LaoDictionary.net | ວັດຈະນານຸກົມພາສາລາວ ເພື່ອຄົນລາວ.
ເກີດເປັນຄົນລາວ ຈົ່ງຮູ້ໃຊ້ພາສາລາວ ເຮົາຄົນລາວຖ້າບໍ່ໃຊ້ພາສາລາວ ແລ້ວຄົນຜູ່ໃດຈະມາໃຊ້ ພາສາເຮົາ?

ຜົນການຊອກຫາ: 1,712 ໜ້າທີ 15 ຈາກທັງໝົດ 86 ໜ້າ
ກະຫລ່າງ
ນ. ພາຊະນະສຳລັບຕັກນ້ຳ ເຮັດດ້ວຍສັງກະສີ ກົ້ນສ້ວຍປາກເຫວີ (ເອີ້ນ ຄຸກະຫລ່າງ)
ກະຫລ່ຽງ
ນ. ຄົນຊາດນຶ່ງ ເຊິ່ງເປັນເຊື້ອສາຍດຽວກັນກັບຊາດລາວ ທຸກວັນນີ້ ຢູ່ທາງພາກເຫນືອຂອງປະເທດພະມ້າ.
ກະຫາຍ
ກ. ຢາກ, ຢາກກາມຄຸນ, ຄຶດຮອດ. ນ. ຄວາມຢາກ, ຄວາມຮັກຢ່າງຫລົງໄຫລ.
ກະຫາປະນະ
ນ. ເງິນຕາ ຫລື ນ້ຳຫນັກແຫ່ງຄ່າເງິນ, ກະຫາປະນະນຶ່ງ ເທົ່າກັບ 4 ບາດ (ປ. ກຫາປນ)
ກະອອກ
ນ. ນົກແນວນຶ່ງ ເປັນນົກກິນປາ ສົບ ແລະ ເລັບແຫລມຄົມ ຕົວໃຫຍ່ຂະຫນາດແຫລວ (ນົກອໍຫໍ ຫລື ຢ່ຽວຫວອດ ກໍເອີ້ນ): “ອຸມລົວຮຸ້ງ ຕາໄນແກມກະອອກ ຈິບກ່າປໍ້ເປັຍຝ້າຍ ກະແດບດິນ” (ສິນໄຊ)
ກະອອມ
ນ. ພາຊະນະຮູບຄືຫມໍ້ ແຕ່ປາກອອມບໍ່ມີຄໍ ສຳລັບໃສ່ຂອງມີນ້ຳ (ອອມ ກໍເອີ້ນ) “ສົມໃຫຍ່ຍ້າຍ ກະອອມແກ້ວຫລັ່ງລົງ” (ສິນໄຊ)
ກະອູບ
ນ. ເຄື່ອງໃຊ້ ເຮັດດ້ວຍໄມ້ ຫລື ໂລຫະຮູບສີ່ລ່ຽມ ຫລື ກົມ ມີຝາອັດ (ອູບ ກໍເອີ້ນ ຖ້ານ້ອຍ ເອີ້ນ ແອບ)
ກະຮອກ
ນ. ສັດສີ່ຕີນແນວນຶ່ງ ຈຳພວກໄຕ່ໄມ້ ຕົວໃຫຍ່ກວ່າກະແຕ ມີ 3 ແນວ ຄື: 1. ກະຮອກແດງ ຂົນສີແດງ 2. ກະຮອກດ່ອນ ຂົນສີຂາວ 3. ກະຮອກດຳ ຂົນສີມຸມ ຕົວນ້ອຍ (ຮອກ ກໍເອີ້ນ)
ກະເກນ
ກ. ບັງຄັບ (ເບິ່ງ ເກນ ອີກ)
ກະເຈາະກະຈອກ
ວ. ອາການສະແດງຄວາມຍິນດີ ໃນເວລາເວົ້າ ຫລື ທຳ ດັ່ງຄຳກອນ: "ຍາມເມື່ອ ຊົລທານ້ຳ ໄຫລນອງຖ້ວມທົ່ງ ມົດບໍ່ມີບ່ອນຊົ້ນ ປາກັ້ງອະເຫີ່ຍຫົວ ຍາມເມື່ອ ຊົລທາແຫ້ງ More…
ກະເຈິກະເຈີກ - ກະເຈັຍກະຈຽກ - ກະຈົວະກະຈວກ
(ເບິ່ງ ກະເຈາະກະຈອກ)
ກະເຊີ
ນ. ເຄື່ອງສານດ້ວຍໄມ້ໄຜ່ ຮູບຄືກະບຸງ ແຕ່ປາກກວ້່າງ ກົ້ນຮອມ.
ກະເຊົາ
ນ. ກະຊ້າ: “ສາຍກະເຊົາຫ້ອຍບ່າໄວ້ ກໍມາຊູດລູດຕົກເສຍ” (ເວດສັນຕຣະຊາດົກ)
ກະເຊົ້າ
(ເບິ່ງກະເຊົາ)
ກະເຍີມ
ວ. ຕາມແຕ່ຈະເປັນ.
ກະເດບໆ
ວ. ອາການດຶບໄປ ຫລື ໂອບຂຶ້ນ ດັ່ງຄົນໂອບຂຶ້ນຕົ້ນໄມ້ ເປັນຕົ້ນ.
ກະເດັນ
(ເບິ່ງ ສະເດັນ)
ກະເດີດ
ນ. ປາແນວນຶ່ງ ມີເກັດ ຕົວນ້ອຍແພບ ສອງຂ້າງມີເມັດສີດຳ.
ກະເດື່ອງ
ກ. ເດື່ອງ, ຫນັກລົງຂ້າງນຶ່ງ, ຫວັ່ນໄຫວ, ທຳໃຫ້ເກີດຄວາມຕື່ນເຕັ້ນ (ກະເດື່ອງດິນ ດັງສະທ້ານ)
ກະເດົາ
ນ. ໄມ້ແນວນຶ່ງ ເປືອກແລະໃບ ມີລົດຂົມ ຝາດ ໃບອ່ອນແລະດອກ ໃຊ້ເປັນອາຫານໄດ້.
ວັຈນານຸກົມພາສາລາວ ໂດຍ ມະຫາສິລາ ວີຣະວົງສ໌ LaoDictionary.net | ວັດຈະນານຸກົມພາສາລາວ, ລາວແປລາວ, ລາວແປອັງກິດ ແລະອັງກິດແປລາວ.
  ຄວາມເປັນມາ໑໐ ອັນດັບສົ່ງຄຳຕິຊົມເຂົ້າໃຊ້ລະບົບ ຂຶ້ນເທິງສຸດ
© ໒໐໐໙ - ໒໐໑໐ LaoDictionary.net XHTML | CSS ລະບົບຄຳສັບໂດຍ Glossword ໑.໘.໑໑