LaoDictionary.net | ວັດຈະນານຸກົມພາສາລາວ ເພື່ອຄົນລາວ.
ເກີດເປັນຄົນລາວ ຈົ່ງຮູ້ໃຊ້ພາສາລາວ ເຮົາຄົນລາວຖ້າບໍ່ໃຊ້ພາສາລາວ ແລ້ວຄົນຜູ່ໃດຈະມາໃຊ້ ພາສາເຮົາ?

ສງ ສຍ ສນ ສມ ສຣ ສລ ສວ ສອ ສະ ສັ ສາ ສິ ສີ ສຶ ສຸ ສົ ສຽ ສເ ສແ ສໂ ສໄ ສ່ ສ້

ສວາຍ - ສະຫວາຍ

ນ. ເວລາກາງເວັນ, ຍາມກາງເວັນ, ເວລາຕາເວັນຂຶ້ນສູງແລ້ວ (ຄຳນີ້ ໄທໃຊ້ວ່າ ສາຍ, ສຳນຽງລາວຝ່າຍໃຕ້ ໃຊ້ວ່າ ສວຍ, ແຕ່ເດີມເປັນ ສວາຍ). ການນັບຍາມເວລາກາງເວັນ ແຕ່ບູຮານມີ 8 ຍາມ ດັ່ງນີ້:
1/ ຕູດເຊົ້າ: ແຕ່ແຈ້ງແລ້ວເຖິງ 7.30 ນ.
2/ ກອງງາຍ ຫຼື ຍາມງາຍ ແຕ່ 7.30 ນ. ມາຫາ 9.00 ນ.
3/ ແຖໃກ້ທ່ຽງ ແຕ່ 9.00 ໄປເຖິງ 10.30 ນ.
4/ ຍາມທ່ຽງ ແຕ່ 10.30 ນ. ໄປຈົນເຖິງ 12.00 ນ.
5/ ຕູດຊ້າຍ ຫຼື ຍາມສວາຍ ແຕ່ 12.00 ນ. ໄປເຖິງ 13.30 ນ.
6/ ກອງແລງ ແຕ່ 13.30 ນ. ໄປຫາ 15.00 ນ.
7/ ແຖໃກ້ຄ່ຳ ແຕ່ 15.00 ນ. ໄປຫາ 16.30 ນ.
8/ ຍາມຄ່ຳ ແຕ່ 16.30 ນ. ໄປຫາ 18.00 ນ.
  ຄວາມເປັນມາ໑໐ ອັນດັບສົ່ງຄຳຕິຊົມເຂົ້າໃຊ້ລະບົບ ຂຶ້ນເທິງສຸດ
© ໒໐໐໙ - ໒໐໑໐ LaoDictionary.net XHTML | CSS ລະບົບຄຳສັບໂດຍ Glossword ໑.໘.໑໑