LaoDictionary.net | ວັດຈະນານຸກົມພາສາລາວ ເພື່ອຄົນລາວ.
ເກີດເປັນຄົນລາວ ຈົ່ງຮູ້ໃຊ້ພາສາລາວ ເຮົາຄົນລາວຖ້າບໍ່ໃຊ້ພາສາລາວ ແລ້ວຄົນຜູ່ໃດຈະມາໃຊ້ ພາສາເຮົາ?

ກວ ກອ ກະ ກັ ກາ ກຳ ກິ ກີ ກຶ ກື ກຸ ກູ ກົ ກຽ ກ່ ກ້ ກ໊ ກໍ
ຜົນການຊອກຫາ: 705 ໜ້າທີ 29 ຈາກທັງໝົດ 36 ໜ້າ
ກືດື່
ວ. ອາການແຫ່ງຂອງທີ່ເຄີຍອ່ອນ ແລ້ວກັບແຂງ.
ກືນ
ກ. ທຳໃຫ້ໄຫລລົງໄປໃນຮູຄໍ, ກິນລົງໄປໃນທ້ອງ.
ກື່ງ
ກ. ງັດຂອງຫນັກໃຫ້ຍ້າຍທີ່, ທຳໃຫ້ຕົກ ຫລື ຍ້າຍຈາກທີ່.
ກື້ກໆ
ອຸ. ສຽງດັງຢ່າງນຶ່ງ ດັ່ງສຽງສັດໃຫຍ່ ຫລື ຄົນຮ້ອງ ເວລາເຈັບຫລາຍໃກ້ຈະຕາຍ.
ກື້ດ
ອຸ. ສຽງດັງຢ່າງນຶ່ງ ດັ່ງສຽງຄົນນອນໂກນ ເປັນຕົ້ນ.
ກຸ
ວ. ອ້ວນ, ພີ, ຫນ້າຮັກ, ພີແລະຕ່ຳ (ມາຈາກ ຈຸກຸ)
ກຸກ - ກຸກໆ
ກ. ອາການທີ່ແມ່ໄກ່ແມ່ຮ້ອງຫາລູກ; ອຸ. ສຽງໄກ່ແມ່ຮ້ອງເອົາລູກ.
ກຸກກຸຕີ
ນ. ໄກ່ແມ່ (ປ.)
ກຸກກຸໂຕ
ນ. ໄກ່ຜູ້ (ປ.) (ຄຳນີ້ ລາວເຮົາອອກສຽງວ່າ ກຸດໂຕ)
ກຸງ
1 ນ. ຕົ້ນໄມ້ແນວນຶ່ງ ເປັນຕົ້ນໄມ້ຂະຫນາດໃຫຍ່ ໃຊ້ທຳເຄື່ອງເຮືອນໄດ້ ໃບໃຫຍ່ ຕາມຕົ້ນມີຢາງຫນຽວ. 2 ນ. ເມືອງຫລວງຂອງປະເທດ (ຂ. ກຣຸງ)
ກຸຍ
ສ. ກິ່ນເຫມັນຢ່າງນຶ່ງ.
ກຸຍເຮັງ
ນ. ເສື້ອຊັ້ນນອກແບບຈີນ (ຈ.)
ກຸດ
1 ນ. ແມ່ນ້ຳທີ່ບໍ່ມີທາງນ້ຳໄຫລ, ຫນອງຍາວ. 2 ກ. ຂາດອອກ, ຕັດໃຫ້ຂາດ; ວ. ຂາດ, ສັ້ນ, ກ້ອມ.
ກຸດັງ
ນ. ບ່ອນມ້ຽນຂອງ, ເຮືອນສຳລັບໃສ່ຂອງ (ຝ.)
ກຸດີ
(ເບິ່ງ ກະດີ)
ກຸດຸມພີ
(ເບິ່ງ ກະດຸມພີ)
ກຸນ
ນ. ຫມູ, ຊື່ປີທີ 12 ເອີ້ນປີກຸນ.
ກຸນຊອນ
ນ. ຊ້າງ, ເລກ 8 (ເພາະຊ້າງປະຈຳທິດ ມີ 8 ພວກ), ດາວຊ້າງ (ປ. ກຸນຊຣ)
ກຸນຊະໂຣ
(ເບິ່ງ ກຸນຊອນ)
ກຸນທົນ
ນ. ຕຸ້ມຫູ, ຕ້າງ (ຄຳນີ້ ເຮົາໃຊ້ວ່າ ກົນທົນ: ໃສ່ກົນທົນຕ້າງແກ້ວ) (ປ. ກຸລທລ)
ວັຈນານຸກົມພາສາລາວ ໂດຍ ມະຫາສິລາ ວີຣະວົງສ໌ LaoDictionary.net | ວັດຈະນານຸກົມພາສາລາວ, ລາວແປລາວ, ລາວແປອັງກິດ ແລະອັງກິດແປລາວ.
  ຄວາມເປັນມາ໑໐ ອັນດັບສົ່ງຄຳຕິຊົມເຂົ້າໃຊ້ລະບົບ ຂຶ້ນເທິງສຸດ
© ໒໐໐໙ - ໒໐໑໐ LaoDictionary.net XHTML | CSS ລະບົບຄຳສັບໂດຍ Glossword ໑.໘.໑໑