LaoDictionary.net | ວັດຈະນານຸກົມພາສາລາວ ເພື່ອຄົນລາວ.
ເກີດເປັນຄົນລາວ ຈົ່ງຮູ້ໃຊ້ພາສາລາວ ເຮົາຄົນລາວຖ້າບໍ່ໃຊ້ພາສາລາວ ແລ້ວຄົນຜູ່ໃດຈະມາໃຊ້ ພາສາເຮົາ?

ທວ ທອ ທັ ທາ ທຳ ທິ ທີ ທຶ ທື ທຸ ທູ ທົ ທ່ ທ້ ທໍ
ຜົນການຊອກຫາ: 138 ໜ້າທີ 6 ຈາກທັງໝົດ 7 ໜ້າ
ທູ
ນ. ຊື່ປາທະເລແນວນຶ່ງ ເປັນປາມີເກັດ ຮຽກ ປາທູ.
ທູດ
1. (ມາຈາກປາລີວ່າ ທູຕ) ນ. ຄົນຜູ່ຮັບໃຊ້ໄປເວົ້າຕາງ, ຜູ່ທີ່ຮັບມອບຫມາຍໃຫ້ເປັນຜູ່ແທນທາງຣາຊການແຜ່ນດິນໃນຕ່າງປະເທດ (ເບິ່ງ ທູຕາ ດ້ວຍ) 2. ນ. ຊື່ພະຍາດແນວນື່ງ ເປັນຕຸ່ມໃຫຍ່ເປື່ອຍຕາມຮ່າງກາຍ ຫລື More…
ທູຕາ
ນ. ທູດ, ຄືຄົນຜູ່ນຳຂໍ້ຄວາມໄປແຈ້ງໃຫ້ທັງສອງຝ່າຍຮູ້, ຜູ່ຮັບໃຊ້ໄປເວົ້າແທນ, ຜູ່ໄດ້ຮັບມອບໃຫ້ເປັນຜູ່ແທນທາງຣາຊການແຜ່ນດິນ (ປ.)
ທູຕານຸທູດ
ນ. ທູດຜູ່ນ້ອຍຜູ່ໃຫຍ່, ພວກທູດ (ປ.)
ທູຣະ
ເປັນຄຳປະກອບຫນ້າສັບ ແປວ່າ ໄກ ດັ່ງ ທູຣະບົດ (ປ. ທູຣປຖ), ທູຣະມັກຄາ ແປວ່າ ທາງໄກ (ປ. ທູຣະມັຄຄ) ສັບນີ້ ແປງເປັນ ໂທຣະ ກໍໄດ້ ດັ່ງ ໂທຣະເລກ ເປັນຕົ້ນ.
ທູ່
ກ. ອາການຄວັນ ຫລື ອາຍນ້ຳພຸ່ງອອກ.
ທົກ
ກ. ທຶ້ນ ຫລື ດຶງບາດຈໍ້ໆ ໂດຍແຮງ.
ທົງ
ກ. (ຄຳດຽວກັບ ທະຣົງ) ຖື, ຮັກສາ, ຕົກແຕ່ງ, ນຸ່ງຫົ່ມ, ເອ້, ປະດັບ, ປົກຄອງ (ທົງເມືອງ) ໃຊ້ເປັນຄຳນຳຫນ້າຄຳກິຣິຍາ ໃນຣາຊາສັບ ຈຳເພາະຄຳທີ່ບໍ່ເປັນຣາຊາສັບມາແຕ່ເດີມ ດັ່ງ ທົງເດີນ, ທົງນັ່ງ, ທົງຢືນ ເປັນຕົ້ນ. More…
ທົວໆ
ວ. ສັ່ນ, ອາການສັ່ນ
ທົ່ວ
ວ. ຕະຫລອດ, ຫມົດ, ຖ້ວນ, ທຸກສິ່ງ, ທຸກຢ່າງ.
ທ່ວຍ
(ເບິ່ງ ທວຍ 3)
ທ່ອງ
ກ. ລຸຍໄປໃນນ້ຳ, ເດີນ, ຖ່ຽວໄປມາ. ທ່ອງທຽວ ກ. ຖ່ຽວໄປມາ
ທ່ຳ
ວ. ສີກ່ຳ, ສີຊ້ຳ.
ທ່ຽງ
ນ. ຊື່ເວລາ, ເຄິ່ງກາງວັນ ເອີ້ນວ່າ ທ່ຽງ ຫລື ທ່ຽງວັນ, ເຄິ່ງກາງຄືນ ເອີ້ນວ່າ ທ່ຽງຄືນ; ວ. ຊັນ, ບໍ່ຫວັ່ນໄຫວ, ບໍ່ເນີ້ງ, ບໍ່ເຂົ້າພຸ້ນເຂົ້າພີ້, ບໍ່ບ່ຽງ, ຄັດເຄັ່ງຕາມລະບຽບ, ແນ່ນອນ, ຫມັ້ນຍືນ.
ທ້ວງ
ກ. ເວົ້າ, ທັກ, ເວົ້າໃຫ້ຜູ້ອື່ນຮູ້ເມື່ອຄີງ, ເວົ້າໃຫ້ ມີສະຕິ, ທວາຍ.
ທ້ວຍໆ
ວ. ຕ້ອຍໆ.
ທ້ອງ
ນ. ສ່ວນຂອງຮ່າງກາຍທີ່ມີໃສ້ພຸງຢູ່ພາຍໃນ. ພື້ນເຮືອ ຫລື ຂອງເປັນເຫລ້ມ. ຢູ່ ສ່ວນກາງທັງສອງ ຂ້າງໃນ ແລະ ຂ້າງນອກ.
ທ້ອງຂີ້ຮາກ
ນ. ໂຣກອະຫິວາ.
ທ້ອງຊ້າງ
ນ. ນາຫລົ້ງທີ່ມີນ້ຳຂັງຢູ່ດີ, ເຂດສ່ວນຢູ່ກາງ.
ທ້ອງດ້ອຍ
ນ. ພະຍາດເປັນໃນທ້ອງພາໃຫ້ຂີ້ສະເໝີ.
ວັຈນານຸກົມພາສາລາວ ໂດຍ ມະຫາສິລາ ວີຣະວົງສ໌ LaoDictionary.net | ວັດຈະນານຸກົມພາສາລາວ, ລາວແປລາວ, ລາວແປອັງກິດ ແລະອັງກິດແປລາວ.
  ຄວາມເປັນມາ໑໐ ອັນດັບສົ່ງຄຳຕິຊົມເຂົ້າໃຊ້ລະບົບ ຂຶ້ນເທິງສຸດ
© ໒໐໐໙ - ໒໐໑໐ LaoDictionary.net XHTML | CSS ລະບົບຄຳສັບໂດຍ Glossword ໑.໘.໑໑