LaoDictionary.net | ວັດຈະນານຸກົມພາສາລາວ ເພື່ອຄົນລາວ.
ເກີດເປັນຄົນລາວ ຈົ່ງຮູ້ໃຊ້ພາສາລາວ ເຮົາຄົນລາວຖ້າບໍ່ໃຊ້ພາສາລາວ ແລ້ວຄົນຜູ່ໃດຈະມາໃຊ້ ພາສາເຮົາ?

ກວ ກອ ກະ ກັ ກາ ກຳ ກິ ກີ ກຶ ກື ກຸ ກູ ກົ ກຽ ກ່ ກ້ ກ໊ ກໍ
ຜົນການຊອກຫາ: 19 ໜ້າທີ 1 ຈາກທັງໝົດ 1 ໜ້າ
ກອກ
1 ນ. ກ້ອງໃສ່ຢາເສັ້ນ ສຳລັບດູດ; 2 ນ. ຊື່ຕົ້ນໄມ້ແນວນຶ່ງ ເປັນຕົ້ນໄມ້ບໍ່ມີແກ່ນ ມີ 2 ແນວ ຄື: ກອກສົ້ມ ຫນ່ວຍມີຣົດ ສົ້ມຝາດ, ກອກກັນ ບໍ່ມີຫນ່ວຍ ແລະໃບອ່ອນກິນບໍ່ໄດ້; 3 ນ. ແມງແນວນຶ່ງ ຕົວຂະຫນາດໂປ້ມື ປີກແຂງ More…
ກອງ
1 ນ. ພວກ, ຫມູ່, ຫມວດ, ຈຳນວນສິ່ງຂອງ ຫລືຄົນທີ່ທ້ອນໂຮມກັນຢູ່, ຍາມ, ເວລາ; ກ. ທ້ອນເຂົ້າກັນ, ເອົາສິ່ງຂອງຢອງກັນຂຶ້ນຫລາຍໆ, ທຳໃຫ້ສູງຂຶ້ນ; ກອງຮ້ອຍ ນ. ຈຳນວນທະຫານຫມູ່ນຶ່ງ ຈຳນວນ 100 ຄົນ; ກອງພັນ ນ. More…
ກອງກອຍ
ກ. ກອງກົ້ນຂຶ້ນ (ກອງກົ້ນກອງກອຍ)
ກອງກັ່ອຍ
ນ. ຊື່ຜີປ່າແນວນຶ່ງ ວ່າຢູ່ຕາມປ່າເລິກ ດົງຫນາ.
ກອງກົ້ນ
ກ. ທຳກົ້ນໃຫ້ສູງຂຶ້ນ ແລະກົ້ມຫົວລົງ.
ກອງຄົວ
ນ. ຍາມໃກ້ຮຸ່ງ, ຍາມຂ້ອນແຈ້ງ.
ກອງງັນ
ນ. ເວລາປະມານ 20 ໂມງ ຫາ 22 ໂມງ; ກອງທີ່ຕີໃຫ້ຄົນມາງັນ ເພື່ອຊື່ນມ່ວນໃນເວລາກາງຄືນ.
ກອງງາຍ
ນ. ຍາມງາຍ, ເວລາປະມານ 9 ເຖິງ 10 ໂມງ.
ກອງຍາມ
ນ. ກອງທີ່ຕີບອກເວລາ.
ກອງຟອນ
ນ. ກອງຟືນທີ່ເຮັດສຳລັບເຜົາຄົນຕາຍ.
ກອງຫນຸນ
ນ. ທະຫານທີ່ປົດອອກຈາກປະຈຳການ ຫລື ປົດອອກຈາກກອງເກີນ ເມື່ອອາຍຸຄົບກຳນົດ, ທະຫານທີ່ຈັດໄວ້ເພື່ອຕື່ມເຕີມ ຫລື ຜັດຜ່ຽນແນວຫນ້າ.
ກອງເກີນ
ນ. ຜູ່ທີ່ຂຶ້ນທະບຽນຮັບຣາຊການທະຫານ.
ກອງເດິກ
ນ. ກອງທີ່ຕີບອກ ຍາມຂ້ອນແຈ້ງ.
ກອງແລງ
ນ. ກອງທີ່ຕີຍາມແລງ, ເວລາໃກ້ຄ່ຳ.
ກອງໂຮມ
ນ. ກອງທີ່ຕີໃຫ້ຄົນມາໂຮມ.
ກອຍ
1 ນ. ໄມ້ເຄືອແນວນຶ່ງ ເຄືອມີຫນາມ ຫົວມົນ ມີຂົນແຂງແລະຣົດຄັນ ໃຊ້ເປັນອາຫານປະເພດເຂົ້າ; ນ. ຊານເຮືອນທາງດ້ານຫລັງ. 2 ກົ້ນ (ກອງກົ້ນກອງກອຍ). 3 ກ. ເອົານ້ຳໃສ່ ແລ້ວຄົນໃຫ້ເຂົ້າກັນ (ກອຍປົ່ນ)
ກອຍໃຈ
ກ. ຕັ້ງໃຈ, ເອົາໃຈໃສ່: “ກູກໍກອຍໃຈຕັ້ງປອງຕົນເປັນເຫຍື່ອ ມັນແລ້ວ” (ສິນໄຊ)
ກອດ
ກ. ຮັດໄວ້ດ້ວຍແຂນ ຫລື ຂອງມີລັກສະນະຢ່າງນັ້ນ.
ກອນ
1 ນ. ເຄື່ອງເທິງຂອງເຮືອນ ທີ່ພາດຢູ່ເທິງຂ້າວ ຮຽງກັນເປັນແຖວ. 2 ນ. ຄຳເວົ້າທີ່ມີສຽງເກາະກ່າຍກັນ; ວ. ຄ່ອງກັນ, ເກາະກ່າຍກັນ. 3 ນ. ໄລຜັກຕູ “ກັນກົງກອນ ຫມູ່ຍິງຍາຕ້ອງ” (ສິນໄຊ). 4 ນ. ມື, ແຂນ, ງວງຊ້າງ. (ປ. More…
ວັຈນານຸກົມພາສາລາວ ໂດຍ ມະຫາສິລາ ວີຣະວົງສ໌ LaoDictionary.net | ວັດຈະນານຸກົມພາສາລາວ, ລາວແປລາວ, ລາວແປອັງກິດ ແລະອັງກິດແປລາວ.
  ຄວາມເປັນມາ໑໐ ອັນດັບສົ່ງຄຳຕິຊົມເຂົ້າໃຊ້ລະບົບ ຂຶ້ນເທິງສຸດ
© ໒໐໐໙ - ໒໐໑໐ LaoDictionary.net XHTML | CSS ລະບົບຄຳສັບໂດຍ Glossword ໑.໘.໑໑