LaoDictionary.net | ວັດຈະນານຸກົມພາສາລາວ ເພື່ອຄົນລາວ.
ເກີດເປັນຄົນລາວ ຈົ່ງຮູ້ໃຊ້ພາສາລາວ ເຮົາຄົນລາວຖ້າບໍ່ໃຊ້ພາສາລາວ ແລ້ວຄົນຜູ່ໃດຈະມາໃຊ້ ພາສາເຮົາ?

ທວ ທອ ທັ ທາ ທຳ ທິ ທີ ທຶ ທື ທຸ ທູ ທົ ທ່ ທ້ ທໍ
ຜົນການຊອກຫາ: 13 ໜ້າທີ 1 ຈາກທັງໝົດ 1 ໜ້າ
ທິກ
ກ. ທຳໃຫ້ປິ້ນຂື້ນ, ທຳໃຫ້ເປັນຫມ້ອງ (ໄກ່ທິກໝ້ອງ)
ທິຄັມພອນ - ທິຄຳພອນ
ນ. ຊື່ນິກາຍໃນລັດທິສາສນາເຊນ ຫລື ເດັຍຣະຖີ ເຊິ່ງປະພຶດເປັນຄົນເປືອຍຄືບໍ່ນຸ່ງຫົ່ມຜ້າ ຫມາຍຄວາມວ່າ ນຸ່ງຫົ່ມຟ້າ (ປ. ທິຄັມພຣ)
ທິງ
ນ. ຊື່ບັ້ງໄມ້ໄຜ່ສຳລັບຂັງນ້ຳໄວ້ກິນ ເອີ້ນ ບັ້ງທິງ.
ທິດ
1. ນ. ຄຳນຳຫນ້າຊື່ຜູ່ຊາຍທີ່ເຄີຍບອດເປັນພິກຂຸ ແຕ່ບໍ່ໄດ້ຮັບເຖຣາພິເສກ. ຄົນທີ່ບວດເປັນຈົວ ເປັນພິກຂຸ ເມື່ອສິກແລ້ວໃຊ້ຄຳນຳຫນ້າຊື່ ດັ່ງນີ້: ເປັນຈົວ ເອີ້ນວ່າ ຊຽງ, ເປັນພິກຂຸ ເອີ້ນວ່າ ທິດ More…
ທິດາ
ນ. ລູກສາວ (ປ. ທິຕາ)
ທິພາກອນ
ນ. ຕາເວັນ (ປ. ທິພາກຣ)
ທິວະ
ນ. ສະຫວັນ, ວັນ, ຊັ້ນຟ້າ, ທິວາການ ນ. ເວລາກາງເວັນ (ປ. ທິວາກາລ)
ທິວາ
(ເບິ່ງ ທິພາ)
ທິວາກອນ
ນ. ຕາເວັນ (ປ. ທິວາກຣ)
ທິວົງຄົດ
ກ. ໄປສູ່ສະຫວັນ (ຫມາຍຄວາມວ່າ ຕາຍ ໃຊ້ສຳລັບ ຣັຊທາຍາດ) (ປ. ທິວັງຄຕ)
ທິສາ
ນ. ທິດ, ຂ້າງ, ຝ່າຍ (ປ. ທິສ)
ທິສານຸທິດ
ນ. ທິດນ້ອຍທິດໃຫຍ່ (ປ. ທິສານຸທິສ)
ທິສາປາໂມກ
ນ. ອາຈານຜູ່ມີຊື່ສຽງລືຊາ (ປ. ທິສາປາໂມກຂ)
ວັຈນານຸກົມພາສາລາວ ໂດຍ ມະຫາສິລາ ວີຣະວົງສ໌ LaoDictionary.net | ວັດຈະນານຸກົມພາສາລາວ, ລາວແປລາວ, ລາວແປອັງກິດ ແລະອັງກິດແປລາວ.
  ຄວາມເປັນມາ໑໐ ອັນດັບສົ່ງຄຳຕິຊົມເຂົ້າໃຊ້ລະບົບ ຂຶ້ນເທິງສຸດ
© ໒໐໐໙ - ໒໐໑໐ LaoDictionary.net XHTML | CSS ລະບົບຄຳສັບໂດຍ Glossword ໑.໘.໑໑