LaoDictionary.net | ວັດຈະນານຸກົມພາສາລາວ ເພື່ອຄົນລາວ.
ເກີດເປັນຄົນລາວ ຈົ່ງຮູ້ໃຊ້ພາສາລາວ ເຮົາຄົນລາວຖ້າບໍ່ໃຊ້ພາສາລາວ ແລ້ວຄົນຜູ່ໃດຈະມາໃຊ້ ພາສາເຮົາ?

ເກ ເທ ເຜ ເວ ເສ ເຫ
ຜົນການຊອກຫາ: 158 ໜ້າທີ 4 ຈາກທັງໝົດ 8 ໜ້າ
ເທວະທິດາ
ນ. ນາງຟ້າ.
ເທວະທູດ
ນ. ຄະຕິແຫ່ງທັມມະດາ ສາມປະການ ຄື: ຄວາມແກ່ ຄວາມເຈັບ ຄວາມຕາຍ (ປ. ເທວທູຕ)
ເທວະນາຄຣີ
ນ. ຊື່ອັກສອນທີ່ໃຊ້ຂຽນພາສາ ສັນສະກຣິດ
ເທວະສະຖານ
ນ. ບ່ອນຢູ່ເທວະດາ.
ເທວະຫັນ
ນ. ເທວະດາໃສ່ໂທດ (ປ. ເທວທັນທ)
ເທວາ
ນ. ເທວະດາ
ເທວາຄານ
ນ. ຫໍຜີ (ປ. ເທວາຄາຣ)
ເທວາລັຍ - ເທວາໄລ
ນ. ບ່ອນຢູ່ເທວະດາ, ສະຫວັນ (ສ.)
ເທວິນ
ນ. ຫົວຫນ້າເທວະດາ (ປ. ເທວິນທ)
ເທວີ
ນ. ນາງພຣະຍາ, ນາງກະສັດ (ປ.)
ເທສການ - ເທດສະການ
ນ. ເວລາກຳນົດໄວ້ ເປັນປະເພນີເຮັດບຸນ (ປ. ເທສກາລ)
ເທສນາ - ເທດສະໜາ
ກ. ເທດ, ສະແດງ, ສະແດງທັມ (ປ.)
ເທສບານ - ເທດສະບານ
ນ. ລາດຊະການບໍລິຫານ ສ່ວນທ້ອງທີ່, ແຂວງກຳແພງ (ປ. ເທສປາລ)
ເທສມຸນຕີ - ເທດສະມຸນຕີ
ນ. ຜູ່ບໍຣິຫານການງານໃນເທສບານ
ເທສະ
ນ. ປະເທດ (ປ.)
ເທັງ
ວ. ບົນ, ເຫນືອ, ສູງ, ຢູ່ສູງ.
ເທັຍຣະຄາ - ເທັຍລະຄາ
ວ. ຍືນຍາວ, ເຫິງນານ (ມາຈາກ ປ. ທີຄະ, ສ. ທີຣຄ)
ເທັດ
ວ. ເວົ້າບໍ່ຈິງ, ຕົວະ.
ເທາະ
ວ. ເປັນຄຳກິຣະຍານຸໂຍກ ບອກຄວາມເຊີນ, ຄວາມໄຫວ້ວອນ ດັ່ງ ໄປເທາະ, ກິນ, ເທາະ, ເຊີນ ເທາະ ໆລໆ.
ເທິ
ກ. (ໃຊ້ຢ່າງດຽວກັບ ເທາະ ເບິ່ງເທາະ)
ວັຈນານຸກົມພາສາລາວ ໂດຍ ມະຫາສິລາ ວີຣະວົງສ໌ LaoDictionary.net | ວັດຈະນານຸກົມພາສາລາວ, ລາວແປລາວ, ລາວແປອັງກິດ ແລະອັງກິດແປລາວ.
  ຄວາມເປັນມາ໑໐ ອັນດັບສົ່ງຄຳຕິຊົມເຂົ້າໃຊ້ລະບົບ ຂຶ້ນເທິງສຸດ
© ໒໐໐໙ - ໒໐໑໐ LaoDictionary.net XHTML | CSS ລະບົບຄຳສັບໂດຍ Glossword ໑.໘.໑໑