LaoDictionary.net | ວັດຈະນານຸກົມພາສາລາວ ເພື່ອຄົນລາວ.
ເກີດເປັນຄົນລາວ ຈົ່ງຮູ້ໃຊ້ພາສາລາວ ເຮົາຄົນລາວຖ້າບໍ່ໃຊ້ພາສາລາວ ແລ້ວຄົນຜູ່ໃດຈະມາໃຊ້ ພາສາເຮົາ?

ຜວ ຜອ ຜະ ຜັ ຜາ ຜິ ຜີ ຜຶ ຜື ຜຸ ຜູ ຜົ ຜຽ ຜ່ ຜ້
ຜົນການຊອກຫາ: 74 ໜ້າທີ 4 ຈາກທັງໝົດ 4 ໜ້າ
ຜົມໄຟ
ນ. ຜົມເດີມຂອງເດັກທີ່ມີມາແຕ່ເກີດ, ຜົມສີແດງ.
ຜົ້ງ
ວ. ງາມ, ຂາວ “ນາງກໍຝັນຂີ່ຊ້າງ ຂາວຜົ້ງຜ່ອງໃສ” (ສິນໄຊ)
ຜຽກ
ນ. ເສັ້ນເຊືອກທີ່ຄຶງໄວ້ຍາວໆສຳລັບຕາກຜ້າ ເປັນຕົ້ນ, ສາຍບັນທັດ.
ຜຽດ
ກ. ເອົາຫຍ້າ ຫລື ຟົດໄມ້ກັນໄວ້ບໍ່ໃຫ້ສັດທຽວໄປມາ, ກັນ, ອ້ອມ.
ຜຽນ
ນ. ເທື່ອ, ຖ້ຽວ, ຄາວ, ທີ.
ຜ່ອງ
1 ວ. ງາມ, ສະອາດ, ບໍລິສຸດ, ຂາວ ຜ່ອງໃສ ວ. ບໍລິສຸດສະອາດ, ງາມ. 2 ກ. ເປັນຄຳຮ້ອງຂຶ້ນເມື່ອເປັນໄພ້ຫງາຍຂຶ້ນຖືກຕ້ອງກັບໃບທີ່ຖືຢູ່ໃນມື.
ຜ່ອຍ
ວ. ແຕກງ່າຍ, ບໍ່ຫນຽວ.
ຜ່ອນ
ກ. ຫລຸດ, ຢ່ອນ, ເບົາ.
ຜ່ອນຜັນ
ກ. ຢ່ອນຕາມ.
ຜ່ານ
ກ. ຕັດ, ລັດຂອງທີ່ຂວາງຢູ່ໄປ, ກາຍ, ຂ້າມໄປ.
ຜ່ຽນ
ກ. ປ່ຽນ, ເອົາແລກກັນ.
ຜ້າຍ
ກ. ເດີນ, ໄປ, ກາຍໄປມາ “ພໍທີ່ຜ້າຍແຜ່ນລ້ານເດີນໄດ້ກໍຈຶ່ງມາ”
ຜ້ານ
ນ. ຖ້ານ, ຊັ້ນ, ສ່ຳ, ຮຸ່ນຮາວ.
ຜ້ຽນ
ວ. ກ້ຽງ, ແປນ, ຫມົດ.
ວັຈນານຸກົມພາສາລາວ ໂດຍ ມະຫາສິລາ ວີຣະວົງສ໌ LaoDictionary.net | ວັດຈະນານຸກົມພາສາລາວ, ລາວແປລາວ, ລາວແປອັງກິດ ແລະອັງກິດແປລາວ.
  ຄວາມເປັນມາ໑໐ ອັນດັບສົ່ງຄຳຕິຊົມເຂົ້າໃຊ້ລະບົບ ຂຶ້ນເທິງສຸດ
© ໒໐໐໙ - ໒໐໑໐ LaoDictionary.net XHTML | CSS ລະບົບຄຳສັບໂດຍ Glossword ໑.໘.໑໑