LaoDictionary.net | ວັດຈະນານຸກົມພາສາລາວ ເພື່ອຄົນລາວ.
ເກີດເປັນຄົນລາວ ຈົ່ງຮູ້ໃຊ້ພາສາລາວ ເຮົາຄົນລາວຖ້າບໍ່ໃຊ້ພາສາລາວ ແລ້ວຄົນຜູ່ໃດຈະມາໃຊ້ ພາສາເຮົາ?

ກວ ກອ ກະ ກັ ກາ ກຳ ກິ ກີ ກຶ ກື ກຸ ກູ ກົ ກຽ ກ່ ກ້ ກ໊ ກໍ
ຜົນການຊອກຫາ: 705 ໜ້າທີ 28 ຈາກທັງໝົດ 36 ໜ້າ
ກິ້ງ
ກ. ຫັນອ້ອມໄປຕາມພື້ນ.
ກິ້ງກ່ອມ
ກ. ຊັກຊວນ, ກ້ຽວຝັ້ນ, ເສບສົມ.
ກິ້ງເກືອກ
ກ. ປິ່ນໄປມາຕາມພື້ນ. “ໃຫມ່” ໃນປັດຈຸບັນ ຫມາຍເຖິງການຢູ່ໃກ້ຊິດ ດັ່ງເວົ້າວ່າ: “ລົງກິ້ງເກືອກກັບປະຊາຊົນ”
ກິ້ນ
ວ. ສັ້ນດ ກ້ອມ.
ກີ
ນ. ສ່ວນທີ່ເປັນດູກ ແລະ ມີຫນັງ ເປັນພຶນຢູ່ຫລັງປາບາງຈຳພວກ ດັ່ງ ປາສະກາງ, ປາໂຈກ ເປັນຕົ້ນ (ເກປາ ກໍເອີ້ນ)
ກີດ
ກ. ຢູ່ໃກ້, ໃກ້ຖັດ, ຂັດຂວາງ, ຂັດເຄືອງ: “ເຈັບທີ່ການໄປ່ແລ້ວ ຍັງກ້ຽວກີດທວງ” (ສິນໄຊ)
ກີລາ
ນ. ການຫລິ້ນເພື່ອຄວາມມ່ວນດ ການຫລິ້ນເພື່ອອອກກຳລັງກາຍ (ປ.)
ກີໂສ
ວ. ຈ່ອຍ, ຜອມ (ປ.) “ກີໂສພ້ຽງ ຕອງຕາຍເຫລືອງຫລົ່ນ” (ສິນໄຊ)
ກີ່
1 ນ. ເຄື່ອງສຳລັບຄຶງຫູກ, ບ່ອນຄຶງຫູກ ສຳລັບຕ່ຳແຜ່ນແພ, ບ່ອນຕ່ຳຜ້າແພ. 2 ວ. ທໍ່ໃດ (ໃຊ້ເປັນ ຄຳຖາມ ຫລື ຄຳບອກ ກຳນົດບໍ່ໄດ້ ດັ່ງ ເວົ້າວ່າ ກີ່ວັນ, ຈັກກີ່ມື້)
ກີ້
1 ນ. ຫອຍແນວນຶ່ງມີກາບສອງອັນຕິດກັນ ຫນ່ວຍຍາວຮຽກຫອຍກີ້ (ຖ້າໃຫຍ່ ຮຽນຫອຍກວ້າງ) 2 ນ. ຊື່ນົກແນວນຶ່ງ ຕົວຄືນົກແຂກ ແຕ່ນ້ອຍ ແລະ ສົບດຳ ຫາງຍາວ ຂົນສີຂຽວ, 3 ວ. ກ່ອນ, ຄັ້ງກ່ອນ (ແຕ່ກີ້)
ກີ້ກ
ອຸ. ສຽງຮ້ອງຢ່າງນຶ່ງ ດັ່ງສຽງຫມູຮ້ອງ.
ກຶກ
(ເບິ່ວ ຕຶກ)
ກຶກກອງ
(ເບິ່ງ ຕຶກຕອງ)
ກຶງ
ກ. ທຳໃຫ້ຮ່າງກາຍແຂງໄວ້, ຄຶງ, ທຳໃຫ້ແຂງ.
ກຶດ
1 ຄຳນີ້ໃຊ້ຕໍ່ທ້າຍຄຳອື່ນໆ ເຊັ່ນ ມູລກຶດ (ປ. ມູລກິຕຕິ) (ເບິ່ງ ມູລກິຕຕິ). 2 ຄຳນີ້ໃຊ້ຕໍ່ທ້າຍຄຳອື່ນ ພຣະກຶດ, ພຣະກຶດຖະກອນ; ພຣະກຶດ ແມ່ນພຣະກຣິສນະ ຫລື ພຣະນາຣາຍ (ປ. ກຣິສນ)
ກຶ້ກ
ອຸ. ສຽງດັງຢ່າງນຶ່ງ.
ກຶ້ງ
ກ. ເບິ່ງໂດຍບໍ່ພັບຕາ, ມືນຕາເຕັມຫນ່ວຍແລ້ວເບິ່ງ.
ກຶ້ດ
ວ. ໃຫຍ່ ຫລື ພີ, ທ່າທາງແຂງແຮງ.
ກື
1 ນ. ຊື່ບົ້ງແນວນຶ່ງ ຢູ່ຕາມດິນ ມີຂາຫລາຍ ຮຽກ ບົ້ງກື. 2 ນ. ຈຳນວນນັບແຕ່ບູຮານ ທໍ່ກັບ 100 ລ້ານ ຫລື 100.000.000.
ກືກ
ວ. ເວົ້າບໍ່ອອກ, ປາກບໍ່ໄດ້ຍ້ອນລິ້ນໄກ່ຫົດ. “ກືກຫນັງສື : ບໍ່ຮູ້ຫນັງສື”
ວັຈນານຸກົມພາສາລາວ ໂດຍ ມະຫາສິລາ ວີຣະວົງສ໌ LaoDictionary.net | ວັດຈະນານຸກົມພາສາລາວ, ລາວແປລາວ, ລາວແປອັງກິດ ແລະອັງກິດແປລາວ.
  ຄວາມເປັນມາ໑໐ ອັນດັບສົ່ງຄຳຕິຊົມເຂົ້າໃຊ້ລະບົບ ຂຶ້ນເທິງສຸດ
© ໒໐໐໙ - ໒໐໑໐ LaoDictionary.net XHTML | CSS ລະບົບຄຳສັບໂດຍ Glossword ໑.໘.໑໑