LaoDictionary.net | ວັດຈະນານຸກົມພາສາລາວ ເພື່ອຄົນລາວ.
ເກີດເປັນຄົນລາວ ຈົ່ງຮູ້ໃຊ້ພາສາລາວ ເຮົາຄົນລາວຖ້າບໍ່ໃຊ້ພາສາລາວ ແລ້ວຄົນຜູ່ໃດຈະມາໃຊ້ ພາສາເຮົາ?

ກວ ກອ ກະ ກັ ກາ ກຳ ກິ ກີ ກຶ ກື ກຸ ກູ ກົ ກຽ ກ່ ກ້ ກ໊ ກໍ
ຜົນການຊອກຫາ: 7 ໜ້າທີ 1 ຈາກທັງໝົດ 1 ໜ້າ
ກີ
ນ. ສ່ວນທີ່ເປັນດູກ ແລະ ມີຫນັງ ເປັນພຶນຢູ່ຫລັງປາບາງຈຳພວກ ດັ່ງ ປາສະກາງ, ປາໂຈກ ເປັນຕົ້ນ (ເກປາ ກໍເອີ້ນ)
ກີດ
ກ. ຢູ່ໃກ້, ໃກ້ຖັດ, ຂັດຂວາງ, ຂັດເຄືອງ: “ເຈັບທີ່ການໄປ່ແລ້ວ ຍັງກ້ຽວກີດທວງ” (ສິນໄຊ)
ກີລາ
ນ. ການຫລິ້ນເພື່ອຄວາມມ່ວນດ ການຫລິ້ນເພື່ອອອກກຳລັງກາຍ (ປ.)
ກີໂສ
ວ. ຈ່ອຍ, ຜອມ (ປ.) “ກີໂສພ້ຽງ ຕອງຕາຍເຫລືອງຫລົ່ນ” (ສິນໄຊ)
ກີ່
1 ນ. ເຄື່ອງສຳລັບຄຶງຫູກ, ບ່ອນຄຶງຫູກ ສຳລັບຕ່ຳແຜ່ນແພ, ບ່ອນຕ່ຳຜ້າແພ. 2 ວ. ທໍ່ໃດ (ໃຊ້ເປັນ ຄຳຖາມ ຫລື ຄຳບອກ ກຳນົດບໍ່ໄດ້ ດັ່ງ ເວົ້າວ່າ ກີ່ວັນ, ຈັກກີ່ມື້)
ກີ້
1 ນ. ຫອຍແນວນຶ່ງມີກາບສອງອັນຕິດກັນ ຫນ່ວຍຍາວຮຽກຫອຍກີ້ (ຖ້າໃຫຍ່ ຮຽນຫອຍກວ້າງ) 2 ນ. ຊື່ນົກແນວນຶ່ງ ຕົວຄືນົກແຂກ ແຕ່ນ້ອຍ ແລະ ສົບດຳ ຫາງຍາວ ຂົນສີຂຽວ, 3 ວ. ກ່ອນ, ຄັ້ງກ່ອນ (ແຕ່ກີ້)
ກີ້ກ
ອຸ. ສຽງຮ້ອງຢ່າງນຶ່ງ ດັ່ງສຽງຫມູຮ້ອງ.
ວັຈນານຸກົມພາສາລາວ ໂດຍ ມະຫາສິລາ ວີຣະວົງສ໌ LaoDictionary.net | ວັດຈະນານຸກົມພາສາລາວ, ລາວແປລາວ, ລາວແປອັງກິດ ແລະອັງກິດແປລາວ.
  ຄວາມເປັນມາ໑໐ ອັນດັບສົ່ງຄຳຕິຊົມເຂົ້າໃຊ້ລະບົບ ຂຶ້ນເທິງສຸດ
© ໒໐໐໙ - ໒໐໑໐ LaoDictionary.net XHTML | CSS ລະບົບຄຳສັບໂດຍ Glossword ໑.໘.໑໑