LaoDictionary.net | ວັດຈະນານຸກົມພາສາລາວ ເພື່ອຄົນລາວ.
ເກີດເປັນຄົນລາວ ຈົ່ງຮູ້ໃຊ້ພາສາລາວ ເຮົາຄົນລາວຖ້າບໍ່ໃຊ້ພາສາລາວ ແລ້ວຄົນຜູ່ໃດຈະມາໃຊ້ ພາສາເຮົາ?

ຜວ ຜອ ຜະ ຜັ ຜາ ຜິ ຜີ ຜຶ ຜື ຜຸ ຜູ ຜົ ຜຽ ຜ່ ຜ້
ຜົນການຊອກຫາ: 74 ໜ້າທີ 3 ຈາກທັງໝົດ 4 ໜ້າ
ຜິດ
ວ. ບໍ່ແມ່ນ, ບໍ່ຖືກ, ຕ່າງໄປ.
ຜິນ
ກ. ປິ່ນ, ຫັນ.
ຜິວ
ນ. ຫນັງທາງນອກ, ສີ, ສີເນື້ອຫນັງ, ກ. ເປົ່າລົມດ້ວຍປາກໃຫ້ມີສຽງດັງ.
ຜິວພັນ
ນ. ສີເນື້ອຫນັງ, ຮູບໂສມ.
ຜີກ
ກ. ຫລີກ, ແວອອກຈາກທາງ.
ຜຶງ
ວ. ເຕັ້ນຢ່າງແຮງ, ດີດ.
ຜຶນ
ນ. ຕຸ່ມນ້ອຍໆ ແລະຖີ່ ເກີດຕາມຮ່າງກາຍ, ຝົດເຫື່ອ.
ຜຶ່ງ
ກ. ຕາກໃຫ້ແຫ້ງດ້ວຍລົມ ຫລື ແດດ.
ຜືນ
ນ. ແຜ່ນ, ລັກສະນະນາມຂອງເປັນແຜ່ນບາງ ແລະອ່ອນ ດັ່ງ ເສື້ອຜ້າ ແລະສາດ ວ່າຜືນນຶ່ງ ສອງຜືນ.
ຜຸຍ
ວ. ມຸ່ນ, ເປັນຜົງ.
ຜຸດ
ກ. ເກີດຂຶ້ນ, ພົ້ນຂຶ້ນ, ວ. ພົ້ນ.
ຜຸດຫລຸດ
ວ. ລຸກແລ່ນໄປໂດຍໄວ.
ຜຸນ
ກ. ຫັນໃຫ້ເຂົ້າ, ເອົາຂອງແຫລມແທງແລ້ວຫັນໄປມາ.
ຜຸ່ຍ
ວ. ຜຸ, ໂດກ, ບໍ່ຫມັ້ນຫນຽວ, ບໍ່ແກ່ນ.
ຜູກ
1 ກ. ມັດ, ຮັດດ້ອຍເຊືອກ, ທຳໃຫ້ຈ່ອງກັນ ດັ່ງ ຜູກເວນ ຜູກມິດ ເປັນຕົ້ນ. 2 ນ. ຈຳນວນຫນັງສຶໃບລານທີ່ຮ້ອຍໃສ່ກັນເປັນມັດໆ ເອີ້ນວ່າ ຜູກ, ຫນັງສືນິທານ ເລື່ອງນື່ງໆ ກໍເອີ້ນວ່າ ຫນັງສືຜູກ.
ຜົກ
ກ. ຈອບ, ມອງ, ລີ້, ປອງ
ຜົງ
1 ນ. ຝຸ່ນ, ສິ່ງທີ່ມຸ່ນ ແລະບໍ່ຕິດກັນ, ວ. ແຫ້ງບໍ່ຕິດກັນ, ອາການຂອງທີ່ເປັນປຸຍ ເປັນຍອງແລະອ່ອນຟູຂຶ້ນ (ຝ້າຍດີດຜົງ) 2 ວ. ພວມ, ກຳລັງ (ຜົງບ່າວ, ຜົງສາວ) ງາມ, ຂາວສະອາດ.
ຜົນ
ນ. ຄວາມງອກງາມ, ຄວາມຈະເລີນ, ກຳໄລ, ດອກເບັ້ຍ, ຫມາກໄມ້, ປະໂຫຍດທີ່ໄດ້ຮັບ, ສິ່ງທີ່ເກີດຈາກເຫດ (ປ.ຜລ)
ຜົນຄວນ
ນ. ທ້າວຜູ່ປະເສີດ, ເຈົ້າແຜ່ນດິນ, ພະລາຊາ.
ຜົມ
ນ. ສິ່ງທີ່ເປັນເສັ້ນເກີດຢູ່ຫົວຄົນ.
ວັຈນານຸກົມພາສາລາວ ໂດຍ ມະຫາສິລາ ວີຣະວົງສ໌ LaoDictionary.net | ວັດຈະນານຸກົມພາສາລາວ, ລາວແປລາວ, ລາວແປອັງກິດ ແລະອັງກິດແປລາວ.
  ຄວາມເປັນມາ໑໐ ອັນດັບສົ່ງຄຳຕິຊົມເຂົ້າໃຊ້ລະບົບ ຂຶ້ນເທິງສຸດ
© ໒໐໐໙ - ໒໐໑໐ LaoDictionary.net XHTML | CSS ລະບົບຄຳສັບໂດຍ Glossword ໑.໘.໑໑