LaoDictionary.net | ວັດຈະນານຸກົມພາສາລາວ ເພື່ອຄົນລາວ.
ເກີດເປັນຄົນລາວ ຈົ່ງຮູ້ໃຊ້ພາສາລາວ ເຮົາຄົນລາວຖ້າບໍ່ໃຊ້ພາສາລາວ ແລ້ວຄົນຜູ່ໃດຈະມາໃຊ້ ພາສາເຮົາ?

ທວ ທອ ທັ ທາ ທຳ ທິ ທີ ທຶ ທື ທຸ ທູ ທົ ທ່ ທ້ ທໍ
ຜົນການຊອກຫາ: 138 ໜ້າທີ 2 ຈາກທັງໝົດ 7 ໜ້າ
ທັກສາ
ນ. ຊື່ອັຖເຄາະ ຄື ດາວ 8 ໜ່ວຍ ໄດ້ແກ່ ທິດ ຈັນ ອັງຄານ ພຸດ ພະຫັດ ສຸກ ເສົາ ຣາຫູ ທີ່ຈັດເຂົ້າ ຣະບຽບເປັນບໍຣິວານ: ອາຍຸ, ເດດ, ສີ, ມູລະ, ອຸສາຫະ, ມຸນຕີ, ກາລິນີ ໂດຍວຽນຂວາ ໄປຕາມທິດທັງ 8 ຄື ບົວຣະພາ, ອາຄະເນ, More…
ທັກສິນ
(ເບິ່ງທັກຂິນ) (ສ.)
ທັກສິນາ
(ເບິ່ງທັກຂິນາ) (ສ.)
ທັກສິນານູປະທານ
ນ. ການທຳບຸນຫາຜູ່ຕາຍ (ສ.)
ທັງ
ສັ. ກັບ, ແລະ (ທັງກິນທັງນອນ). ວ. ໃຊ້ນຳຫນ້າຄຳອື່ນໂຮມ ດັ່ງ ທັງບ້ານວ່າ, ຫມົດບ້ານ, ທັງຄ້າຍ, ທັງປວງ ວ່າດ້ວຍກັນ ໆລໆ.
ທັດ
1. (ມາຈາກປາລີວ່າ ທະສະ) ວ. ສິບ, ຖ້ວນ, ຄົບ "ສາມສິບທັດ", ສິບທັດ. 2. ກ. ເອົາສິ່ງຂອງ ຫລື ດອກໄມ້ ເຫນັບຫູ ຫລື ຜົມເກົ້າ, ທັດດອກ ນ. ຊື່ຂົນມ້າທີ່ຢູ່ກົກ ຫູທັງສອງຂ້າງ ເອີ້ນ ຂົນທັດດອກ.
ທັດທາ
ນ. ໄມ້ແປ້ນສັ້ນໆມີດ້າມ ສຳລັບກວດດິນ (ທາດທາ ກໍວ່າ)
ທັສນະ - ທັດສະນະ
ກ. ເບິ່ງ, ເຫັນ, ເທັສນາການ ນ. ອາການເບິ່ງ: ທັສນາຈອນ ກ. ຖ່ຽວເບິ່ງ.
ທັສນານຸຕຣິຍະ - ທັດສະນານຸດຕະລິຍະ
ນ. ການເຫັນອັນປະເສີດ ດັ່ງ ການເຫັນທັມອັນເລິກແລບ ເປັນຕົ້ນ.
ທັສນີ - ທັດສະນີ
ວ. ເປັນຕາເບິ່ງ, ງາມ (ປ. ທັສສນີຍ)
ທາກ
ນ. ສັດບໍ່ມີດູກຈຳພວກນຶ່ງ ຕົວຄືປິງ ມີຢູ່ຕາມປ່າບ່ອນຊຸ່ມເຢັນ.
ທາງ
ນ. ແຖວ, ຖະໜົນ, ປ່ອງ, ບ່ອນທຽວໄປມາ, ວິທີ, ຝ່າຍ, ທາງການ ນ. ແນວປະຕິບັດການ.
ທາຍ
ກ. ທວາຍ, ແກ້ບັນຫາ, ບອກສິ່ງທີ່ຕາບໍ່ເຫັນ.
ທາດ
1. (ມາຈາກຄຳປາລີວ່າ ທາສາ) ນ. ຄົນໃຊ້ຜູ່ຊາຍ, ຂ້ອຍຂ້າຜູ່ຊາຍ (ບູຮານຫມາຍເອົາຄົນທີ່ໄຖ່ມາດ້ວຍຊັບ ຫລື ພວກຊະເລີຍ) 2. (ມາຈາກ ປາລີ ວ່າ ທາຕຸ) ນ. ສິ່ງທີ່ເປັນຕົ້ນເດີມ, ສິ່ງທີ່ເປັນມູນຮາກ, ສິ່ງສຳຄັນ More…
ທາດຕຸ
ນ. ທາດ (ເບິ່ງ ທາດ 2)
ທາດໆ
ອຸ. ສຽງດັງຢ່າງນຶ່ງ ດັ່ງສຽງນ້ຳໄຫລພາດກ້ອນຫິນເປັນຕົ້ນ.
ທານີ
ນ. ເມືອງ (ປ.)
ທາຣາ
ນ. ສາຍນ້ຳ. ຫ້ວຍ, ຮ່ອງ, ທໍ່ນ້ຳ (ປ.). ທາຣາເຄຫະ ນ. ຫ້ອງອາບນ້ຳທີ່ມີຝັກບົວ (ປ.)
ທາຣາຍົນ
ນ. ນ້ຳອອກບໍ່ (ປ. ທາຣາຍັນຕຣ)
ທາຣາທິກາ
ນ. ເດັກນ້ອຍຜູ່ຍິງ (ປ.)
ວັຈນານຸກົມພາສາລາວ ໂດຍ ມະຫາສິລາ ວີຣະວົງສ໌ LaoDictionary.net | ວັດຈະນານຸກົມພາສາລາວ, ລາວແປລາວ, ລາວແປອັງກິດ ແລະອັງກິດແປລາວ.
  ຄວາມເປັນມາ໑໐ ອັນດັບສົ່ງຄຳຕິຊົມເຂົ້າໃຊ້ລະບົບ ຂຶ້ນເທິງສຸດ
© ໒໐໐໙ - ໒໐໑໐ LaoDictionary.net XHTML | CSS ລະບົບຄຳສັບໂດຍ Glossword ໑.໘.໑໑