LaoDictionary.net | ວັດຈະນານຸກົມພາສາລາວ ເພື່ອຄົນລາວ.
ເກີດເປັນຄົນລາວ ຈົ່ງຮູ້ໃຊ້ພາສາລາວ ເຮົາຄົນລາວຖ້າບໍ່ໃຊ້ພາສາລາວ ແລ້ວຄົນຜູ່ໃດຈະມາໃຊ້ ພາສາເຮົາ?

ສງ ສຍ ສນ ສມ ສຣ ສລ ສວ ສອ ສະ ສັ ສາ ສິ ສີ ສຶ ສຸ ສົ ສຽ ສເ ສແ ສໂ ສໄ ສ່ ສ້
ຜົນການຊອກຫາ: 196 ໜ້າທີ 1 ຈາກທັງໝົດ 10 ໜ້າ
ສງວນ - ສະຫງວນ
ກ. ແພງ, ຖະໜອມ, ຫວງຫ້າມ, ຊອກຄົ້ນ (ສະຫງວນຫາ)
ສງັດ - ສະຫງັດ
ວ. ມິດ, ງຽບ, ບໍ່ມີສຽງດັງ.
ສງົບ - ສະຫງົບ
ວ. ມິດ, ເລິກ, ບໍ່ວຸ່ນວາຍ.
ສງຽມ - ສະຫງຽມ
ວ. ຄ່ຽມ, ຈຽມຕົວ, ອ່ອນນ້ອມ.
ສງ່ຽມ - ສະຫງ່ຽມ
ວ. ຄ່ຽມຄົມ, ຈຽມ, ອ່ອນນ້ອມ.
ສຍອງ - ສະຫຍອງ
ກ. ເຕັ້ນໄປໂດຍໄວ, ເຫາະ, ເຕັ້ນຂຶ້ນສູງ, ລຸກ, ຕັ້ງຊັນຂຶ້ນ (ໜັງຫົວພອງສະຫຍອງ ເສັ້ນຂົນລຸກ)
ສຍາຍ - ສະຫຍາຍ
ກ. ຢາຍອອກ, ມືຍ (ສຍາຍຜົມ)
ສຍາມ - ສະຫຍາມ
ນ. ຊື່ປະເທດໄທແຕ່ບູຮານ.
ສຍົບ - ສະຫຍົບ
ກ. ສລົບ, ລົ້ມທ່າວ, ຕາຍໄປແລ້ວຄືນມາ, ຢ້ານກົວ.
ສນອງ - ສະໜອງ
ກ. ຕອບ, ຕອບແທນ, ທຳຄືນຕອບ.
ສນັດ - ສະໜັດ
ວ. ຖນັດ, ຖະໜັດ.
ສນັບ - ສະໜັບ
ນ. ສອບຮອງມືຂອງຊ່າງຫຍິບເພື່ອປ້ອງກັນກົ້ມເຂັມປັກມື.
ສນັບແຄ່ງ - ສະໜັບແຄ່ງ
ນ. ໂບກໜັງ ຫລືຢາງສຳລັບຫຸ້ມແຄ່ງຕໍ່ຂື້ນມາຈາກເກີບ.
ສນັ່ນ - ສະໜັ່ນ
ວ. ດັ່ງ, ລັ່ນ, ຫວັ່ນໄຫວ, ລືຊາ.
ສນາ - ສະໜາ
ນ. ເຄື່ອງປູນັ່ງທີ່ຍັດນຸ່ນ (ມາຈາກ ອາສນາ)
ສນິດ - ສະໜິດ
ວ. ແຈບ, ແທບໃກ້, ຮັກແພງ, ເຄີຍ.
ສນຸກ - ສະໜຸກ
ວ. ມ່ວນ, ເບີດບານໃຈ, ສະບາຍ, ບໍ່ອຶດຢາກ.
ສນົງ - ສະໜົງ
ນ. ເຫລັກແຫລມມີງ່ຽງສຸບໃສ່ດ້າມສຳລັບແທງ ຫລື ຊັດເອົາສັດ.
ສນົມ - ສະໜົມ
1 ນ. ສາວໃຊ້ ຫຼື ບໍລິວານຂອງພຣະລາຊາ. 2 ນ. ຫຍ້າທີ່ເກີດຢູ່ໃນໜອງ ເປັນແຜ່ນຕິດກັນ ແລະຟູຢູ່ໜ້ານ້ຳ.
ສນຽດ - ສະໜຽດ
ນ. ຄວາມຈັງໄຮ, ຄວາມບໍ່ດີ, ຄວາມອັບປິ.
ວັຈນານຸກົມພາສາລາວ ໂດຍ ມະຫາສິລາ ວີຣະວົງສ໌ LaoDictionary.net | ວັດຈະນານຸກົມພາສາລາວ, ລາວແປລາວ, ລາວແປອັງກິດ ແລະອັງກິດແປລາວ.
  ຄວາມເປັນມາ໑໐ ອັນດັບສົ່ງຄຳຕິຊົມເຂົ້າໃຊ້ລະບົບ ຂຶ້ນເທິງສຸດ
© ໒໐໐໙ - ໒໐໑໐ LaoDictionary.net XHTML | CSS ລະບົບຄຳສັບໂດຍ Glossword ໑.໘.໑໑