LaoDictionary.net | ວັດຈະນານຸກົມພາສາລາວ ເພື່ອຄົນລາວ.
ເກີດເປັນຄົນລາວ ຈົ່ງຮູ້ໃຊ້ພາສາລາວ ເຮົາຄົນລາວຖ້າບໍ່ໃຊ້ພາສາລາວ ແລ້ວຄົນຜູ່ໃດຈະມາໃຊ້ ພາສາເຮົາ?

ສງ ສຍ ສນ ສມ ສຣ ສລ ສວ ສອ ສະ ສັ ສາ ສິ ສີ ສຶ ສຸ ສົ ສຽ ສເ ສແ ສໂ ສໄ ສ່ ສ້
ຜົນການຊອກຫາ: 11 ໜ້າທີ 1 ຈາກທັງໝົດ 1 ໜ້າ
ສິນລະປາກອນ - ສິລປາກອນ
ນ. ບ່ອນເກີດແຫ່ງສິລປະ (ສ. ສິລປ + ອາກຣ)
ສິມ (ມາຈາກ ສິມາ)
ນ. ເຂດແດນທີ່ສົງກຳນົດໄວ້ເປັນບ່ອນປະຊຸມຂອງສົງ (ປ.)
ສິມນ້ຳ
ນ. ເຂດແດນຂອງນ້ຳທີ່ສົງກຳນົດໄວ້ເປັນບ່ອນປະຊຸມ ຮຽກຕາມທາງວິນັຍວ່າ ອຸທກຸເຂປສີມາ ແປວ່າ ເຂດແດນລະຍະສາດນ້ຳ.
ສິລປະ - ສິນລະປະ
ນ. ສີມື, ສີມືທາງຊ່າງ, ການສະແດງ [ຂໍ້ຄວາມຫາຍໄປ] ຜາກົດຢ່າງງົດງາມ ເປັນທີ່ພໍໃຈຂອງຜູ່ຟັງ ແລະ ຜູ່ເບິ່ງ (ສ.)
ສິລປະກັມ - ສິນລະປະກຳ
ນ. ສິ່ງທີ່ເປັນສິລປະ, ການຊ່າງ (ສ. ສິລປກັມມ)
ສິລປະການ - ສິລປະກອນ-ສິລປະກອນ - ສິລປະກັມ
ນ. ນາຍຊ່າງສີມື, ການຊ່າງ (ສ. ສິລປກາຣ)
ສິລປະວິທຍາ - ສິນລະປະວິດທະຍາ
ນ. ຄວາມຮູ້ໃນການຊ່າງ, ສິລປະ ແລະຄວາມຮູ້ (ສ.)
ສິລປະສາດ - ສິນລະປະສາດ
ນ. ຕຳລາກ່າວດ້ວຍວິຊາ 18 ປະການ ຕາມຄະຕິບູຮານ ມີວິຊາເລກເປັນຕົ້ນ (ສ. ສິລປສາຕຣ)
ສິລປິນ - ສິນລະປິນ
ນ. ຜູ່ມີສິລປະ (ສ.)
ສິວ
ວ. ໃກ້, ແຮະ (ສິວຫົວໄປ)
ສິ່ມ
ວ. ບໍ່ສະຫວ່າງ, ເຫງົາຊົງ, ຄ່ອຍໆໄຫຼອອກ (ເຫື່ອສຶມ)
ວັຈນານຸກົມພາສາລາວ ໂດຍ ມະຫາສິລາ ວີຣະວົງສ໌ LaoDictionary.net | ວັດຈະນານຸກົມພາສາລາວ, ລາວແປລາວ, ລາວແປອັງກິດ ແລະອັງກິດແປລາວ.
  ຄວາມເປັນມາ໑໐ ອັນດັບສົ່ງຄຳຕິຊົມເຂົ້າໃຊ້ລະບົບ ຂຶ້ນເທິງສຸດ
© ໒໐໐໙ - ໒໐໑໐ LaoDictionary.net XHTML | CSS ລະບົບຄຳສັບໂດຍ Glossword ໑.໘.໑໑