LaoDictionary.net | ວັດຈະນານຸກົມພາສາລາວ ເພື່ອຄົນລາວ.
ເກີດເປັນຄົນລາວ ຈົ່ງຮູ້ໃຊ້ພາສາລາວ ເຮົາຄົນລາວຖ້າບໍ່ໃຊ້ພາສາລາວ ແລ້ວຄົນຜູ່ໃດຈະມາໃຊ້ ພາສາເຮົາ?

ສງ ສຍ ສນ ສມ ສຣ ສລ ສວ ສອ ສະ ສັ ສາ ສິ ສີ ສຶ ສຸ ສົ ສຽ ສເ ສແ ສໂ ສໄ ສ່ ສ້
ຜົນການຊອກຫາ: 13 ໜ້າທີ 1 ຈາກທັງໝົດ 1 ໜ້າ
ສເນ - ສະເໜ
ນ. ຄວາມຮັກ, ຢາ ຫຼືມົນ ທີ່ເຮັດໃຫ້ເກີດຄວາມຮັກ (ປ. ສິເນຫ)
ສເນຫາ - ສະເໜຫາ - ສະເນໂຫ - ສະເໜໂຫ
ນ. ຄວາມຮັກ, ກ. ຮັກ.
ສເນີ - ສະເໜີ
ກ. ຍື່ນຕໍ່, ນຳຂຶ້ນອ້າງ, ຍົກຂຶ້ນເວົ້າ, ບອກໃຫ້ຮູ້, ສະແດງໃຫ້ເຫັນ.
ສເມນ - ສະເໝນ
ນ. ຊື່ພູໃຫຍ່ໃນຄັມພີໂລກສັນຖານ ຖືວ່າເປັນບ່ອນຕັ້ງເມືອງສວັນຊັ້ນດາວະດິງສາ (ປ. ສິເນຣຸ ສ. ສຸເມຣຸ)
ສເມີພາກ - ສະເໝີພາກ
ວ. ມີຄວາມທໍ່ທຽມກັນ, ຄວາມເປັນຜູ່ມີສ່ວນທໍ່ກັນ (ປ. ສມພາວ)
ສເລດ - ສະເຫລດ
ນ. ຂີ້ເທີ່ “ລາຍເຫີຍຫັງ ສເລດຟອງຟູມຍ້ອຍ” (ສ. ເສລສມ) (ສິນໄຊ)
ສເລີຍ - ສະເຫລີຍ
ກ. ແກ້, ແກ້ບັນຫາ.
ສເລີມ - ສະເຫລີມ
ກ. ສລອງ, ຍ້ອງຍໍ (ເບິ່ງ ສລອງ ດ້ວຍ)
ສເລືອກ - ສະເຫລືອກ
ກ. ສະເດືອກ, ຮູ້ເມື່ອ, ຕື່ນຕົວ.
ສເລົາ - ສະເຫລົາ
ວ. ງາມ.
ສເວດ - ສະເຫວດ
ວ. ສີຂາວ (ສ. ເສວຕ)
ສເວຕສັດ - ສະເຫວດຕະສັດ
ນ. ເສຕສັດ, ຮົ່ມຂ່າວ, ໃຊ້ເປັນເຄື່ອງໝາຍແຫ່ງຄວາມເປັນພຣະເຈົ້າແຜ່ນດິນ ຮຽກວ່າ ພຣະເຈົ້າຮົ່ມຂາວ ຫຼື ພຣະຈົ້າລ້ານຊ້າງຮົ່ມຂາວ.
ສເວີຍ - ສະເຫວີຍ
ກ. ກິນ, ປົກຄອງເມືອງ (ສເວີຍເມືອງ), ໄດ້ຮັບ (ສະເວີຍຜົນ)
ວັຈນານຸກົມພາສາລາວ ໂດຍ ມະຫາສິລາ ວີຣະວົງສ໌ LaoDictionary.net | ວັດຈະນານຸກົມພາສາລາວ, ລາວແປລາວ, ລາວແປອັງກິດ ແລະອັງກິດແປລາວ.
  ຄວາມເປັນມາ໑໐ ອັນດັບສົ່ງຄຳຕິຊົມເຂົ້າໃຊ້ລະບົບ ຂຶ້ນເທິງສຸດ
© ໒໐໐໙ - ໒໐໑໐ LaoDictionary.net XHTML | CSS ລະບົບຄຳສັບໂດຍ Glossword ໑.໘.໑໑