LaoDictionary.net | ວັດຈະນານຸກົມພາສາລາວ ເພື່ອຄົນລາວ.
ເກີດເປັນຄົນລາວ ຈົ່ງຮູ້ໃຊ້ພາສາລາວ ເຮົາຄົນລາວຖ້າບໍ່ໃຊ້ພາສາລາວ ແລ້ວຄົນຜູ່ໃດຈະມາໃຊ້ ພາສາເຮົາ?

ທວ ທອ ທັ ທາ ທຳ ທິ ທີ ທຶ ທື ທຸ ທູ ທົ ທ່ ທ້ ທໍ
ຜົນການຊອກຫາ: 11 ໜ້າທີ 1 ຈາກທັງໝົດ 1 ໜ້າ
ທໍ
ນ. ພາຊນະສານດ້ວຍຕອກແຂງ ຮູບກົມສູງ ສຳລັບໃສ່ສິ່ງຂອງ. ກ. ອໍ, ຊຸມກັນອັ່ງແໜ້ນ ດັ່ງ "ປາທໍຕ້ອນຢ່າຫວັງຄອງຕຳປາແດກ" ກ. ຕ່ຳຫູກ, ຕ່ຳແຜ່ນແພ
ທໍຣະ - ທໍລະ
ເປັນຄຳມາຈາກ ທຸ ທຸຣະ ໃນພາສາປາລີ ແປວ່າ ຊົ່ວ, ໃຊ້ນຳຫນ້າຄຳອື່ນ: ທໍຣຊາດ ນ. ຊາດຊົ່ວ; ທໍຣະຊົນ ນ. ຄົນຊົ່ວ.
ທໍຣະກັມ - ທໍລະກຳ
ກ. ການທຳໃຫ້ລຳບາກ. ວ. ລຳບາກ, ທຸກເວດທະນາ
ທໍຣະນີ - ທໍລະນີ
ນ. ໂລກ, ແຜ່ນດິນ (ປ.) ໄມ້ແມ່ຜັກຕູ່ດ້ານລຸ່ມ ຫລື ໄມ້ຕີນໂລງ "ດິນທໍຣະນີ ພີ່ຈັກ ແຕ້ມຮູບຍາກ"
ທໍຣະນີວິທຍາ - ທໍລະນີວິດທະຍາ
ນ. ຄວາມຮູ້ກ່ຽວດ້ວຍລັກສະນະຂອງດິນ ແລະ ຂອງຢູ່ໃນດິນ
ທໍຣະນີສານ - ທໍລະນີສານ
ນ. ຄວາມຈັງໄຮ, ເຄາະເຂັນຢ່າງໃຫຍ່.
ທໍຣະນີສົງ - ທໍລະນີສົງ
ນ. ບ່ອນດິນອຸທິດໃຫ້ເປັນຂອງສົງ (ປ.)
ທໍຣະພີ - ທໍລະພີ
ນ. ຊື່ຄວາຍໂຕນຶ່ງ ໃນເຣື່ອງ ພະລັກ ພຣະຣາມ ເຊິ່ງຂ້າພໍ່ຕາຍ (ອາໄສເຫດນີ້ ຄົນຜູ່ໃດ ເປັນຄົນອະກະຕັນຍູ ຕໍ່ພໍ່ແມ່ ຈຶ່ງເອີ້ນວ່າ ຄົນທໍຣະພີ ຄົນອະກະຕັນຍູ)
ທໍຣະມານ - ທໍລະມານ
ກ. ຂົ່ມເຫງ, ຜາບ, ແອບ, ເຮັດໃຫ້ລຳບາກ (ປສ. ທໍຣມານ) ກ. ຍັງມີຊີວິດຢູ່ (ປ. ທຣມານ)
ທໍ່
ນ. ໄມ້ຫລືສິ່ງທີ່ເປັນໂກນຍາວ ສຳລັບໃຊ້ເປັນທາງນ້ຳໄຫລ ຫລື ໃຫ້ຄວັນ ຫລື ລົມອອກ. ວ. ເກິ່ງກັນ, ສ່ວນເດີມ (ດັ່ງ ສາມທໍ່), ທໍ່ໃດ ວ. ກີ່ມາກນ້ອຍ
ທໍ້
ກ. ເທົ້າ, ຕຳ. "ນ້ຳທັ່ງທໍ່ ໂຕນກ້ອນຄື່ນເຄງ" ຖອຍຄືນ, ມາເທົ້າແລ້ວຖອຍຄືນ (ທໍ້ຖອຍ); ທໍ້ຖອຍ ກ. ຖອຍຄືນ, ບໍ່ທຳຕໍ່ໄປ, ບໍ່ສູ້, ທໍ້ລໍ້ ນ. ໄມ້ສຳລັບຮອງຂອງໜັກ ໃຊ້ແທນລໍ້ ຫລື ດຶງຂອງຫນັກໃຫ້ໄປງ່າຍ. More…
ວັຈນານຸກົມພາສາລາວ ໂດຍ ມະຫາສິລາ ວີຣະວົງສ໌ LaoDictionary.net | ວັດຈະນານຸກົມພາສາລາວ, ລາວແປລາວ, ລາວແປອັງກິດ ແລະອັງກິດແປລາວ.
  ຄວາມເປັນມາ໑໐ ອັນດັບສົ່ງຄຳຕິຊົມເຂົ້າໃຊ້ລະບົບ ຂຶ້ນເທິງສຸດ
© ໒໐໐໙ - ໒໐໑໐ LaoDictionary.net XHTML | CSS ລະບົບຄຳສັບໂດຍ Glossword ໑.໘.໑໑