LaoDictionary.net | ວັດຈະນານຸກົມພາສາລາວ ເພື່ອຄົນລາວ.
ເກີດເປັນຄົນລາວ ຈົ່ງຮູ້ໃຊ້ພາສາລາວ ເຮົາຄົນລາວຖ້າບໍ່ໃຊ້ພາສາລາວ ແລ້ວຄົນຜູ່ໃດຈະມາໃຊ້ ພາສາເຮົາ?

ຜົນການຊອກຫາ: 1,712 ໜ້າທີ 12 ຈາກທັງໝົດ 86 ໜ້າ
ກະຣິຍາ - ກະລິຍາ
(ເບິ່ງ ກິຣິຍາ) (ສ. ກຣິຍາ) (ປ. ກິຣິຍາ)
ກະຣິນ - ກະລິນ
ນ. ຊ້າງ (ປ. ກຣິນ)
ກະຣິນີ - ກະລິນີ
ນ. ຊ້າງແມ່ (ປ. ກຣິນີ)
ກະຣີວອນ - ກະລີວອນ
ນ. ຊ້າງຕົວປະເສີດ (ປ. ກລີວຣ)
ກະຣຸນາ - ກະລຸນາ
ນ. ຄວາມອີ່ດູ, ຄວາມປະສົງ ຢາກໃຫ້ຜູ່ອື່ນພົ້ນທຸກ (ປ. ກຣຸນາ)
ກະຣົກ - ກາລົກ
ນ. ຜູ່ທຳ, ຜູ່ເຮັດ, ຊື່ຄຳໃນໄວຍາກອນສ່ວນນຶ່ງ ເຊິ່ງກ່າວດ້ວຍຄຳເວົ້າທີ່ເຂົ້າກັບ ກິຣິຍາ ມີ 6 ຢ່າງຄື: ກັດຕຸກາຣົກ: ຜູ່ທຳເອງ, ກັມມະກາຣົກ: ຜູ່ຖືກທຳ, ກາຣະນະກາຣົກ: ເຄື່ອງທຳ, ສັມປະທານະກາຣົກ: ຜູ່ຮັບທຳ, More…
ກະລວດກະລາດ
ວ. ບໍ່ກ້ຽງບໍ່ມື່ນ, ພໍແຕ່ແລ້ວມື, ບໍ່ແຈ້ງບໍ່ຂາວ (ເວົ້າ ກະລວດກະລາດ)
ກະລອມ
ນ. ເຄື່ອງໃຊ້ສານດ້ວຍຕອກ ເປັນຕາຫ່າງໆ ສຳລັບໃສ່ຂອງ ຮູບຄື ກະທໍ.
ກະລະມັງ
ນ. ຊາມແນວນຶ່ງ ກົ້ນຖົ່ງ ໃຫຍ່ກວ່າຖ້ວຍ ແລະ ນ້ອຍກວ່າຊາມອ່າງ ຮຽກຊາມກະລະມັງ.
ກະລະລະ
ນ. ຕົມ, ເຊື້ອສຳລັບໃຫ້ເກີດເປັນຕົວມະນຸດ ແລະ ສັດ ເປັນຮູບຄືນ້ຳມັນງາໃສ (ປ. ກລລ)
ກະລາ
1 ນ. ດູກຫົວ, ຫົວ, ກະໂບງຫົວ (ກະລາຫົວມັນ ຈະມີອີຫຍັງ!) . 2 ນ. ໂປະຫມາກພ້າວ. 3 ນ. ສາດທີ່ສານດ້ວຍຕອກໄມ້ປ່ອງ.
ກະລາການ້ຳ
ນ. ຊື່ນົກແນວນຶ່ງ ຕົວໃຫຍ່ ຂົນສີດຳຄ້າຍຄືກາ ຄໍຍາວ ຫາກິນທາງນ້ຳ.
ກະລາດຳ
ນ. ຄົນຊາດແຂກ ທີ່ຢູ່ໃນທະວີບອັຟຣິກາ (ຄຳວ່າ ກະລາດຳ ມາຈາກຄຳວ່າ ກຸລາ ເຊິ່ງເປັນຄຳຮຽກຄົນຕ່າງຊາດ ຫລື ເປັນຄຳທີ່ຄົນລາວ ຮຽກຄົນພະມ້າ ວ່າ ກຸລາຂາກ່ານ)
ກະລາສີ
ນ. ລູກຈ້າງເຮືອ, ຄົນງານປະຈຳຢູ່ໃນເຮືອເດີນທະເລ (ມາຈາກຄຳອິຫຣ່ານ ວ່າ ຂະລາສີ)
ກະລາຫົວ
ນ. ດູກຫົວ, ເປັນຄຳເວົ້າທີ່ຖືຫມິ່ນ ຄົນຜູ່ຊົ່ວຊ້າ.
ກະລາໂຫມ
ນ. ທີ່ໂຮມກຳລັງເສິກ, ນາມກະຊວງທະຫານບົກ ສັບນີ້ຄວາມຫມາຍເດີມ ແປວ່າ ການຕໍ່ສູ້ກັນດ້ວຍດາບ (ສ. ກລາໂຫມ)
ກະລຳປີ
ນ. ຜັກແນວນຶ່ງ ຈຳພວກຜັກກາດ ໃບຫໍ່ເຂົ້າຫາກັນ ຈົນເປັນປຸ້ມ.
ກະລຳພັກ
ນ. ແກ່ນໄມ້ຫອມແນວນຶ່ງ ໃຊ້ປະສົມເປັນຢາ ຫລືອົບເປັນເຄື່ອງຫອມ (ກຳພັກ ກໍວ່າ)
ກະລິງຄະຣາດ
ນ. ພະຣາຊະອານາຈັກແຫ່ງປະເທດກະລິງ ໃນອິນເດຍບູຮານ (ປ. ກລິງຄຣາຊ)
ກະລີ
1 ນ. ຄຳນີ້ໃຊ້ວ່າ ກາລີ (ປ. ກລີ). ກາລີ ເປັນຊື່ ຄະແນນອ່ຽວ ໃນຫມາກສະກາ ອັນເປັນຄະແນນເສຍ ຈຶ່ງເອີ້ນວ່າ ຄະແນນຜີ ຄືເປັນມານລ້າງຜານໃຫ້ຈິບຫາຍ ໃນການຫລິ້ນຫມາກສະກາ ຜູ່ໃດເສຍບໍ່ເຊົາ ຈຶ່ງເອີ້ນວ່າ More…
ວັຈນານຸກົມພາສາລາວ ໂດຍ ມະຫາສິລາ ວີຣະວົງສ໌ LaoDictionary.net | ວັດຈະນານຸກົມພາສາລາວ, ລາວແປລາວ, ລາວແປອັງກິດ ແລະອັງກິດແປລາວ.
  ຄວາມເປັນມາ໑໐ ອັນດັບສົ່ງຄຳຕິຊົມເຂົ້າໃຊ້ລະບົບ ຂຶ້ນເທິງສຸດ
© ໒໐໐໙ - ໒໐໑໐ LaoDictionary.net XHTML | CSS ລະບົບຄຳສັບໂດຍ Glossword ໑.໘.໑໑