LaoDictionary.net | ວັດຈະນານຸກົມພາສາລາວ ເພື່ອຄົນລາວ.
ເກີດເປັນຄົນລາວ ຈົ່ງຮູ້ໃຊ້ພາສາລາວ ເຮົາຄົນລາວຖ້າບໍ່ໃຊ້ພາສາລາວ ແລ້ວຄົນຜູ່ໃດຈະມາໃຊ້ ພາສາເຮົາ?

ຫອ ຫະ ຫັ ຫາ ຫຳ ຫິ ຫີ ຫຶ ຫື ຫຸ ຫູ ຫົ ຫ່ ຫ້ ຫໍ
ຜົນການຊອກຫາ: 94 ໜ້າທີ 2 ຈາກທັງໝົດ 5 ໜ້າ
ຫິມະລັຍ - ຫິມະໄລ
ນ. ທີ່ຢູ່ຂອງນ້ຳຫມອກ, ຊື່ພູໃຫຍ່ທີ່ຢູ່ທາງທິດເຫນືອຂອງປະເທດອິນເດຍ
ຫິມະວັນ - ຫິມະພານ
ນ. ປ່ານ້ຳຫມອກ
ຫິຣັນ ຫິລັນ
ນ. ເງິນ (ສ. ຫະຣັນຍະ)
ຫິຣັນຍະບັດ - ຫິລັນຍະບັດ
ນ. ແຜ່ນເງິນທີ່ຂຽນຊື່ພຣະພິກຂຸຜູ່ໄດ້ຮັບເຖຣາພິເສກ, ຫລາບເງິນ (ສ.)
ຫິໂຕປະເທດ
ນ. ຫລັກອ້າງອັນເປັນປໂຍດ, ຫນັງສືນິທານສຸພາສິດທີ່ອ້າງເອື່ອຍແຕ່ສິ່ງທີ່ມີປະໂຫຍດ (ປ.)
ຫີ
ນ. ອະໄວຍະວະບ່ອນລັບບັງຂອງຜູ່ຍິງ ແລະ ສັດຕົວແມ່
ຫີຕາ
ນ. ຮູນ້ອຍໆບ່ອນກົກຕາ
ຫີນະ
ວ. ຊົ່ວ, ຕ່ຳຊ້າ, ນ້ອຍ, ຫີນະຍານ ນ. ເປັນຄຳທີຝ່າຍມະຫາຍານ ຄື ນິກາຍພຸທສາສນາ ຝ່າຍເຫນືອ ເອີ້ນ ນິກາຍພຸທສາສນາຝ່າຍໃຕ້ ເຊິ່ງຢູ່ ລັງກາ, ໄທ, ພະມ້າ, ລາວ ຂເມນ ວາ ນິກາຍຫີນະຍານ ແປວ່າ ຍານນ້ອຍ
ຫີ່
ກ. ປົກຫຸ້ມ, ຫຸ້ມໄວ້ດ້ວຍຜ້າ
ຫຶ - ຫື
ວ. ເປັນຄຳຕອບ ຫລື ຂານ ເມື່ອມີຜູ້ຮ້ອງ, ເປັນຄຳປະກອບຄຳຖາມ ດັ່ງ ແມ່ນແທ້ບໍ່ຫຶ!
ຫຶກ
ວ. ຫນາ, ບໍ່ບາງ, ບໍ່ແລບ, ມີປັນຍາປູ້
ຫື້
ວ. ເປັນຄຳປະຕິເສດບອກ ບໍ່ ດັ່ງ ບໍ່ໃຫ້, ບໍ່ໄດ້, ບໍ່ເຮັດ
ຫຸ່ນ
ນ. ຮູບ, ຮູບແບບ, ຮູບທີ່ຖ່າຍຈາກຂອງເດີມ, ຮູບປັ້ນ ຫລື ຄວັດ ເປັນເບົ້າໄວ້ຊົ່ວຄາວ, ຊື່ການຫລິ້ນມະໂຫຣະສົບ ທີ່ໃຊ້ຮູບສະແດງເປັນເລື່ອງ
ຫຸ້ນ
ວ. ຫ້ວນ, ສັ້ນເຂົ້າ
ຫູ
ນ. ອະວັຍວະສຳລັບຟັງສຽງ, ສ່ວນແຫ່ງສິ່ງຂອງທີ່ເຮັດໄວ້ສຳລັບຫິ້ວ, ແຂວນ ຫລື ຣູດ ດັ່ງ ຫູຫມໍ້ ເປັນຕົ້ນ.
ຫູກ
ນ. ເຄື່ອງຕ່ຳແຜ່ນແພ ທັງຟືມ ແລະ ເສັ້ນໄຫມ ຫລື ຝ້າຍ
ຫູກວາງ
ນ. ຊື່ຕົ້ນໄມ້ແນວນຶ່ງ ໃບໃຫຍ່ຄືຫູກວາງ ມີງ່າຕາກອອກ
ຫູກະຕ່າຍ
ນ. ຜ້າຜູກຄໍ ຄ້າຍຄື ຫູກະຕ່າຍ
ຫູຊ້າງ
ນ. ຊື່ເຂົ້າຫນົມແນວນຶ່ງ ເຮັດເປັນແຜ່ນບາງໆ ຂາງໄຟ, ຊື່ໄມ້ເຄືອແນວນຶ່ງໃບມົນຄືຫູຊ້າງ
ຫູຮາ
ນ. ໝໍເບີ່ງເລີກຍາມ, ໝໍທວາຍ, ຜູ່ຊຳນານໃນທາງດາລາສາດ (ປ. ໂຫຣາ)
ວັຈນານຸກົມພາສາລາວ ໂດຍ ມະຫາສິລາ ວີຣະວົງສ໌ LaoDictionary.net | ວັດຈະນານຸກົມພາສາລາວ, ລາວແປລາວ, ລາວແປອັງກິດ ແລະອັງກິດແປລາວ.
  ຄວາມເປັນມາ໑໐ ອັນດັບສົ່ງຄຳຕິຊົມເຂົ້າໃຊ້ລະບົບ ຂຶ້ນເທິງສຸດ
© ໒໐໐໙ - ໒໐໑໐ LaoDictionary.net XHTML | CSS ລະບົບຄຳສັບໂດຍ Glossword ໑.໘.໑໑