LaoDictionary.net | ວັດຈະນານຸກົມພາສາລາວ ເພື່ອຄົນລາວ.
ເກີດເປັນຄົນລາວ ຈົ່ງຮູ້ໃຊ້ພາສາລາວ ເຮົາຄົນລາວຖ້າບໍ່ໃຊ້ພາສາລາວ ແລ້ວຄົນຜູ່ໃດຈະມາໃຊ້ ພາສາເຮົາ?

ທວ ທອ ທັ ທາ ທຳ ທິ ທີ ທຶ ທື ທຸ ທູ ທົ ທ່ ທ້ ທໍ

ທຸງ

ນ. ແຜ່ນຜ້າສີຕ່າງໆ ສຳລັບ 1/ ເປັນເຄື່ອງຫມາຍບອກຊາດ, ບອກຫມວດຫມູ່ ດັ່ງທຸງຊາດ. ທຸງແມ່ທັບ, ທຸງລູກເສືອ ເປັນຕົ້ນ. 2.ເປັນເຄື່ອງອານັດສັນຍາ ຕາມແບບສາກົນນິຍົມດັ່ງ ທຸງກາຊາດບອກ ບ່ອນຕັ້ງກອງພະຍາບານ, ທຸງຂາວ ບອກຄວາມປະສົງຂໍເຊົາຮົບ ຫລື ຍອມແລ້ວ. ທຸງເຫລືອງ ບອກຄວາມເປັນເຮືອນພະຍາບານຄົນເຈັບ ຫລື ມີໂຣກຕິດຕໍ່ອັນຕະລາຍ, ທຸງແດງ ບອກເຫດການອັນຈະເປັນໄພ. 3/ ເປັນເຄື່ອງຫມາຍເຮືອທຽວທະເລ, ຄົມມະນາຄົມ ແລະ ອາຄານ ເປັນຕົ້ນ. 4. ເປັນເຄື່ອງຕົກແຕ່ງໃນງານບຸນຕ່າງໆ. ທຸງໄຊ ນ. ທຸງອັນເປັນເຄື່ອງຫມາຍແຫ່ງຄວາມຜາບແພ້, ຊື່ວັນເວລາທີ່ມີໂຊກ ໃນໂຫຣາສາດ ເອີ້ນວ່າ ທຸງໄຊ. ທຸງຊໍ່ ນ. ທຸງທີ່ຕໍ່ຍາວໆ ເອົາຕອກບາງໆຕ່ຳ, ຂັດເປັນຮູບຊໍ່ ຫລື ຍອດຜາສາດ. ທຸງປະຕາກ ນ. ທຸງແຜ່ນຜ້າ (ປ.) ທຸງເຫລັກ ນ. ເຫລັກຕີບາງໆ ໃຊ້ເປັນທຸງ.
  ຄວາມເປັນມາ໑໐ ອັນດັບສົ່ງຄຳຕິຊົມເຂົ້າໃຊ້ລະບົບ ຂຶ້ນເທິງສຸດ
© ໒໐໐໙ - ໒໐໑໐ LaoDictionary.net XHTML | CSS ລະບົບຄຳສັບໂດຍ Glossword ໑.໘.໑໑