LaoDictionary.net | ວັດຈະນານຸກົມພາສາລາວ ເພື່ອຄົນລາວ.
ເກີດເປັນຄົນລາວ ຈົ່ງຮູ້ໃຊ້ພາສາລາວ ເຮົາຄົນລາວຖ້າບໍ່ໃຊ້ພາສາລາວ ແລ້ວຄົນຜູ່ໃດຈະມາໃຊ້ ພາສາເຮົາ?

ກວ ກອ ກະ ກັ ກາ ກຳ ກິ ກີ ກຶ ກື ກຸ ກູ ກົ ກຽ ກ່ ກ້ ກ໊ ກໍ
ຜົນການຊອກຫາ: 41 ໜ້າທີ 2 ຈາກທັງໝົດ 3 ໜ້າ
ກຸລະ
ນ. ສະກຸນ (ປ.)
ກຸລາ
ນ. ຄົນຊາວພະມ້າ, ມ່ານ (ຄຳນີ້ ແຕ່ກ່ອນເຮົາໃຊ້ຮຽກຄົນຕ່າງຊາດ ດັ່ງຮຽກແຂກດຳວ່າ ກຸລາດຳ ພາຍລຸນມາ ເລີຍຮຽກວ່າ ກະລາດຳ)
ກຸລີ
1 ນ. ຄົນເຮັດການຈ້າງ, ລູກຈ້າງ (ຝ.) 2 ນ. ຄຳລັກສະນະນາມບອກປະມານ ຄືຜ້າຫໍ່ນຶ່ງໂຮມກັນ 20 ຜືນ ຮຽກວ່າ ກຸລີນຶ່ງ.
ກຸສຣາດ - ກຸດສະຫຣາດ
ນ. ນາມພຣະກະສັດເມືອງເປັງຈານ ພຣະຣາຊບິດາຂອງທ້າວສິນໄຊ ໃນເລື່ອງ ສິນໄຊ (ປ. ກຸສຣາຊ)
ກຸສະລະ
ນ. ກຸສົນ, ບຸນ, ຄວາມສະຫລາດ (ປ.)
ກຸສະໂລບາຍ
ນ. ອຸບາຍອັນສະຫລາດ (ປ.)
ກຸສິນາຣາ - ກຸສິນາລາ
ນ. ຊື່ເມືອງນຶ່ງໃນປະເທດອິນເດຍ ເປັນເມືອງທີ່ພະພຸດທະເຈົ້ານິພານ ແຕ່ລາວອອກສຽງເປັນ ກຸສິນນາຣາຍ (ປ.)
ກຸສິນາຣາຍ
(ເບິ່ງ ກຸສິນາຣາ)
ກຸສຸມ
ນ. ດອກໄມ້, ດອກຫອນໄກ່ (ປ.) ກຸສຸມາກອນ ນ. ກອງດອກໄມ້ (ສ. ກຸສຸມາກຣ)
ກຸສຸມາ
(ເບິ່ງ ກຸສຸມ)
ກຸສົນ
ນ. ສິ່ງທີ່ດີ, ບຸນ. ວ. ຖືກຕ້ອງ, ສະອາດ, ງາມ (ປ. ກຸສລ)
ກຸສົລກັມ - ກຸສົນລະກຳ
ນ. ກັມອັນດີ, ການເຮັດຄວາມດີ.
ກຸສົລກັມມະບົດ - ກຸສົນລະກຳມະບົດ
ນ. ທາງທີ່ເຮັດດີ, ທາງທີ່ເປັນບຸນ ໄດ້ແກ່ທັມຫມວດນຶ່ງ ມີ 10 ຢ່າງ ຄື: ກາຍສຸຈະຣິດ 3, ວະຈີສຸຈຣິດ 4 ແລະ ມະໂນສຸຈຣິດ 3.
ກຸຫລາບ
ນ. ໄມ້ມີດອກຈຳພວກນຶ່ງ ງ່າ ແລະລຳມີຫນາມ ຂອບໃບເປັນຈັກໆ ດອກຫອມອ່ອນ.
ກຸເລົາ
ນ. ປາທະເລແນວນຶ່ງ ຕົວຂະຫນາດປາແກງ.
ກຸເວນ
ນ. ນາມພະຍາແຫ່ງພວກຜີຮ້າຍ ຮຽກພຣະຍາກຸເວນໆ ເປັນເຈົ້າແຫ່ງສົມບັດເຂົ້າຂອງ ແລະເປັນທ້າວໂລກຍານອົງນຶ່ງ ປະຈຳຢູ່ທິດເຫນືອ (ປ. ກຸເວຣ)
ກຸໂງກ
ນ. ນົກຍູງ (ຂ.) “ຟັງສຽງ ກຸໂງກຮ້ອງຮຽງແມ່ມັດຊຸທາ” (ທ້າວຮຸ່ງທ້າວເຈືອງ)
ກຸ່ນ
ວ. ຜົງທຸລີທີ່ຟົ້ງຂຶ້ນໄວໆ (ດິນໄງ່ກຸ່ນ)
ກຸ້ງ
ນ. ສັດນ້ຳແນວນຶ່ງ ຕົວເປັນກາບຫຸ້ມຊີ້ນ ຫລັງຂົດ; ກຸ້ງຝອຍ ນ. ກຸ້ງຕົວນ້ອຍໆ.
ກຸ້ຍ
ນ. ຜີປ່າ, ຄົນຊົ່ວ, ຄົນປ່າ (ຈ.)
ວັຈນານຸກົມພາສາລາວ ໂດຍ ມະຫາສິລາ ວີຣະວົງສ໌ LaoDictionary.net | ວັດຈະນານຸກົມພາສາລາວ, ລາວແປລາວ, ລາວແປອັງກິດ ແລະອັງກິດແປລາວ.
  ຄວາມເປັນມາ໑໐ ອັນດັບສົ່ງຄຳຕິຊົມເຂົ້າໃຊ້ລະບົບ ຂຶ້ນເທິງສຸດ
© ໒໐໐໙ - ໒໐໑໐ LaoDictionary.net XHTML | CSS ລະບົບຄຳສັບໂດຍ Glossword ໑.໘.໑໑