LaoDictionary.net | ວັດຈະນານຸກົມພາສາລາວ ເພື່ອຄົນລາວ.
ເກີດເປັນຄົນລາວ ຈົ່ງຮູ້ໃຊ້ພາສາລາວ ເຮົາຄົນລາວຖ້າບໍ່ໃຊ້ພາສາລາວ ແລ້ວຄົນຜູ່ໃດຈະມາໃຊ້ ພາສາເຮົາ?

ສງ ສຍ ສນ ສມ ສຣ ສລ ສວ ສອ ສະ ສັ ສາ ສິ ສີ ສຶ ສຸ ສົ ສຽ ສເ ສແ ສໂ ສໄ ສ່ ສ້
ຜົນການຊອກຫາ: 33 ໜ້າທີ 2 ຈາກທັງໝົດ 2 ໜ້າ
ສົມວັຍ - ສົມໄວ
ວ. ຮຸ່ນດຽວກັນ, ເກີດປີດຽວກັນ, ງາມ (ປ. ສມວຍ)
ສົມສູ່
ວ. ຢູ່ຮ່ວມກັນເປັນຜົວເມຍ.
ສົມຮູ້
ກ. ຮ່ວມຮູ້ເຫັນນຳກັນ.
ສົມເດັດ
ນ. ເປັນຄຳຍໍ້ອງຍໍ ໝາຍຄວາມວ່າ ປະເສີດ ຫຼື ຍິ່ງໃຫຍ່ ໃຊ້ປະກອບໜ້າຄຳທີ່ເປັນ ຖານັນດອນສັກໂດຍກຳເນີດ ຫຼືໂດຍແຕ່ງຕັ້ງ ດັ່ງສົມເດັດພຣະເຈົ້າແຜ່ນດິນ, ສົມເດັດ ພຣະສັງຄະຣາດ, ສົມເດັດຣາຊຄູ ເປັນຕົ້ນ.
ສົມໂພດ
ນ. ການກິນຮ່ວມ, ງານລ້ຽງ, ການລ້ຽງອາຫານ, ບຸນສະຫຼອງ, ງານມຸງຄຸນເພື່ອມ່ວນ (ປ. ສັມໂພຊນ)
ສົ້ມ
1 ວ. ຣົດຢ່າງນຶ່ງກົງກັນຂ້າມກັບຫວານ. ນ. ອາຫານທີ່ມີຣົດສົ້ມ ດັ່ງ ສົ້ມປາ ສົ້ມຜັກ ເປັນຕົ້ນ. 2 ນ. ມົດແນວນຶ່ງ ຕົວແດງໆ ມີຣົດສົ້ມ ຮຽກ ມົດສົ້ມ ຫຼືມົດແດງ.
ສົ້ມກົບ
ນ. ຊື່ຕົ້ນໄມ້ແນວນຶ່ງ ເປັນໄມ້ຂະໜາດກາງ ໃຊ້ເຮັດຕູ້ ໂຕະ ໄດ້ດີ ເນື້ອເບົາ.
ສົ້ມປ່ອຍ
ນ. ໄມ້ເຄືອແນວນຶ່ງ ໃບເປັນແຫລບ ມີຣົດສົ້ມ.
ສົ້ມພໍດີ
ນ. ຜັກແນວນຶ່ງ ເປັນຕົ້ນຄືຕົ້ນປໍ ມີຣົດສົ້ມ.
ສົ້ມລົມ
ນ. ໄມ້ເຄືອແນວນຶ່ງ ໝາກເປັນຝັກ ທາງໃນມີນຸ່ນ ໃບ ແລະໝາກມີຣົດສົ້ມ.
ສົ້ມສ້ຽວ
ນ. ຕົ້ນໄມ້ແນວນຶ່ງໄບແກວກ ມີຣົດສົ້ມ ດອກສີແຫຼ້.
ສົ້ມໂອ
ນ. ຕົ້ນໄມແນວນຶ່ງ ໜ່ວຍເປັນຂົນຍາວ ມີຣົດສົ້ມ ເກີດຕາມປ່າ.
ສົ້ມໂຮງ
ຊື່ໄມ້ແນວນຶ່ງ ເປັນໄມ້ຂະໜາດໃຫຍ່ ແຕ່ແກ່ນບໍ່ແຂງ ໃບ້ສ້ອຍ ໝາກແກ່ແລ້ວ ແຕກງະອອກຈາກກັນ ມີເມັດຢູ່ໃນ ແລະເມັດນັ້ນມີມັນຫຼາຍ ຣົດເມົາ.
ວັຈນານຸກົມພາສາລາວ ໂດຍ ມະຫາສິລາ ວີຣະວົງສ໌ LaoDictionary.net | ວັດຈະນານຸກົມພາສາລາວ, ລາວແປລາວ, ລາວແປອັງກິດ ແລະອັງກິດແປລາວ.
  ຄວາມເປັນມາ໑໐ ອັນດັບສົ່ງຄຳຕິຊົມເຂົ້າໃຊ້ລະບົບ ຂຶ້ນເທິງສຸດ
© ໒໐໐໙ - ໒໐໑໐ LaoDictionary.net XHTML | CSS ລະບົບຄຳສັບໂດຍ Glossword ໑.໘.໑໑