LaoDictionary.net | ວັດຈະນານຸກົມພາສາລາວ ເພື່ອຄົນລາວ.
ເກີດເປັນຄົນລາວ ຈົ່ງຮູ້ໃຊ້ພາສາລາວ ເຮົາຄົນລາວຖ້າບໍ່ໃຊ້ພາສາລາວ ແລ້ວຄົນຜູ່ໃດຈະມາໃຊ້ ພາສາເຮົາ?

ທວ ທອ ທັ ທາ ທຳ ທິ ທີ ທຶ ທື ທຸ ທູ ທົ ທ່ ທ້ ທໍ
ຜົນການຊອກຫາ: 13 ໜ້າທີ 1 ຈາກທັງໝົດ 1 ໜ້າ
ທ້ວງ
ກ. ເວົ້າ, ທັກ, ເວົ້າໃຫ້ຜູ້ອື່ນຮູ້ເມື່ອຄີງ, ເວົ້າໃຫ້ ມີສະຕິ, ທວາຍ.
ທ້ວຍໆ
ວ. ຕ້ອຍໆ.
ທ້ອງ
ນ. ສ່ວນຂອງຮ່າງກາຍທີ່ມີໃສ້ພຸງຢູ່ພາຍໃນ. ພື້ນເຮືອ ຫລື ຂອງເປັນເຫລ້ມ. ຢູ່ ສ່ວນກາງທັງສອງ ຂ້າງໃນ ແລະ ຂ້າງນອກ.
ທ້ອງຂີ້ຮາກ
ນ. ໂຣກອະຫິວາ.
ທ້ອງຊ້າງ
ນ. ນາຫລົ້ງທີ່ມີນ້ຳຂັງຢູ່ດີ, ເຂດສ່ວນຢູ່ກາງ.
ທ້ອງດ້ອຍ
ນ. ພະຍາດເປັນໃນທ້ອງພາໃຫ້ຂີ້ສະເໝີ.
ທ້ອງທີ່
ນ. ເຂດແດນທີ່ຢູ່ບ່ອນນຶ່ງໆ. ເຂດແຂວງນຶ່ງໆ.
ທ້ອງນ້ອຍ
ນ. ສ່ວນທ້ອງແຕ່ສາຍບືລົງໄປຫາໂມມ.
ທ້ອງບິດ
ນ. ພະຍາດທ້ອງເປັນໂຣກບິດ.
ທ້ອງແລ້ງ
ນ. ຊື່ພະຍາດເຈັບທ້ອງແນວນຶ່ງ ມີອາການເຈັບສຽບ ແລະ ຮາກລົມອອກ ແຕ່ບໍ່ຂີ້; ນ. ຊື່ຕົ້ນໄມ້ແນວນຶ່ງ ຕົ້ນນອ້ຍຫນ່ວຍມົນ ແລະ ເປັນພົ້ວ.
ທ້າງ
ນ. ປ່ອງນ້ຳ, ທາງນ້ຳ, ຫ້ວຍ, ຮ່ອງ.
ທ້າຍ
ນ. ເບື້ອງຫລັງ ຫລື ກົ້ນ, ກົງກັນຂ້າມກັບທາງຫົວ, ສົ່ນສຸດທາງດ້າມ, ກົ້ນ, ທາງ ຫລັງ, ກອຍເຮືອນ, ເບື້ອງຫລັງເຮືອນ, ກົງກັນຂ້າມກັບທາງຫນ້າ.
ທ້າຍປືນ
ນ. ສົ້ນຂອງຝັກປືນ ຫລື ສົ້ນສຸດຂອງປືນທາງຄ້ຳໃສ່ບ່າ.
ວັຈນານຸກົມພາສາລາວ ໂດຍ ມະຫາສິລາ ວີຣະວົງສ໌ LaoDictionary.net | ວັດຈະນານຸກົມພາສາລາວ, ລາວແປລາວ, ລາວແປອັງກິດ ແລະອັງກິດແປລາວ.
  ຄວາມເປັນມາ໑໐ ອັນດັບສົ່ງຄຳຕິຊົມເຂົ້າໃຊ້ລະບົບ ຂຶ້ນເທິງສຸດ
© ໒໐໐໙ - ໒໐໑໐ LaoDictionary.net XHTML | CSS ລະບົບຄຳສັບໂດຍ Glossword ໑.໘.໑໑