແດ່
ວ. ພົ້ນອອກໄປສັ້ນໆ.
ແກ້
ກ. ມືຍອອກ, ທຳໃຫ້ດີຂຶ້ນ, ປ່ຽນແປງ, ທຳໃຫ້ຫາຍ, ທຳໃຫ້ຫລຸດອອກ, ຕອບຄຳຖາມທີ່ຄົນອື່ນຖາມ. ແກ້ກົນ ກ. ເຮັດຢ່າງໃດຢ່າງນຶ່ງ ເພື່ອແກ້ວິທີຂອງຜູ່ອື່ນ ຫລື ເພື່ອໃຫ້ເຂັດຢຳ ແລະໄດ້ຜົນ. ແກ້ເກີ້ ວ. More…
ແກ້ງ
1 ນ ຫີນທີ່ຕັ້ງຂວາມທາງນ້ຳໄຫລ, ບ່ອນມີຫີນຂວາງ; 2 ກ. ຕັ້ງໃຈທຳໃຫ້ຜິດຄວາມປະສົງເດີມ, ຕັ້ງໃຈທຳໃຫ້ຜິດໃຈ, ພິຕິ; 3 ກ. ເອົາຂອງເຊັດອຸດຈາຣະອອກຈາກກົ້ນ (ແກ້ງກົ້ນ) ຫລື ເຊັດຂີ້ມູກ.
ແກ້ງກົ້ນ
ກ. ເອົາໄມ້ ຫລື ຂອງອື່ນ ເຊັດອຸດຈາຣະອອກຈາກກົ້ນໃນເວລາຖ່າຍແລ້ວ.
ແກ້ງຂີ້ຊ້າງ
ນ. ຊື່ການຫລິ້ນຢ່າງນຶ່ງ ເອົາໄມ້ດິ້ວຫລາຍໆອັນ ໃສ່ມືທາງຫງາຍແລ້ວໂຍນຂຶ້ນ ເອົາຫລັງມືຮັບໄວ້.
ແທກ
ກ. ທຳໃຫ້ຮູ້ກຳນົດຂະໜາດ ກວ້າງ, ຍາວ, ສູງ, ຕ່ຳ ເປັນຕົ້ນ. ປຽບທຽບໃຫ້ຮູ້ສ່ວນ.
ແທງ
ກ. ເອົາຂອງແຫລມສຽບເຂົ້າໄປ, ທວຍ, ຄະເນດັ່ງ ເອົາເງິນໃສ່ຕາມເສັ້ນຫມາຍ ໃນການພະນັນ ຄືແທງຖົ່ວ ເປັນຕົ້ນ.
ແທ່ງ
1. ນ. ໂລຫະ ຄື ເຫລັກ ຫລື ທອງ ທີ່ເປັນທ່ອນຕັນ ເອີ້ນ ເຫລັກແທ່ງ, ທ່ອນ, ຕ່ອນ. 2. ນ. ຊື່ຕົ້ນໄມ້ມີໜາມແນວນຶ່ງ ໜາມຍາວ ຮຽກວ່າ ໜາມແທ່ງ.
ແທ້
ວ. ຈິງ, ແມ່ນ
ແທ້ງ
ວ. ອາການເສັ້ນເອັນໃນຄໍ່ຂາ ຫລື ມືພິກ ທຳໃຫ້ເຈັບປວດ.
ແທ້ນໍ - ແທ້ນາ - ແທ້ແລ - ແທ້ແລ້ວ
ວ. ແມ່ນຈິງ, ອຸ. ເປັນຄຳຕໍ່ທ້າຍ ຫມາຍວ່າ ແມ່ນແທ້.
ແຜກ
ວ. ຕ່າງ, ແຕກຕ່າງ.
ແຜງ
1 ນ. ຂົນເສັ້ນໃຫຍ່ແຂງແລະຍາວຢູ່ທີ່ຄໍມ້າ ຫລື ຫມູ (ແຝງກໍວ່າ) ຊື່ຫມູແລະເຫັນ ແນວນຶ່ງທີ່ມີຂົນຫລັງຍາວແລະແຂງ ເອີ້ນຫມູແຜງ, ເຫັນແຜງ, ເຄື່ອງຜັດແຂ້ວແລະເສື້ອຜ້າ ເປັນຕົ້ນ ເຮັດດ້ວຍຂອງເປັນເສັ້ນດັ່ງແຜງຫມູ More…
ແຜດ
ກ. ຮ້ອງສຽງດັງ.
ແຜນ
1 ນ. ແບບ, ສະບັບ, ຢ່າງ. ແຜນຜັງ ນ. ແບບທີ່ຂຽນຫຍໍ້ ຫລື ກວ້າງຈາກຂອງຕ່າງໆ ດັ່ງເຮືອນເປັນຕົ້ນ. ແຜນທີ່ ນ. ແບບທີ່ຂຽນຫຍໍ້ຈາກຫນ້າດິນ ບອກແມ່ນ້ຳພູເຂົາ ເປັນຕົ້ນ. 2 ນ. More…
ແຜວ-ແຜ້ວ
ກ. ຜ້າຍ, ເດີນໄປ, ຊອດ, ວ. ສະຫລາດ, ຮູ້.
ແຜ່ນ
ນ. ລັກສະນະນາມຮຽກຂອງທີ່ມີລັກສະນະບາງໆດັ່ງ ແປ້ນ ເປັນຕົ້ນ, ຜືນ, ຫນ້າດິນ, ພື້ນດິນ ທົ່ວໄປ, ສະ.
ແຜ່ນດິນ
ນ. ຫນ້າດິນຂອງໂລກ.
ແຜ່ນສຽງ
ນ. ແຜ່ນທີ່ທຳດ້ວຍຄັ່ງ ຮູບມົນແບນ ແລ້ວອັດສຽງໄວ້ໃນແຜ່ນນັ້ນ.
ວັຈນານຸກົມພາສາລາວ ໂດຍ ມະຫາສິລາ ວີຣະວົງສ໌ LaoDictionary.net | ວັດຈະນານຸກົມພາສາລາວ, ລາວແປລາວ, ລາວແປອັງກິດ ແລະອັງກິດແປລາວ.
  ຄວາມເປັນມາ໑໐ ອັນດັບສົ່ງຄຳຕິຊົມເຂົ້າໃຊ້ລະບົບ ຂຶ້ນເທິງສຸດ
© ໒໐໐໙ - ໒໐໑໐ LaoDictionary.net XHTML | CSS ລະບົບຄຳສັບໂດຍ Glossword ໑.໘.໑໑