LaoDictionary.net | ວັດຈະນານຸກົມພາສາລາວ ເພື່ອຄົນລາວ.
ເກີດເປັນຄົນລາວ ຈົ່ງຮູ້ໃຊ້ພາສາລາວ ເຮົາຄົນລາວຖ້າບໍ່ໃຊ້ພາສາລາວ ແລ້ວຄົນຜູ່ໃດຈະມາໃຊ້ ພາສາເຮົາ?

ສງ ສຍ ສນ ສມ ສຣ ສລ ສວ ສອ ສະ ສັ ສາ ສິ ສີ ສຶ ສຸ ສົ ສຽ ສເ ສແ ສໂ ສໄ ສ່ ສ້
ຜົນການຊອກຫາ: 32 ໜ້າທີ 1 ຈາກທັງໝົດ 2 ໜ້າ
ສລວຍ - ສະຫລວຍ
ວ. ງາມ (ຄຳນີ້ ແປງເປັນ ສວຍລວຍ)
ສລອກກອກ - ສະຫລອກກອກ
ວ. ດື້ດ້ານ ພໍໃຫ້ຢາກຫົວ (ຄົນສະຫລອກກອກ)
ສລອງ - ສະຫຼອງ
ກ. ຍ້ອງຍໍ, ທຳການຍ້ອງບໍ, ຍ້ອງຍໍອານິສົງຂອງບຸນທີ່ໄດ້ທຳແລ້ວ.
ສລອດ - ສະຫລອດ
ວ. ລັບລີ້, ສອດແສ້ວ: “ກຸມພັນປະສົງ ສລອດປຸນໄປຢັ້ງ” (ສິນໄຊ)
ສລອດສລໍ - ສຫລອດສະຫລໍ
ວ. ເຫຼືອ, ຫຼົງເຫຼືອ.
ສລອມ - ສະຫລອມ
ນ. ເຮືອກະແຊງ (ທ.)
ສລັກ - ສະຫລັກ
ນ. ໄລທີ່ໃສ່ລັດທາງຂວາງ ໃຫ້ຊອດອອກທາງນຶ່ງອີກ.
ສລັກຫຼັງ - ສະຫຼັກຫຼັງ
ກ. ການຂຽນໜັງສືບອກຊື່ ແລະບ່ອນຢູ່ຂອງຜູ່ຮັບຈົດໝາຍໄວ້ເທິງຫຼັງຈົດໝາຍ (ຈ່າໜ້າຊອງ ກໍວ່າ)
ສລັດ - ສະຫລັດ
1 ນ. ຜັກແນວນຶ່ງ ໃບຄືຜັກກາດ ແຕ່ບາງ ແລະສີເຫຼືອງອ່ອນ. 2 ກ. ຊິດໃຫ້ຫລຸດອອກ, ແກວ່ງໂດຍໄວ ເພື່ອໃຫ້ຫລຸດອອກ (ງົວສະຫລັດແອກ)
ສລັດໄດ - ສະຫລັດໄດ
ນ. ຊື່ຕົ້ນຈັນໄດ (ນົກກາເວົາຈັບໄມ້ ສລັດໄດງອຍງ່າ)
ສລັບ - ສະຫລັບ
1 ວ. ສັບຫວ່າງ, ຂັ້ນຕາມຍ່ານ (ສລັບຊັບຊ້ອນ) 2 ກ. ເວົ້າປີ້ນ, ເວົ້າປິ່ນແປ້ ເຊື່ອບໍ່ໄດ້, ຕົວະ: “ສູຫາກເຄີຍສລັບລີ້ນ ລວງກັນກິ່ນທ່ານ ກູກໍຮູ້ເພດພ້ຽງ ຜີເຖົ້າຊູ່ເຊີງ” (ສິນໄຊ)
ສລັ້ງ - ສະລັ້ງ
ວ. ສົງໄສ, ຫຼົງລືມ, ພັ້ງພາດ.
ສລາ - ສະຫລາ
ນ. ໝາກພູສຳລັບຄ້ຽວ, ຂັນໝາກ (ຂ.)
ສລາກ - ສະຫລາກ
ນ. ເຄື່ອງໝາຍໃຊ້ໃນການສ່ຽງທວາຍ ເປັນຕົ້ນ (ປ.)
ສລາກກິນແບ່ງ - ສະຫລາກກິນແບ່ງ
ນ. ໃນບັດທີ່ຂາຍ ຫຼືຈ່າຍໃຫ້ແກ່ຜູ່ຖືໄວ້ ເພື່ອຮັບລາງວັນໃນການສ່ຽງໂຊກ ໂດຍຜູ່ຂາຍ ຫຼືຜູ່ຈ່າຍ ຊັກລົດໄວ້ເປັນກຳໄລ.
ສລາງ - ສະຫລາງ
ວ. ສາງຫລາງ, ງາມເປັນແຖວ.
ສລາຍ - ສະຫລາຍ
ກ. ແຕກຊະຊາຍ, ຍ່ອຍຍັບໄປ, ສູນໄປ, ສູນຫາຍ.
ສລາດ - ສະຫລາດ
1 ວ. ມີປັນຍາ, ມີຄວາມຄຶດຫຼັກແຫຼມ, ຫຼັກແຫຼມ. 2 ນ. ປາຫລາດ (ເບິ່ງ ຫລາດ)
ສລາຕັນ - ສະຫລາຕັນ
ນ. ຮຽກລົມທີ່ພັດຈາກທິດຫໍຣະດີໄປທາງທິດອີສານໃນປາຍລະດູຝົນ, ພາຍຸໃຫຍ່ (ມະລາຢູ)
ສລາມ - ສະຫລາມ
ນ. ຊື່ປານ້ຳເຄັມພວກນຶ່ງ ບໍ່ມີເກັດ ມີຫຼາຍແນວ ເປັນປາຮ້າຍ ກິນຄົນ.
ວັຈນານຸກົມພາສາລາວ ໂດຍ ມະຫາສິລາ ວີຣະວົງສ໌ LaoDictionary.net | ວັດຈະນານຸກົມພາສາລາວ, ລາວແປລາວ, ລາວແປອັງກິດ ແລະອັງກິດແປລາວ.
  ຄວາມເປັນມາ໑໐ ອັນດັບສົ່ງຄຳຕິຊົມເຂົ້າໃຊ້ລະບົບ ຂຶ້ນເທິງສຸດ
© ໒໐໐໙ - ໒໐໑໐ LaoDictionary.net XHTML | CSS ລະບົບຄຳສັບໂດຍ Glossword ໑.໘.໑໑