LaoDictionary.net | ວັດຈະນານຸກົມພາສາລາວ ເພື່ອຄົນລາວ.
ເກີດເປັນຄົນລາວ ຈົ່ງຮູ້ໃຊ້ພາສາລາວ ເຮົາຄົນລາວຖ້າບໍ່ໃຊ້ພາສາລາວ ແລ້ວຄົນຜູ່ໃດຈະມາໃຊ້ ພາສາເຮົາ?

ຜົນການຊອກຫາ: 1,712 ໜ້າທີ 11 ຈາກທັງໝົດ 86 ໜ້າ
ກະປ່ອມ
(ເບິ່ງ ປ່ອມ)
ກະພາບໆ
ວ. ອາການພືປີກ ຫລື ວາແຂນອອກ ແລ້ວຫຸບເຂົ້າໄວໆ.
ກະພຸງ
ນ. ປາແນວນຶ່ງ ມີເກັດ ເປັນປາຂະຫນາດໃຫຍ່ຢູ່ນ້ຳເລິກ ຕົວຄືປາກະມັນ.
ກະພຸມມື
ນ. ມືທີ່ນົບຢູ່; ກ. ນົບ.
ກະມະ
(ເບິ່ງ ຄະມະ)
ກະມະລະ
ນ. ດອກບົວ, ຫມາກຫົວໃຈ, ກະເພາະອາຫານ, ວ. ສີແດງອ່ອນ, ສີກຸຫລາບ (ໃຊ້ວ່າ ກະມົນ) (ປ. ກມລ)
ກະມະລາກອນ
ນ. ສະບົວ (ປ. ກມລາກຣ)
ກະມະລາດ
ນ. ຜູ່ມີດອກບົວ ຢູ່ທີ່ນັ່ງ ຄື ພຣະພຣົມ (ປ. ກມລາສນ)
ກະມະເລດ
ນ. ດອກບົວຫລວງ (ປ. ກມເລສ)
ກະມັງ
ວ. ເປັນຄຳບອກຄວາມບໍ່ຄັກໃຈ: “ບໍ່ໄດ້ດອກ ກະມັງ”
ກະມັນ
ນ. ປາແນວນຶ່ງ ມີເກັດ ຕົວຄືປາຂາວ ແຕ່ໃຫຍ່ ແລະ ຢູ່ນ້ຳເລິກ.
ກະມັບກະແມບ
ວ. ຫລົບໆລີ້. (ມັບແມບ ກໍວ່າ)
ກະມົນ
ນ. ດອກບົວ (ປ. ກມລ)
ກະມົລນັຍ - ກະມົນລະໄນ
(ເບິ່ງ ກະມົລເນດ)
ກະມົລວັນ - ກະມົນລະວັນ
ນ. ປ່າບົວ (ປ. ກມລວນ)
ກະມົລເນດ - ກະມົນລະເນດ
ວ. ມີຕາງາມຄືດອກບົວ (ປ. ກມລເນຕຕ)
ກະຢ່ອງ
ນ. ພາຊະນະສານດ້ວຍຕອກແຂງ ຮູບມົນ ປາກແລະຕີນທໍ່ກັນ ສຳລັບໃສ່ດອກໄມ້ ຫລື ຖ້ວຍຊາມ ຮຽກວ່າ ພາກະຢ່ອງ ຖ້າແນວນ້ອຍ ແອວກິ່ວ ຮຽກ ຂັນກະຢ່ອງ.
ກະຣະນີ - ກະລະນີ
ນ. ວຽກອັນຄວນທຳ, ເຫດ, ເລື່ອງ, ໃຊ້ເປັນ ກໍຣະນີ ກໍໄດ້ (ປ. ກຣນີຍ)
ກະຣະບູນ - ກະລະບູນ
ນ. ລາວເອີ້ນ ກາຣະບູນ (ສ. ກຣປຸຣ) (ເບິ່ງ ກາຣະບູນ)
ກະຣັຊກາຍ - ກະລັດຊະກາຍ
ນ. ຮ່າງກາຍ (ປ. ກຣຊຊກາຍ)
ວັຈນານຸກົມພາສາລາວ ໂດຍ ມະຫາສິລາ ວີຣະວົງສ໌ LaoDictionary.net | ວັດຈະນານຸກົມພາສາລາວ, ລາວແປລາວ, ລາວແປອັງກິດ ແລະອັງກິດແປລາວ.
  ຄວາມເປັນມາ໑໐ ອັນດັບສົ່ງຄຳຕິຊົມເຂົ້າໃຊ້ລະບົບ ຂຶ້ນເທິງສຸດ
© ໒໐໐໙ - ໒໐໑໐ LaoDictionary.net XHTML | CSS ລະບົບຄຳສັບໂດຍ Glossword ໑.໘.໑໑