LaoDictionary.net | ວັດຈະນານຸກົມພາສາລາວ ເພື່ອຄົນລາວ.
ເກີດເປັນຄົນລາວ ຈົ່ງຮູ້ໃຊ້ພາສາລາວ ເຮົາຄົນລາວຖ້າບໍ່ໃຊ້ພາສາລາວ ແລ້ວຄົນຜູ່ໃດຈະມາໃຊ້ ພາສາເຮົາ?

ກວ ກອ ກະ ກັ ກາ ກຳ ກິ ກີ ກຶ ກື ກຸ ກູ ກົ ກຽ ກ່ ກ້ ກ໊ ກໍ

ກັບ

1 ນ. ເຄື່ອງຫ້າງເອົາສັດ ດັ່ງ ຫນູ ເປັນຕົ້ນ ມີຫລາຍຢ່າງ ຮູບຕ່າງໆກັນ ເຮັດດ້ວຍໄມ້ກໍມີ ເຮັດດ້ວຍເຫລັກກໍມີ. 2 ນ. ແອບໃສ່ຢາດູດ, ຕລັບຫມາກ, ແອບນ້ອຍ. 3 ກ. ປ່ຽນ, ປິ້ນ, ແປງຫລົບຄືນ (ກັບເກີດ). 4 ນ. ເວລາກຳນົດ, ຄວາມສຳເຣັດ, ອາຍຸຍືນຍາວ, ຍຸກທັງ 4 (ປ. ກັປປ, ສ. ກັລປ) ໃນຄັມພີຂອງສາສນາພຣາມກ່າວວ່າ ກັບນຶ່ງນັ້ນ ມີກຳນົດດັ່ງນີ້: 1/ ກຣິຕຍຸກ ມີກຳນົດ 4.800 ປີທິບ ທໍ່ກັບ 1.728.000 ປີມະນຸດ. 2/ ໄຕຣດາຍຸກ ມີກຳນົດ 3.600 ປີທິບ ທໍ່ກັບ 1.276.000 ປີມະນຸດ. 3/ ທວາປຣຍຸກ ມີກຳນົດ 2.400 ປີທິບ ທໍ່ກັບ 864.000 ປີມະນຸດ. 4/ ກະລີຍຸກ ມີກຳນົດ 1.200 ປີທິບ ທໍ່ກັບ 232.000 ປີມະນຸດ. ໂຮມຍຸກທັງ 4 ນີ້ເຂົ້າກັນ ຄື 12.000 ປີທິບ ຫລື 2.320.000 ປີມະນຸດ ເປັນ 1 ມະຫາຍຸກ, 2000 ມະຫາຍຸກ ຈຶ່ງເປັນກັບ 1 ຄືເປັນ ມື້ນຶ່ງ ກັບຄືນນຶ່ງຂອງມະຫາພຣົມ, ເມື່ອຄົບກຳນົດກັບນຶ່ງແລ້ວ ມະຫາພຣົມຈຶ່ງເຜົາໂລກນີ້ເສຍ ດ້ວຍໄຟ ຮຽກໄຟປະລັຍກັບ ຫລື ບັນລັຍກັບ ແລ້ວຈຶ່ງສ້າງໂລກຂຶ້ນອີກໃຫມ່.
  ຄວາມເປັນມາ໑໐ ອັນດັບສົ່ງຄຳຕິຊົມເຂົ້າໃຊ້ລະບົບ ຂຶ້ນເທິງສຸດ
© ໒໐໐໙ - ໒໐໑໐ LaoDictionary.net XHTML | CSS ລະບົບຄຳສັບໂດຍ Glossword ໑.໘.໑໑