LaoDictionary.net | ວັດຈະນານຸກົມພາສາລາວ ເພື່ອຄົນລາວ.
ເກີດເປັນຄົນລາວ ຈົ່ງຮູ້ໃຊ້ພາສາລາວ ເຮົາຄົນລາວຖ້າບໍ່ໃຊ້ພາສາລາວ ແລ້ວຄົນຜູ່ໃດຈະມາໃຊ້ ພາສາເຮົາ?

ຜົນການຊອກຫາ: 1,712 ໜ້າທີ 79 ຈາກທັງໝົດ 86 ໜ້າ
ເຫມະ
ນ. ໝອກ, ລະດູຫນາວ, ເຫມະກາ ນ. ລະດູຫນາວ (ປ.)
ເຫມັນຕະ - ເຫມັນຕາ
ນ. ລະດູໜາວ
ເຫັນ
ກ. ອາການຂອງຕາທີ່ພໍ້ຮູບ, ເບີ່ງດ້ວຍຕາ, ເຂົ້າໃຈ, ຄຶດຮູ້, ເຫັນແກ່, ກ. ຄຶດເຫັນຂ້ອນໄປທາງໃດທາງນຶ່ງ, ເຫັນແກ່ຫນ້າ, ກ. ອຳອຽງໃນຄົນທີ່ຕົນຮັກໝາຍຈຳເພາະຄົນ, ເຫັນໃຈ, ກ. ຄຶດຮູ້ໃຈ, ຄຶດເອົາໃຈ.
ເຫັ້ຍ
ນ. ສັດແນວນຶ່ງມີສີ່ຕີນ ໂຕຄືແລນ ຫລື ແຂ້ ແຕ່ໃຫຍ່ກວ່າແລນ ແລະ ນ້ອຍກວ່າແຂ້, ຢູ່ນ້ຳ ແລະ ບົກກໍໄດ້
ເຫາະ
ກ. ໄປໃນອາກາດ, ລອຍໄປໃນອາກາດດ້ວນກຳລັງ ໂດຍບໍ່ໃຊ້ປີກກວັກ
ເຫາະຫ່ອນ
ວ. ໄປໆມາໆຢູ່ຍ່ອນເກົ່າ
ເຫິ - ເຫີ
ວ. ເປັນຄຳຂານຕອບ ເມື່ອມີຜູ່ຮ້ອງຫາ (ເປັນຄຳບໍ່ສຸພາບ)
ເຫີ່
ວ. ນິຍົມນຳຫລາຍ, ຫລົງໄຫລນຳ
ເຫືອກ
ນ. ເພດານປາກເບື້ອງເທິງ, ພື້ນປາກເບື້ອງເທິງ
ເຫື່ອ
ນ້ຳທີ່ໄຫລຊືມອອກຕາມຜິວຫນັງ ເມື່ອມີຄວາມຮ້ອນ
ເຫົາ
ນ. ສັດນ້ອຍໆແນວນຶ່ງອາສັຍຢູ່ຫົວຄົນ ຫລື ຕາມ ຕົນໂຕຂອງຄວາຍ ກິນເລືອດເປັນອາຫານ
ເຫົ່າ
1). ກ. ຫມາເຮັດສຽງໃຫ້ດັງຢ່າງນຶ່ງ ເມື່ອເຫັນຄົນ ຫລືສັດ ເພື່ອໃຫ້ເຈົ້າຂອງໄດ້ຍິນ; 2). ນ. ງູທີ່ມີພິດ ຈຳພວກນຶ່ງ ມີຫລາຍແນວ: ເຫົ່າຄໍຄຳ, ເຫົ່າປວກ, ເຫົ່າຈອງ, ເຫົ່າຟານ, ເຫົ່າຫ້ອມ ຫລື ເຫົ່າຫມໍ້, ເຫົ່ານ້ຳ More…
ແກ
1 ນ. ໄມ້ເຄື່ອງເຮືອນເປັນດິ້ວ ພາດຢູ່ເທິງກອນ ສຳລັບເອົາດິນຂໍເກາະໄວ້. 2 ນ. ຕົ້ນໄມ້ແນວນຶ່ງ ຕາມຕົ້ນເປັນຕຸ່ມ ມັກເກີດຕາມທົ່ງທີ່ມີນ້ຳຖ້ວມເຖິງ (ຕົ້ນແກໃຊ້ປູກຄັ່ງໄດ້)
ແກງ
1 ນ. ອາຫານຄາວທີ່ຕົ້ມໃສ່ນ້ຳຫລາຍໆ ຊື່ຕ່າງກັນ. 2 ນ. ຊື່ນົກແນວນຶ່ງ ຕົວໃຫຍ່ ປີກດ່າງ. 3 ນ. ຊື່ປາແນວນຶ່ງ ຕົວຄືປາຂາວ ແຕ່ໃຫຍ່ ແລະ ກົມກວ່າປາຂາວ ເປັນປາມີເກັດ.
ແກນ
ນ. ໃຈກາງ, ສ່ວນທີ່ແຂງຢູ່ກາງ, ວ. ຂຶ້ນ, ຍົກຂຶ້ນໄດ້ (ຍໍແກນ)
ແກະ
1 ນ. ສັດສີ່ຕີນແນວນຶ່ງຈຳພວກຄ້ຽວເອື້ອງ ຂົນຍາວ ຂົນໃຊ້ທຳຜ້າແພຫົ່ມກັນຫນາວ (ຍອງ ກໍວ່າ) 2 ກ. ຄວັດ, ໄງ້ອອກ: “ແກະກາບໄມ້ ຫາງອດງູພິດ”. 3 ກ. ທຳໃຫ້ເປັນລາຍຕ່າງກັນດ້ວຍປາຍເຫລັກແຫລມ ຫລື ປາຍມີດ.
ແກະລາຍ
ກ. ຄວັດໃຫ້ເປັນລາຍຕ່າງໆດ້ວຍເຫລັກມີຄົມ.
ແກ່
1 ກ. ດຶງລາກໄປມາ, ດຶງໄປມາໂດຍໃຫ້ຖູພື້ນ. 2 ວ. ເຖົ້າ, ເກົ່າ, ເຫິງນານ, ເຂັ້ມ, ຫລາຍ (ສີແກ່), ໂພດ (ແກ່ເຫລົ້າ), ເຫິງ (ແກ່ວັດ) ຫລາຍ (ແກ່ວິຊາ)
ແກ່ງ
ນ. ເດີ່ນ, ສນາມ, ທົ່ງທີ່ຫວ່າງເປົ່າ, ອາກາດ, ເດີ່ນນ້ຳແປນໆ, ຫນ້ານ້ຳທີ່ຮາບພຽງ, ນ້ຳທີ່ຂຶ້ນຖ້ວມ (ຮຽກ ນ້ຳແກ່ງ)
ແກ່ນ
1 ນ. ສ່ວນແຂງຂອງຕົ້ນ ຫລື ຫມາກໄມ້, ປະທານ, ຫລັກຖານ, ຫົວຫນ້າ. 2 ວ. ປະເສີດດີ, ແຂງແກ່ນແກ້ວ ນ. ແກ້ວປະເສີດ, ແກ່ນແຂງ ນ. ຫລັກຖານ, ຫມັ້ນຄົງ, ຖາວອນ (ເປັນແກ່ນແຂງ), ແກ່ນສານ ນ. ຫລັກຖານຫມັ້ນຄົງ, More…
ວັຈນານຸກົມພາສາລາວ ໂດຍ ມະຫາສິລາ ວີຣະວົງສ໌ LaoDictionary.net | ວັດຈະນານຸກົມພາສາລາວ, ລາວແປລາວ, ລາວແປອັງກິດ ແລະອັງກິດແປລາວ.
  ຄວາມເປັນມາ໑໐ ອັນດັບສົ່ງຄຳຕິຊົມເຂົ້າໃຊ້ລະບົບ ຂຶ້ນເທິງສຸດ
© ໒໐໐໙ - ໒໐໑໐ LaoDictionary.net XHTML | CSS ລະບົບຄຳສັບໂດຍ Glossword ໑.໘.໑໑