LaoDictionary.net | ວັດຈະນານຸກົມພາສາລາວ ເພື່ອຄົນລາວ.
ເກີດເປັນຄົນລາວ ຈົ່ງຮູ້ໃຊ້ພາສາລາວ ເຮົາຄົນລາວຖ້າບໍ່ໃຊ້ພາສາລາວ ແລ້ວຄົນຜູ່ໃດຈະມາໃຊ້ ພາສາເຮົາ?

ເກ ເທ ເຜ ເວ ເສ ເຫ
ຜົນການຊອກຫາ: 158 ໜ້າທີ 5 ຈາກທັງໝົດ 8 ໜ້າ
ເທີ
ສັ. ເປັນຄຳແທນຊື່ຂອງຜູ່ເວົ້ານຳ (ມັດຊິມະບຸຣຸດ)
ເທີຍ
(ເບິ່ງເທືອຍ)
ເທີ້ເລີ້
ວ. ເງີຍຂຶ້ນສູງ, ສູງ (ເບີດເທີ້ເລີ້)
ເທຶອ
ວ. ສຸກຫລາຍ, ສຸກຈົນງອມ.
ເທືອງ
ນ. ຕົ້ນໄມ້ແນວນຶ່ງ ຈຳພວກໄມ້ພຸ່ມ ລຳຕົ້ນຂະຫນາດດີ້ວມື ມີປໍຫມັ້ນ ໃຊ້ປໍສານເຄື່ອງມືຫາປາ.
ເທືອຍ
ນ. ຄົນທີ່ບໍ່ຜາກົດວ່າເປັນຍິງ ຫລື ຊາຍ, ຄົນທີ່ຖືກຕອນ.
ເທື່ອ
ນ. ຄັ້ງ, ຄາວ, ທີ່, ກ. ເປັນຄຳກິຣິຍານຸໂຍກປະກອບ ກັບ ກິຣິຍາບອກອະນາຄົຕການ ດັ່ງວ່າ: "ຢ່າຟ້າວໄປເທື່ອ, ຢ່າຟ້າວກິນເທື່ອ" ເປັນຕົ້ນ
ເທົາ
1. ນ. ພືດແນວນຶ່ງເກີດໃນນ້ຳ ເປັນເສັ້ນແລບສີຂຽວ 2. ວ. ລັກສະນະຂອງສີຫມົ່ນໆ ຫລື ສີໝອກ ຫລື ສີຂີ້ເທົ່າ ຮຽກວ່າສີເທົາ
ເທົ່າ
1. ນ. ຝຸ່ນທີ່ເກີດຈາກໄຟໄຫມ້. 2. ວ. ທໍ່, ສະເໝີກັນ.
ເທົ້າ
1. ນ. ດິນ 2. ກ. ຄ້ຳໄວ້, ຊູໄວ້, ເທົ້າສານ ນ. ຊື່ຕົ້ນໄມ້ແນວນຶ່ງ ຄືຕົ້ນຫວາຍ
ເທົ້າວັນເຖີ້ນ
ເປັນຄຳຕໍ່ທ້າຍປະໂຫຍກບອກຄຳໜ່ຽວວອນ ດັ່ງ "ທ່ານທັງຫລາຍ ຈົ່ງໄປຂໍເອົາຊ້າງມຸງຄຸນ ດອມພຣະຍາເວດສັນຕະຣະເຈົ້າ ໄດ້ແລ້ວຈົ່ງນຳມາ ເທົ້າວັນເຖີ້ນ" (ເວດສັນຕຣະ)
ເທເວດ
ນ. ເທວະດາຜູ່ໃຫຍ່ (ປ. ເທເວສ)
ເທ້ງ
ກ. ຕົກລົງຫລາຍ (ອາການຝົນຕົກຫລາຍ ວ່າຝົນເທ້ງລົງ). ວ. ຕີແທງ "ແໜງ ສູ້ທວຍທວງເທ້ງແທງຕົນຕາຍພ່ຳ" (ສິນໄຊ)
ເຜດ
ນ. ສັດເກີດໃນອະບາຍພູມພວກນຶ່ງ, ຜີຈຳພວກນຶ່ງ ມີຮູບຮ່າງຈ່ອຍໂຊຫນ້າຢ້ານ (ປ. ເປຕະ ແຕ່ຄຳວ່າເປຕະ ຫມາຍເຖິງເອົາວິນຍານຂອງຜູ່ຕາຍໄປ)
ເຜັດ
ນ. ຫມາກພິກ, ວ. ມີລົດຮ້ອນ.
ເຜີຍ
ກ. ໄຂອອກ, ປືດອອກ, ເບີຍ, ສະວ່າງ, ບໍ່ບັງ.
ເຜີຍແຜ່
ກ. ເຮັດໃຫ້ແຜ່ຫລາຍອອກ, ເຮັດໃຫ້ເຫັນແຈ້ງ.
ເຜີນ
ວ. ຕຶ້ນໆ, ແຜນ, ແປນ, ເຜີຍ.
ເຜີ່ນ
ວ. ເວໄປ, ເຈີດ, ໄປບໍ່ທ່ຽງ.
ເຜືອກ
ນ. ພືດທີ່ມີຫົວແນວນື່ງ ຕົ້ນ ແລະໃບ ຄືບອນ ໃຊ້ເປັນອາຫານ. 2 ວ. ຂາວ (ໃຊ້ສຳລັບຊ້າງຂາວວ່າ ຊ້າງເຜືອກ) 3 ນ. ໄມ້ໄຜ່ເປັນລິ້ວຖັກຕິດກັນໃຫ້ເປັນແຜ່ນ ສຳລັບກັນບໍ່ໃຫ້ປາໄປມາໄດ້.
ວັຈນານຸກົມພາສາລາວ ໂດຍ ມະຫາສິລາ ວີຣະວົງສ໌ LaoDictionary.net | ວັດຈະນານຸກົມພາສາລາວ, ລາວແປລາວ, ລາວແປອັງກິດ ແລະອັງກິດແປລາວ.
  ຄວາມເປັນມາ໑໐ ອັນດັບສົ່ງຄຳຕິຊົມເຂົ້າໃຊ້ລະບົບ ຂຶ້ນເທິງສຸດ
© ໒໐໐໙ - ໒໐໑໐ LaoDictionary.net XHTML | CSS ລະບົບຄຳສັບໂດຍ Glossword ໑.໘.໑໑