LaoDictionary.net | ວັດຈະນານຸກົມພາສາລາວ ເພື່ອຄົນລາວ.
ເກີດເປັນຄົນລາວ ຈົ່ງຮູ້ໃຊ້ພາສາລາວ ເຮົາຄົນລາວຖ້າບໍ່ໃຊ້ພາສາລາວ ແລ້ວຄົນຜູ່ໃດຈະມາໃຊ້ ພາສາເຮົາ?

ທວ ທອ ທັ ທາ ທຳ ທິ ທີ ທຶ ທື ທຸ ທູ ທົ ທ່ ທ້ ທໍ
ຜົນການຊອກຫາ: 13 ໜ້າທີ 1 ຈາກທັງໝົດ 1 ໜ້າ
ທາກ
ນ. ສັດບໍ່ມີດູກຈຳພວກນຶ່ງ ຕົວຄືປິງ ມີຢູ່ຕາມປ່າບ່ອນຊຸ່ມເຢັນ.
ທາງ
ນ. ແຖວ, ຖະໜົນ, ປ່ອງ, ບ່ອນທຽວໄປມາ, ວິທີ, ຝ່າຍ, ທາງການ ນ. ແນວປະຕິບັດການ.
ທາຍ
ກ. ທວາຍ, ແກ້ບັນຫາ, ບອກສິ່ງທີ່ຕາບໍ່ເຫັນ.
ທາດ
1. (ມາຈາກຄຳປາລີວ່າ ທາສາ) ນ. ຄົນໃຊ້ຜູ່ຊາຍ, ຂ້ອຍຂ້າຜູ່ຊາຍ (ບູຮານຫມາຍເອົາຄົນທີ່ໄຖ່ມາດ້ວຍຊັບ ຫລື ພວກຊະເລີຍ) 2. (ມາຈາກ ປາລີ ວ່າ ທາຕຸ) ນ. ສິ່ງທີ່ເປັນຕົ້ນເດີມ, ສິ່ງທີ່ເປັນມູນຮາກ, ສິ່ງສຳຄັນ More…
ທາດຕຸ
ນ. ທາດ (ເບິ່ງ ທາດ 2)
ທາດໆ
ອຸ. ສຽງດັງຢ່າງນຶ່ງ ດັ່ງສຽງນ້ຳໄຫລພາດກ້ອນຫິນເປັນຕົ້ນ.
ທານີ
ນ. ເມືອງ (ປ.)
ທາຣາ
ນ. ສາຍນ້ຳ. ຫ້ວຍ, ຮ່ອງ, ທໍ່ນ້ຳ (ປ.). ທາຣາເຄຫະ ນ. ຫ້ອງອາບນ້ຳທີ່ມີຝັກບົວ (ປ.)
ທາຣາຍົນ
ນ. ນ້ຳອອກບໍ່ (ປ. ທາຣາຍັນຕຣ)
ທາຣາທິກາ
ນ. ເດັກນ້ອຍຜູ່ຍິງ (ປ.)
ທາຣາທິຄຸນ
ນ. ສ່ວນນ້ຳຝົນ ເຊິ່ງຫລາຍທີ່ສຸດ (ປ.)
ທາຣຸນ
ວ. ໂຫດຮ້າຍ, ຫຍາບຊ້າກ້າແຂງ (ປ.) ທາຣຸນກັນ ນ. ການເຮັດດ້ວຍຄວາມໂຫດຮ້າຍ.
ທາຣົກ
ນ. ເດັກນ້ອຍຜູ່ຊາຍ, ເດັກທີ່ຍັງບໍ່ຮູ້ພາສາ (ປ. ທາຣົກ)
ວັຈນານຸກົມພາສາລາວ ໂດຍ ມະຫາສິລາ ວີຣະວົງສ໌ LaoDictionary.net | ວັດຈະນານຸກົມພາສາລາວ, ລາວແປລາວ, ລາວແປອັງກິດ ແລະອັງກິດແປລາວ.
  ຄວາມເປັນມາ໑໐ ອັນດັບສົ່ງຄຳຕິຊົມເຂົ້າໃຊ້ລະບົບ ຂຶ້ນເທິງສຸດ
© ໒໐໐໙ - ໒໐໑໐ LaoDictionary.net XHTML | CSS ລະບົບຄຳສັບໂດຍ Glossword ໑.໘.໑໑