LaoDictionary.net | ວັດຈະນານຸກົມພາສາລາວ ເພື່ອຄົນລາວ.
ເກີດເປັນຄົນລາວ ຈົ່ງຮູ້ໃຊ້ພາສາລາວ ເຮົາຄົນລາວຖ້າບໍ່ໃຊ້ພາສາລາວ ແລ້ວຄົນຜູ່ໃດຈະມາໃຊ້ ພາສາເຮົາ?

ກວ ກອ ກະ ກັ ກາ ກຳ ກິ ກີ ກຶ ກື ກຸ ກູ ກົ ກຽ ກ່ ກ້ ກ໊ ກໍ
ຜົນການຊອກຫາ: 38 ໜ້າທີ 1 ຈາກທັງໝົດ 2 ໜ້າ
ກຳ
1 ນ. ຈຳນວນຂອງເຕັມມືນຶ່ງ ທີ່ງໍນິ້ວມືທັງຫມົດຮັບເອົາໄວ້, ຜັກ ຫລື ຫຍ້າທີ່ມັດເປັນຕູດ, ດິ້ວຕີນກວຽນ ຫລື ຣົດທີ່ຢັນຂອງລໍ້ ກັບດຸມໄວ້; 2 ນ. ໄມ້ປ່ອງ ຫລື ຫລອດຍາວໆສຳລັບສັກລົງໃນໄຫເຫລົ້າແລ້ວດູດກິນນ້ຳເຫລົ້າ More…
ກຳກັບ
ກ. ຄວບຄຸມ, ຮັກສາ, ເບິ່ງແຍງ.
ກຳຈອນ
ກ. ໄປໃນອາກາດ, ພຸ່ງໄປ (ປ. ຂຈຣ)
ກຳຈັດ
ກ. ໄລ່, ຂັບໄລ່ໃຫ້ຫມີໄປ (ຂ. ຂະຈັດ)
ກຳຍານ
ນ. ຢາງຂອງຕົ້ນໄມ້ແນວນຶ່ງ ເປັນຊໍ່ຄືຂີ້ຊີ ແຕ່ມີກິ່ນຫອມ ແລະ ມີຣາຄາແພງ.
ກຳຖົ່ວ
ນ. ຊື່ການພະນັນຢ່າງນຶ່ງ ໃຊ້ແກ່ມເບັ້ຍຫລາຍໆແກ່ນກອງໄວ້ ເອົາຖ້ວຍນ້ອຍໆງວຳເອົາສ່ວນນຶ່ງ ແລ້ວທວຍວ່າ ຢູ່ໃນຖ້ວຍນັ້ນ ຈະເປັນຄີກ ຫລື ຄູ່ ຫລືຈະເປັນເສດຂອງຈຳນວນທີເທົ່າໃດ.
ກຳນັນ
ນ. ຜູ່ປົກຄອງເຂດຕາແສງນຶ່ງ, ຕາແສງ, ຂອງຕ້ອນ, ສາວໃຊ້ (ທ.)
ກຳນົດ
ກ. ຈື່ໄວ້, ຫມາຍ, ບັງຄັບ.
ກຳປັ່ນ
ນ. ເຮືອໃຫຍ່ທີ່ທຳດ້ວຍເຫລັກ ສຳລັບເດີນທະເລ, ຫີບເຫລັກສຳລັບໃສ່ສິ່ງຂອງ ທີ່ມີຣາຄາແພງ.
ກຳປັ້ນ
ນ. ມືທີ່ກຳເຂົ້າໃຫ້ແຫນ້ນ.
ກຳພອຍ - ກ່ຳພອຍ
ນ. ຄົນທີ່ບໍ່ມີພໍ່ແລະແມ່.
ກຳພັນ
ນ. ໄມ້ສຳລັບພັນເອົາຜ້າໃນເວລາຕ່ຳຫູກ (ເອີ້ນ ໄມ້ກຳພັນ)
ກຳພ້າ - ກ່ຳພ້າ
ນ. ຄົນທີ່ບໍ່ມີພໍ່ ຫລື ແມ່.
ກຳມະຫຍີ່
ນ. ແຜ່ນແພຢ່າງມີຂົນອ່ອນໆ.
ກຳມະຫລິດ
ນ. ແຜ່ນແພແນວນຶ່ງ ເນື້ອແຈບດີຄ້າຍຄືຜ້າສັກກະຫລາດ.
ກຳມັຊພົນ - ກຳມັດຊະພົນ
ນ. ຊື່ເກນເລກໃນຄຳພິສຸຣິຍະ-ຍາດ ທີ່ຄຳນວນມາຈາກຈຸລາສັກຣາດ.
ກຳມາ
ນ. ມາດຕາແທກທໍ່ກັບສອກນຶ່ງ ທີ່ກຳມືໄວ້ (ເອີ້ນ ສອກກຳມາ)
ກຳມື
ນ. ມືທີ່ງໍນິ້ວທັງ 5 ເຂົ້າກັນ, ຈຳນວນຂອງເຕັມມືທີ່ກຳໄວ້.
ກຳລັງ
ນ. ເຫື່ອແຮງ, ໄພ່ພົນ, ພົນຮົບ; ວ. ແຂງແຮງ. ເຫມາະ, ພວມ, ພໍດີ (ກຳລັງນອນ); 2 ນ. ຮຽກຈຳນວນເທື່ອຂອງເລກທີ່ຄູນຕົວເອງວ່າ ກຳລັງ ດັ່ງ 5 ຄຸນກັນ 2 ເທື່ອ ຮຽກວ່າ 5 ກຳລັງ 2 (5X5 : 5^2)
ກຳສວນ
ກ. ໂສກເສົ້າ, ຮ້ອງໄຫ້ (ຂ.)
ວັຈນານຸກົມພາສາລາວ ໂດຍ ມະຫາສິລາ ວີຣະວົງສ໌ LaoDictionary.net | ວັດຈະນານຸກົມພາສາລາວ, ລາວແປລາວ, ລາວແປອັງກິດ ແລະອັງກິດແປລາວ.
  ຄວາມເປັນມາ໑໐ ອັນດັບສົ່ງຄຳຕິຊົມເຂົ້າໃຊ້ລະບົບ ຂຶ້ນເທິງສຸດ
© ໒໐໐໙ - ໒໐໑໐ LaoDictionary.net XHTML | CSS ລະບົບຄຳສັບໂດຍ Glossword ໑.໘.໑໑