LaoDictionary.net | ວັດຈະນານຸກົມພາສາລາວ ເພື່ອຄົນລາວ.
ເກີດເປັນຄົນລາວ ຈົ່ງຮູ້ໃຊ້ພາສາລາວ ເຮົາຄົນລາວຖ້າບໍ່ໃຊ້ພາສາລາວ ແລ້ວຄົນຜູ່ໃດຈະມາໃຊ້ ພາສາເຮົາ?

ຜົນການຊອກຫາ: 1,712 ໜ້າທີ 14 ຈາກທັງໝົດ 86 ໜ້າ
ກະສິກອນ
ນ. ຜູ່ທຳການປູກຫວ່ານ ແລະ ລ້ຽງສັດ (ປ. ກສິກຣ)
ກະສິກັມ - ກະສິກຳ
ນ. ການເຮັດໄຮ່ໄຖນາ, ການປູກຫວ່ານແລະລ້ຽງສັດ.
ກະສິການ
(ເບິ່ງ ກະສິກັມ) (ປ. ກສິກາຣ, ກສິກິຈຈ)
ກະສິກິດ
(ເບິ່ງກະສິກັມ)
ກະສິງ
ນ. ນາງຟ້ອນ, ນາງລະຄອນ, ການຟ້ອນລຳ. (ນາງກະສິງປະດັບ ແກວ່ງແຟນເຟືອຍຟ້ອນ) (ສິນໄຊ)
ກະສິນ
ນ. ຊື່ກຳມະຖານຫມວດນຶ່ງ ທີ່ທຳການແອບເຝິກດ້ວຍການເລັງແລ ເພື່ອທຳຈິດໃຈໃຫ້ຕັ້ງຫມັ້ນ ມີ 10 ປະການ ມີ ອາໂປກະສິນ ການເລັງແລເບິ່ງນ້ຳ ເປັນຕົ້ນ (ປ. ກສິນ)
ກະສິຣະ - ກະສິລະ
ນ. ນ້ຳນົມ (ປ.)
ກະສິຣະທາຣາ - ກະສິລະທາລາ
ນ. ສາຍນ້ຳນົມ, ອາການໄຫລອອກແຫ່ງນ້ຳນົມ (ປ.)
ກະສື
ນ. ຊື່ຜີຈຳພວກຫນຶ່ງ ໃນຈຳພວກຜີເປົ້າ (ຕາມຄວາມເຂົ້າໃຈ ຂອງຄົນບູຮານ)
ກະສຸນ
ນ. ລູກປືນ (ກະຖຸນ ກໍວ່າ)
ກະສຽນ
1 ກ. ຂຽນ, ຂຽນຄຳແປດ້ວຍຕົວຫນັງສືນ້ອຍໆໄວ້ໃຕ້ສັບເດີມ. 2 ວ. ສ້ຽງໄປ, ຫມົດໄປ (ສ. ກສິນ) ກະສຽນອາຍຸ ນ. ຜູ່ມີອາຍຸເຖິງເຂດແລ້ວ (ສ. ກສິນາຍຸສ) (ຄຳນີ້ ບູຮານຫມາຍເອົາຜູ່ມີອາຍຸພົ້ນກຳນົດເກນ ຄື More…
ກະສໍ
ນ. ຊື່ຕົ້ນມ່ວງແນວນຶ່ງ ຫນ່ວຍນ້ອຍ (ເອີ້ນ ຕົ້ນມ່ວງກະສໍ)
ກະຫຍັບ
(ເບິ່ງ ຂຍັບ)
ກະຫຍິບ
(ເບິ່ງ ຂຍິບ)
ກະຫນວນ
ນ. ຕົ້ນໄມ້ແນວນຶ່ງ ໃບນ້ອຍແລະເປັນແຫລບ ເປັນຕົ້ນໄມ້ຂະຫນາດໃຫຍ່ (ປູກຄັ່ງໃສ່ໄດ້)
ກະຫນ້ອງກະແຫນ້ງ
ວ. ເວົ້າບໍ່ແຈ້ງ, ເວົ້າບໍ່ຄັກ.
ກະຫມວນ
ນ. ແມງແນວນຶ່ງ ເກີດນຳຂອງເນົ່າ ແລະ ເທົ່າໄຟ.
ກະຫມອງ
ນ. ມັນຂຸ້ນສີຂາວໆ ຢູ່ໃນຫົວຄົນແລະສັດ.
ກະຫມັບ
ນ. ອະໄວຍະວະ ຂອງຄົນແລະສັດ ບ່ອນພຽງຕາ ກັບຫູ.
ກະຫມຸກ
ນ. ສີດຳ ທີ່ທຳດ້ວຍຄວັນໄຟ ຫລື ເທົ່າປະສົມກັບນຳກ້ຽງ
ວັຈນານຸກົມພາສາລາວ ໂດຍ ມະຫາສິລາ ວີຣະວົງສ໌ LaoDictionary.net | ວັດຈະນານຸກົມພາສາລາວ, ລາວແປລາວ, ລາວແປອັງກິດ ແລະອັງກິດແປລາວ.
  ຄວາມເປັນມາ໑໐ ອັນດັບສົ່ງຄຳຕິຊົມເຂົ້າໃຊ້ລະບົບ ຂຶ້ນເທິງສຸດ
© ໒໐໐໙ - ໒໐໑໐ LaoDictionary.net XHTML | CSS ລະບົບຄຳສັບໂດຍ Glossword ໑.໘.໑໑