LaoDictionary.net | ວັດຈະນານຸກົມພາສາລາວ ເພື່ອຄົນລາວ.
ເກີດເປັນຄົນລາວ ຈົ່ງຮູ້ໃຊ້ພາສາລາວ ເຮົາຄົນລາວຖ້າບໍ່ໃຊ້ພາສາລາວ ແລ້ວຄົນຜູ່ໃດຈະມາໃຊ້ ພາສາເຮົາ?

ສງ ສຍ ສນ ສມ ສຣ ສລ ສວ ສອ ສະ ສັ ສາ ສິ ສີ ສຶ ສຸ ສົ ສຽ ສເ ສແ ສໂ ສໄ ສ່ ສ້
ຜົນການຊອກຫາ: 7 ໜ້າທີ 1 ຈາກທັງໝົດ 1 ໜ້າ
ສ້ວມ
ນ. ຫ້ອງ, ຫ້ອງບ່ອນຂັ້ນໄວ້, ບ່ອນຢູ່ບ່ອນນອນທີ່ແອ້ມຂັ້ນໄວ້.
ສ້ອມ
ກ. ຖາກໃຫ້ນ້ອຍເຂົ້າ, ຖາກໃຫ້ນ້ອຍລົງທາງນຶ່ງ. ນ. ມືຊ້ອນ, ເຄື່ອງແທງເອົາອາຫານໃສ່ປາກຄູ່ກັບຊ້ອນບ່ວງ.
ສ້ອມແຊມ
ກ. ແປງ, ແປງຂອງເພໃຫ້ດີຄືນ.
ສ້າມ
ກ. ສ້ອມແຊມ, ເອົາກ້າໄປດຳຕາມບ່ອນເຂົ້າຫ່າງກັນ, ຮ້ອງ ຫຼື ຕີໃຫ້ເປັນຈັງຫວະ, ນ. ລະຍະ, ບ່ອນເປັນລະຍະ (ເປັດປ່ອງສ້າມ ສະເໝີຕິ່ງຄຳ).
ສ້າວ
ນ. ໄມ້ຍາວໆທາງປາຍມີແງ່ມສຳລັບແໝ້ນເອົາຂອງຢູ່ສູງ, ວິທີຫຼິ້ນຢ່າງນຶ່ງ ເອົາມືຕໍ່ມືຍູ້ກັນ ເອີ້ນວ່າ ຍູ້ສາວ, ລະຍະ, ຈັງຫວະ, ຄັ້ງ, ເທື່ອ (ໄປເປັນສ້າວ)
ສ້ຽມ
ກ. ເຮັດໃຫ້ແຫຼມ. ວ. ແຫຼມ, ມີປັນຍາ.
ສ້ຽວ
1 ນ. ຕົ້ນໄມ້ແນວນຶ່ງ (ສົ້ມສ້ຽວ ກໍວ່າ) (ຝົນຕົກຮຳໃບຕອງສ້ຽວ ແສນກໍກາງເຫຼົ່າ) 2 ກ. ແວອອກ, ຫຼີກອອກຈາກບ່ອນຊື່, ໄປບໍ່ທ່ຽງ, ບ່ຽງໄປຂ້າງນຶ່ງ, ສ່ວນນຶ່ງໃນສີ່ສ່ວນ, ສ່ວນຍ່ອຍ.
ວັຈນານຸກົມພາສາລາວ ໂດຍ ມະຫາສິລາ ວີຣະວົງສ໌ LaoDictionary.net | ວັດຈະນານຸກົມພາສາລາວ, ລາວແປລາວ, ລາວແປອັງກິດ ແລະອັງກິດແປລາວ.
  ຄວາມເປັນມາ໑໐ ອັນດັບສົ່ງຄຳຕິຊົມເຂົ້າໃຊ້ລະບົບ ຂຶ້ນເທິງສຸດ
© ໒໐໐໙ - ໒໐໑໐ LaoDictionary.net XHTML | CSS ລະບົບຄຳສັບໂດຍ Glossword ໑.໘.໑໑