LaoDictionary.net | ວັດຈະນານຸກົມພາສາລາວ ເພື່ອຄົນລາວ.
ເກີດເປັນຄົນລາວ ຈົ່ງຮູ້ໃຊ້ພາສາລາວ ເຮົາຄົນລາວຖ້າບໍ່ໃຊ້ພາສາລາວ ແລ້ວຄົນຜູ່ໃດຈະມາໃຊ້ ພາສາເຮົາ?

ກວ ກອ ກະ ກັ ກາ ກຳ ກິ ກີ ກຶ ກື ກຸ ກູ ກົ ກຽ ກ່ ກ້ ກ໊ ກໍ
ຜົນການຊອກຫາ: 11 ໜ້າທີ 1 ຈາກທັງໝົດ 1 ໜ້າ
ກູ
ສ. ເປັນຄຳແທນຊື່ຂອງຜູ່ເວົ້າ (ສຳລັບຜູ່ໃຫຍ່ເວົ້າກັບເດັກນ້ອຍ ຫລື ຄົນສະເຫມີກັນ)
ກູກ
ກ. ຮ້ອງດ້ວຍສຽງວ່າກູ້ກ ແຮງໆ; ນ. ສຽງຂານຮັບຜູ່ຮ້ອງຫາ.
ກູດ
1 ນ. ຜັກແນວນຶ່ງ ເຄືອແລະໃບງໍໆ; ວ. ງໍ, ຈັງເຂົ້າ (ຜົມກູດ). 2 ນ. ໄມ້ສຳລັບຂັດທ້າຍເຮືອໃຫຍ່, ຫາງເສືອເຮືອ.
ກູຕາຄານ
ນ. ເຮືອນມີຍອດ (ປ. ກູຕາຄາຣ)
ກູນາ
ນ. ຄວາມອີ່ດູ (ປ. ກະຣຸນາ)
ກູຣະມະ - ກູລະມະ
ນ. ເຕົ່າ (ສ.)
ກູຣະມາວະຕານ - ກູລະມະວະຕານ
ນ. ຄັ້ງເກີດເປັນເຕົ່າ ເປັນອະວະຕານປາງທີ 2 ຂອງພຣະວິສນຸ (ສ. ກູຣມາວຕາຣ)
ກູ່
1 ນ. ກຸຕິ, ສາລາ, ເຈດີ, ພູນ້ອຍທີ່ຕັ້ງຢູ່ປ່ຽວ ບໍ່ມີສາຍພູອື່ນຕິດຕໍ່ (ພຣະກໍເຂົ້າໄປສູ່ ແກ້ວກູ່ສາລາ) (ເວດສັນຕຣະ) 2 ກ. ຮ້ອງຫາ, ຮ້ອງຂານຕອບ, ກູ່ແຄນ. ນ. ລູກແຄນ. ກູ່ເຟືອງ ນ. ລຳຕົ້ນເຂົ້າ ບ່ອນເປັນປ້ອງ. More…
ກູ້
ກ. ມ້ຽນ, ເອົາຄືນມາໄວ້ດັ່ງເກົ່າ, ຢືມເງິນຫລືຂອງໂດຍສັນຍາຈະໃຊ້ຄືນ.
ກູ້ກກີ້ກ
ນ. ການຫລິ້ນຢ່າງນຶ່ງຂອງເດັກນ້ອຍ ໃຫ້ພວກນຶ່ງໄປລີ້ ແລ້ວພວກນຶ່ງກູກຫາກັນ.
ກູ້ຫູກ
ນ. ນົກເຄົ້າລານ (ເອີ້ນນົກເຄົ້າກູ້ຫູກ ຫລື ກູຫູກ)
ວັຈນານຸກົມພາສາລາວ ໂດຍ ມະຫາສິລາ ວີຣະວົງສ໌ LaoDictionary.net | ວັດຈະນານຸກົມພາສາລາວ, ລາວແປລາວ, ລາວແປອັງກິດ ແລະອັງກິດແປລາວ.
  ຄວາມເປັນມາ໑໐ ອັນດັບສົ່ງຄຳຕິຊົມເຂົ້າໃຊ້ລະບົບ ຂຶ້ນເທິງສຸດ
© ໒໐໐໙ - ໒໐໑໐ LaoDictionary.net XHTML | CSS ລະບົບຄຳສັບໂດຍ Glossword ໑.໘.໑໑