LaoDictionary.net | ວັດຈະນານຸກົມພາສາລາວ ເພື່ອຄົນລາວ.
ເກີດເປັນຄົນລາວ ຈົ່ງຮູ້ໃຊ້ພາສາລາວ ເຮົາຄົນລາວຖ້າບໍ່ໃຊ້ພາສາລາວ ແລ້ວຄົນຜູ່ໃດຈະມາໃຊ້ ພາສາເຮົາ?

ຜວ ຜອ ຜະ ຜັ ຜາ ຜິ ຜີ ຜຶ ຜື ຜຸ ຜູ ຜົ ຜຽ ຜ່ ຜ້
ຜົນການຊອກຫາ: 74 ໜ້າທີ 2 ຈາກທັງໝົດ 4 ໜ້າ
ຜັກຕູປ່າ
ນ. ປາກທາງທີ່ເຂົ້າໄປໃນປ່າ, ຜັກຕູທີ່ເຮັດໄວ້ຫົນທາງປະດັບດ້ວຍໃບ, ງ່າ ແລະດອກໄມ້ສົດສຳຫລັບຕ້ອນຮັບຜູ່ມີຍົດສູງ
ຜັກຕູໂຂງ
ນ. ຜັກຕູໃຫຍ່ທີ່ເຮັດໄວ້ຕາມກຳແພງເມືອງ ຫລື ກຳແພງວັດເປັນຕົ້ນ ທາງເທິງມີຫລັງຄາໂຄ້ງຕາມຜັກຕູ
ຜັງ
ນ. ໄມ້ສຳລັບຄຶງແຜ່ນທີ່ກຳລັງຕ່ຳຢູ່ໃຫ້ເຄັ່ງ ສອງສົ້ນມີເຂັມ, ໄມ້ແບບຫລືເສັ້ນເປັນແບບ ສຳລັບຂຶງພື້ນທີ່ປຸກເຮືອນແບບແທກພື້ນທີ່ຮາບ, ແບບແຜນ, ແຜນຜັງ, ແຜນທີ່.
ຜັງເມືອງ
ນ. ແຜນຜັງຂອງເມືອງ, ແຜນທີ່ຂອງເມືອງ.
ຜັດ
1 ກ. ນັດ, ຫມາຍ, ກຳນົດເວລາ. 2 ກ. ຖ່າຍ, ຜ່ຽນ, ແທນ (ຜັດຜ້າ)
ຜັດວ່າ
ກ. ຫມາຍວ່າ, ຄອງວ່າ.
ຜັດສະ
ນ. ການຊູນ, ການຖືກຕ້ອງ (ປ. ຜັສສ)
ຜັດສາຫານ
ນ. ອາຫານຄືຜັດສະ ຫມານເອົາ ການຖືກກັນ ຫລືປະສົບກັນ ແຫ່ງອາຍະຕະນະພາຍໃນພາຍນອກ ແລະວິນຍານ ເປັນປັດໄຈແຫ່ງເຈຕະສິກອັນຈະເກີດຕາມວິຖີ ມີເວດທະນາເປັນຕົ້ນ (ປ. ຜັສສາຫາຣ)
ຜັນ
ກ. ຫັນ, ປິ່ນ, ປ່ຽນ, ເຮັດໃຫ້ສຽງປ່ຽນໄປ.
ຜັນຜະຍອງ-ຜັນຜະຫຍອງ
ກ. ເຫາະໄປໂດຍໄວ.
ຜັນຜ່ອນ
ກ. ຢ່ອນຍານລົງ, ບໍ່ໃຫ້ຄັດເຄັ່ງຫລາຍ.
ຜັນຜ້າຍ-ຜັນຜາດ
ກ. ເດີນໄປໂດຍໄວ.
ຜາກ
ນ. ພັນໄມ້ແນວນ້ອຍໆ ທີ່ເກີດຢູ່ນຳຕົ້ນໄມ້ໃຫຍ່ ແລະອາໄສກິນອາຫານນຳຕົ້ນໄມ້ໃຫຍ່.
ຜາງ
1 ນ. ເຄື່ອງຊັ່ງນ້ຳຫນັກຂະຫນາດນ້ອຍ, ຊິງຂະຫນາດນ້ອຍ, ເຕັງ (ຜາງຍອຍ ກໍວ່າ) 2 ນ. ຊື່ຕົ້ນໄມ້ແນວນື່ງຕົ້ນຂະຫນາດໃຫຍ່ ຫມາກກົມ ສຸກແລ້ວສີເຫລືອງ ລົດສົ້ມເປັນຄູ່ ກັບຫມາກຜຸ. 3 ນ. ຜິວ, ສີເນື້ອອັນສວຍງາມ More…
ຜາງຫນ່າຍ-ຜາງຮ້າຍ
ວ. ອ່ວຍ, ຫນ້າຂີ້ດຽດ, ຫນ້າຢາກອາຍ, ເປັນຂອງຄວນອາຍ
ຜາຍ
1 ກ. ການຫວ່ານເຂົ້າປູກລົງໃນນາໂດຍບໍ່ຕ້ອງຫລົກໄປດຳເອີ້ນ ຜາຍເຂົ້າ, ຫວ່ານ “ຜາຍເງິນຄຳ ຫວ່ານທານທຸກດ້ານ” (ສິນໄຊ) 2 ກ. ກູນາ, ຊ່ອຍເຫລືອ, ອີ່ດູ (ໃຊ້ວ່າຜາຍໂຜດ ຫລື ໂຜດຜາຍ) ເດີມ, ໄປໄດ້, ບາຍເອົາ More…
ຜາດ
ກ. ເຕັ້ນແລ່ນ, ໄປໂດຍເຮວໄວ.
ຜານ
ກ. ທຳໃຫ້ສົມບັດເສຍ, ທຳອັນຕະລາຍໃຫ້.
ຜາບ
ກ. ແພ້, ຊະນະ, ເຮັດໃຫ້ຢ້ານ, ກຳຮາບ.
ຜາມ
ນ. ບ່ອນຢູ່ເຊົາຊົ່ວຄາວ; ເຮັດເປັນຫລັງຄາພຽງມຸງດ້ວຍຜ້າ ຫລື ໃບໄມ້ບໍ່ຍົກພື້ນ.
ວັຈນານຸກົມພາສາລາວ ໂດຍ ມະຫາສິລາ ວີຣະວົງສ໌ LaoDictionary.net | ວັດຈະນານຸກົມພາສາລາວ, ລາວແປລາວ, ລາວແປອັງກິດ ແລະອັງກິດແປລາວ.
  ຄວາມເປັນມາ໑໐ ອັນດັບສົ່ງຄຳຕິຊົມເຂົ້າໃຊ້ລະບົບ ຂຶ້ນເທິງສຸດ
© ໒໐໐໙ - ໒໐໑໐ LaoDictionary.net XHTML | CSS ລະບົບຄຳສັບໂດຍ Glossword ໑.໘.໑໑