LaoDictionary.net | ວັດຈະນານຸກົມພາສາລາວ ເພື່ອຄົນລາວ.
ເກີດເປັນຄົນລາວ ຈົ່ງຮູ້ໃຊ້ພາສາລາວ ເຮົາຄົນລາວຖ້າບໍ່ໃຊ້ພາສາລາວ ແລ້ວຄົນຜູ່ໃດຈະມາໃຊ້ ພາສາເຮົາ?

ຜົນການຊອກຫາ: 1,712 ໜ້າທີ 9 ຈາກທັງໝົດ 86 ໜ້າ
ກະທ້າງ
ນ. ສັດສີ່ຕີນແນວນຶ່ງ ຈຳພວກໄຕ່ໄມ້ ຕົວຄືກະປອມ ແຕ່ຕົວໃຫຍ່ກວ່າແລະມີຄໍສີແຫລ້.
ກະທໍ
ນ. ເຄື່ອງສານດ້ວຍຕອກ ຫລື ລວດ ຮູບກົມສູງ ສຳລັບໃສ່ຂອງ (ທໍ ກໍວ່າ)
ກະນວນ
(ເບິ່ງ ສະນວນ)
ກະນານ
ນ. ກະໂປະ, ປໍ້ຫມາກໄມ້ ທີ່ມີນວນຢູ່ທາງໃນ, ກະໂປະຫມາກພ້າວ (ທະນານ ກໍວ່າ)
ກະນິດຖາ
ນ. ນ້ອງ, ນິ້ວກ້ອຍ (ປ. ກນິຕຖາ; ກະນິດຖະພາຄິນີ ນ. ນ້ອງສາວ; ກະນິດຖະພາຕາ ນ. ນ້ອງຊາຍ (ປ.)
ກະນູນ
ນ. ແມງຈຳນວນນຶ່ງ ຢູ່ໃນດິນ ມີປີກບິນໄດ້ ກິນໃບໄມ້ອ່ອນ (ຈີ່ນູນ ກໍວ່າ)
ກະນ່ອງ
ນ. ອະໄວຍະວະ ຂອງຄົນແລະສັດ ບ່ອນຂາກັບຕີນຕໍ່ກັນ ທາງດ້ານຫລັງ.
ກະນ່ອງມ້າ
ນ. ຜັກແນວນຶ່ງ ເກີດຢູ່ຕາມຫນອງ ໃບຄືເລັບມ້າ.
ກະບວຍ
(ເບິ່ງ ບວຍ)
ກະບວນ
ນ. ຫມູ່, ພວກ, ວາດຊົງ, ຮູບ, ເພດ: “ຄືຄູ່ແຍງເງົາພ້ຽງ ດູກະບວນໃຜຄ່ອງ ຄັນວ່າຄົນຮູບຮ້າຍ ເງົານັ້ນ ກໍດັ່ງກັນ” (ອິນທິຍານສອນລູກ)
ກະບອກ
(ເບິ່ງ ບອກ)
ກະບອງ
ນ. ເຄື່ອງສຳລັບໄຕ້ໃຫ້ເຫັນຮຸ່ງ ທຳດ້ວຍນ້ຳມັນຍາງ ກັບໄມ້ໂດກແລ້ວເອົາໃບຕອງຮຳ ຫລື ຫໍ່.
ກະບັກກະບວນ
ວ. ສົມຄວນ, ມີຄວາມເອົາໃຈໃສ່ (ທຳເປັນກະບັກກະບວນ)
ກະບັງ
ນ. ຫມວກແກ໊ບ ທີ່ມີແງບບັງ ຢູ່ທາງຫນ້າ, ແງບບັງຫນ້າຫມວກ.
ກະບັດ
ສໍ້ເອົາຂອງ, ໂກງເອົາ, ອຳເອົາຂອງຄົນອື່ນ (ມາຈາກ ກະບົດ)
ກະບັ້ງ
ນ. ເສື້ອຊັ້ນໃນຂອງຜູ່ຊາຍຊະນິດແຂນສັ້ນ ແລະ ບໍ່ມີດຸມ ເວລານຸ່ງສຸບເຂົ້າທາງຫົວ. 2 ນ. ໂບກໄມ້.
ກະບາ
ນ. ນົກແນວນຶ່ງ ເປັນນົກຫາກິນເວລາຄ່ຳແລະນອນຢູ່ກັບດິນ. 2 ນ. ຊື່ງູພິດແນວນຶ່ງ ຕົວຂະຫນາດນິ້ວມື ປາກກວ້າງ ຄື ນົກກະບາ (ເອີ້ນ ງູເພົາກະບາ ກໍມີ). 3 ນ. ຊື່ໄມ້ພຸ່ມແນວນຶ່ງ ໃບສີຫມົ່ນ ມັກເກີດຕາມບະ More…
ກະບາກ
ນ. ຕົ້ນໄມ້ແນວນຶ່ງ ເປັນຕົ້ນໄມ້ຂະຫນາດໃຫຍ່ ລຳຊື່ ແລະ ແກ່ນບໍ່ແຂງ (ໄມ້ບາກກໍວ່າ)
ກະບາດ
(ມາຈາກ ຂ້າບາດ ເບິ່ງ ຂ້າບາດ)
ກະບານ
ນ. ດູກຫົວ, ເຟື້ອງຫມໍ້, ຖ້ວຍຊາມ (ປ. ກປາລ)
ວັຈນານຸກົມພາສາລາວ ໂດຍ ມະຫາສິລາ ວີຣະວົງສ໌ LaoDictionary.net | ວັດຈະນານຸກົມພາສາລາວ, ລາວແປລາວ, ລາວແປອັງກິດ ແລະອັງກິດແປລາວ.
  ຄວາມເປັນມາ໑໐ ອັນດັບສົ່ງຄຳຕິຊົມເຂົ້າໃຊ້ລະບົບ ຂຶ້ນເທິງສຸດ
© ໒໐໐໙ - ໒໐໑໐ LaoDictionary.net XHTML | CSS ລະບົບຄຳສັບໂດຍ Glossword ໑.໘.໑໑