LaoDictionary.net | ວັດຈະນານຸກົມພາສາລາວ ເພື່ອຄົນລາວ.
ເກີດເປັນຄົນລາວ ຈົ່ງຮູ້ໃຊ້ພາສາລາວ ເຮົາຄົນລາວຖ້າບໍ່ໃຊ້ພາສາລາວ ແລ້ວຄົນຜູ່ໃດຈະມາໃຊ້ ພາສາເຮົາ?

ຜົນການຊອກຫາ: 1,712 ໜ້າທີ 77 ຈາກທັງໝົດ 86 ໜ້າ
ເວຕານ
ນ. ຜີຈຳພວກມັກອາສັຍຢູ່ນຳປ່າຊ້າ (ສ. ເວຕາລ) ບູຣານວ່າ ນັກປາດຜູ່ບໍ່ບອກຄວາມຮູ້ໃຫ້ຄົນອື່ນ ຕາຍແລ້ວໄປເກີດເປັນເວຕານ.
ເວທຄູນ
(ເບີ່ງ ເວທະຄູນ)
ເວທຄູນ:
(ເບີ່ງ ເວທະຄູນ)
ເວທນາ - ເວດທະນາ
(ເບີ່ງ ເວທະນາ)
ເວທນາ - ເວດທະນາ:
(ເບີ່ງ ເວທະນາ)
ເວທະ:
ນ. ຄວາມຮູ້, ຄວາມຮູ້ໃນທາງສາສນາ, ມົນ, ຖ້ອຍຄຳທີ່ຜູກເຂົ້າເປັນຄາຖາ, ຄັມພີທີ່ເປັນຫລັກຖານຂອງສາສນາພຣາມ (ຄຳນີ້ເຮົາແປງໃຊ້ວ່າເພດ-ເພທ ດັ່ງ ຈົບເພດດ້ວຍ ມົນມາກຢາຍໍາ) (ປ.)
ເວທະຄູ:
ນ. ຜູ່ເຖິງເຊີ່ງຄວາມຮູ້ ຄື ພຣະອໍຣະຫັນ (ປ.)
ເວທະນາ:
ນ. ຄວາມຮູ້ເມື່ອ, ຄວາມຮູ້ຈັກທຸກ ແລະ ສຸກ, ຄວາມເຈັບປວດ, ຄວາມທຸກທໍຣະມານ, ກ. ສົງສານ (ປ.)
ເວທາງ - ເວທາງຄະສາດ:
ນ. ວິຊາປະກອບການ ສຶກສາພຣະເວດ ມີ 6 ຢ່າງຄື: 1). ສຶກສາວິຊາທີ່ອອກສຽງຄໍາໃນພຣະເວດໃຫ້ຖຶກຕ້ອງ. 2). ໄວຍາກອນ. 3). ສັນທະ. 4). ໂຊຍະຕິສະ ຄື ດາຣາສາດ. 5). ນິຣຸກຕິ ກຳເນີດຂອງຄຳ. 6). ກັລປະ ວິທີຈັດທຳພິທີ More…
ເວທານ - ເວທານຕະ:
ນ. ຄັມພີອັນຈັດໄວ້ໃນທີ່ສຸດຂອງພຣະເວດ ເປັນປຣັຊຍາອິນເດຍຝ່າຍບູຮານ (ສ.)
ເວທີ:
1 ນ. ແທ່ນບູຊາ, ຮ້ານບ່ອນບູຊາ, ຮ້ານບ່ອນຫລິ້ນລະຄອນ ຫລື ອື່ນໆ (ປ.). 2. ນ. ຜູ້ຮູ້, ນັກປາດ (ປ.)
ເວນ
1). ກ. ເຄນ, ມອບໃຫ້, ໃຫ້; 2). ນ. ຄວາມພຍາບາດກັນ, ຄວາມປອງຮ້າຍຕໍ່ກັນ, ບາບ, ຄາວ, ຮອບ (ປ. ເວຣ)
ເວນໄຕ
ນ. ຄຸດ (ປ. ເວນເຕຍຍ)
ເວຣະ - ເວຣາ - ເວລາ:
ນ. ເວນ, ຄວາມພະຍາບາດກັນ, ຄວາມປອງຮ້າຍຕໍ່ກັນ, ບາບ, ຄາວ, ຮອບ (ປ.)
ເວຣະມະນີ - ເວລະມະນີ:
ນ. ການລະເວັ້ນ (ປ.)
ເວຣີ - ເວລີ:
ນ. ຄວາມຜູກເວນກັນ, ສັດຕູ (ປ.)
ເວລາ:
ນ. ຄັ້ງ, ຄາວ, ສມັຍ, ເທື່ອ, ຊົ່ວໂມງ, ໂອກາດ (ປ.)
ເວລຸວັນ:
ນ. ປ່າໄຜ່ (ປ.)
ເວສິຍາ:
ນ. ແມ່ຄຳຣາງ, ນາງງາມເມືອງ (ປ.)
ເວຫາ - ເວຫົນ:
ນ. ຟ້າ, ອາກາດ (ສ. ວິຫາ)
ວັຈນານຸກົມພາສາລາວ ໂດຍ ມະຫາສິລາ ວີຣະວົງສ໌ LaoDictionary.net | ວັດຈະນານຸກົມພາສາລາວ, ລາວແປລາວ, ລາວແປອັງກິດ ແລະອັງກິດແປລາວ.
  ຄວາມເປັນມາ໑໐ ອັນດັບສົ່ງຄຳຕິຊົມເຂົ້າໃຊ້ລະບົບ ຂຶ້ນເທິງສຸດ
© ໒໐໐໙ - ໒໐໑໐ LaoDictionary.net XHTML | CSS ລະບົບຄຳສັບໂດຍ Glossword ໑.໘.໑໑