LaoDictionary.net | ວັດຈະນານຸກົມພາສາລາວ ເພື່ອຄົນລາວ.
ເກີດເປັນຄົນລາວ ຈົ່ງຮູ້ໃຊ້ພາສາລາວ ເຮົາຄົນລາວຖ້າບໍ່ໃຊ້ພາສາລາວ ແລ້ວຄົນຜູ່ໃດຈະມາໃຊ້ ພາສາເຮົາ?

ທວ ທອ ທັ ທາ ທຳ ທິ ທີ ທຶ ທື ທຸ ທູ ທົ ທ່ ທ້ ທໍ
ຜົນການຊອກຫາ: 138 ໜ້າທີ 4 ຈາກທັງໝົດ 7 ໜ້າ
ທີຄັມພອນ
ນ. ຟ້າ, ອາກາດ (ເບິ່ງ ທິຄັມພຣ)
ທີຄາຍຸ
ວ. ມີອາຍຸຍືນຍາວ (ປ.)
ທີຣະ - ທີນະ
ນ. ນັກປາດ, ສະຫລາດ, ມີປັນຍາ (ປ.)
ທີຣະຄະ - ທີລະຄະ
(ເບິ່ງ ເທັຍຣະຄາ)
ທີຣາ - ທີໂຣ - ທີລາ - ທິໂລ
(ເບິ່ງ ທີຣະ)
ທີ່
ນ. ຖິ່ນ, ແຜ່ນດິນບ່ອນນຶ່ງໆ, ບ່ອນ, ສັ. ເປັນຄຳໃຊ້ແທນຊື່ ທີ່ຢູ່ຕໍ່ກັນ. ທີ່ແທ້ ວ. ຄັກແນ່, ຄັກແທ້.
ທີ້ລີ້
ວ. ຕັ້ງຢູ່, ຊັນຢູ່
ທຶກ
ນ. ນ້ຳ (ຂ.) ຄຳນີ້ ບາງທີອອກສຽງເປັນ ຕັ໊ກ.
ທຶກທຶນ
ນ. ວັນຊົ່ວຮ້າຍໃນຕຳຣາໝໍດູ, ວັນອຸບາດ, ວັນບໍ່ດີ.
ທຶງ
ນ. ຕົ້ນກຸງ (ລາວຊຽງໃຫມ່ອອກສຽງ ຕ ວ່າ ຕອງຕຶງ) "ນາງຄານຄົ້ນເອົາລູກທັງຮວຍ" ສວຍຕອງທຶງຫົ່ມຍໍຍົກໃຫ້ ບາຄານອຸ້ມເອົາມາເມືອງເກົ່າ (ຂຸນທຶງ)
ທຶດໆ
ວ. ອາການຂອງຄົນແລະສັດຫລາຍໆຫລິ້ນຢູ່ໂຮມກັນ
ທຶ່ງ
ອຸ. ສຽງດັງຢ່າງນຶ່ງ ດັ່ງສຽງກອງຫາງເປັນຕົ້ນ.
ທຶ້ງ
ວ. ລັກສະນະຂອງໜຽວແລະຫຍາຍ (ຫຍາຍທຶ້ງ)
ທືດໆ
(ເບິ່ງ ທຶດໆ)
ທຸ
ວ. ໃຊ້ເປັນຄຳນຳຫນ້າສັບ ແປວ່າ ຊົ່ວ ດັ່ງ ທຸຈຣິດ ຄວາມປະພຶດຊົ່ວ ເປັນຕົ້ນ; ທຸ ສັບນີ້ແປງເປັນ ທຸຣະ ທໍຣະ ກໍໄດ້ ດັ່ງ ທຸຣະຊົນ, ທຸຣາຄົມ, ທໍຣະພິດ, ທໍຣະຍົດ ເປັນຕົ້ນ (ປ.)
ທຸກ
1. ວ. ຫມົດ, ຄົບ, ຖ້ວນ, ດັ່ງ ຄົນໃນບ້ານໄປທຸກຄົນ. ວ. ຫມົດຊູ່ຍາມ. 2. ນ. ຄວາມຢາກ, ຄວາມລຳບາກ, ຄວາມທໍຣະມານ (ປ. ທຸກຂ)
ທຸກຂາ - ທຸກຂັງ
ນ. ຄວາມທຸກ, ທຸກຂະນິໂຣດ ນ. ຄວາມດັບທຸກ (ປ. ທຸກຂນິໂຣທ), ທຸກຂະເວດ, ທຸກຂະເວທນາ ນ. ການໄດ້ຮັບຄວາມທຸກ, ຄວາມສະເວີຍທຸກ, ຄວາມຮູ້ເມື່ອບໍ່ສຳບາຍ, ທຸກຂະສມຸທັຍ ນ. ເຫດພາໃຫ້ເກີດທຸກ ໄດ້ແກ່ຕັນຫາ (ປ. More…
ທຸກະ
ນ. ຫມວດສອງ (ປ.) ທຸກະນິບາດ ນ. ຊື່ຄັມພີໃນພຣະພຸທສາສນາ ກຳນົດດ້ວຍ ທັມມະ ທີ່ແບ່ງເປັນຫມວດລະສອງ (ປ. ທຸກນິປາຕ)
ທຸກົດ
ນ. ຄວາມຊົ່ວ, ການເຮັດບໍ່ດີ, ຊື່ອາບັດຈຳພວກນຶ່ງ ໃນທາງວິນັຍແຫ່ງພຸທ ສາສນາ ເປັນອາບັດເບົາ (ປ. ທຸກກຕ)
ທຸຂເວທນາ - ທຸກຂະເວດທະນາ
ນ. ຄວາມໄດ້ຮັບທຸກ, ຄວາມສະເຫວີຍທຸກ (ປ.)
ວັຈນານຸກົມພາສາລາວ ໂດຍ ມະຫາສິລາ ວີຣະວົງສ໌ LaoDictionary.net | ວັດຈະນານຸກົມພາສາລາວ, ລາວແປລາວ, ລາວແປອັງກິດ ແລະອັງກິດແປລາວ.
  ຄວາມເປັນມາ໑໐ ອັນດັບສົ່ງຄຳຕິຊົມເຂົ້າໃຊ້ລະບົບ ຂຶ້ນເທິງສຸດ
© ໒໐໐໙ - ໒໐໑໐ LaoDictionary.net XHTML | CSS ລະບົບຄຳສັບໂດຍ Glossword ໑.໘.໑໑