LaoDictionary.net | ວັດຈະນານຸກົມພາສາລາວ ເພື່ອຄົນລາວ.
ເກີດເປັນຄົນລາວ ຈົ່ງຮູ້ໃຊ້ພາສາລາວ ເຮົາຄົນລາວຖ້າບໍ່ໃຊ້ພາສາລາວ ແລ້ວຄົນຜູ່ໃດຈະມາໃຊ້ ພາສາເຮົາ?

ຫອ ຫະ ຫັ ຫາ ຫຳ ຫິ ຫີ ຫຶ ຫື ຫຸ ຫູ ຫົ ຫ່ ຫ້ ຫໍ
ຜົນການຊອກຫາ: 94 ໜ້າທີ 4 ຈາກທັງໝົດ 5 ໜ້າ
ຫົວພັນ
1). ນ. ຕຳແຫນ່ງນາຍທະຫານບູຮານ ທໍ່ກັບນາຍພັນ, ຜູ່ຊ່ອຍກອງເສນາຫລວງໃນສມັຍບູຮານ, ຊື່ແຂວງນຶ່ງຢູ່ພາກເຫນືອຂອງປະເທດລາວ ຮຽກ ແຂວງຫົວພັນ; 2). ຈຳນວນເລກທີ່ມີແຕ່ 4 ໂຕ ດັ່ງ 1000, 2000, 3000 ເປັນຕົ້ນ ຮຽກວ່າ More…
ຫົວລົມ
ນ. ຕົ້ນລະດູຫນາວ
ຫົວລ້ານ
ນ. ຫົວທີ່ບໍ່ມີຜົມຫລາຍ
ຫົວລ້ຽວ
ນ. ບ່ອນຈະງໍ ຫລື ຂຶ້ນຕົ້ນໃຫມ່
ຫົວລ້ຽວຫົວຕໍ່
ນ. ເຫດການສຳຄັນທີ່ຢູ່ລະຍະຕໍ່ກັນ ຖືວ່າເປັນຫວ່າງສຳຄັນ
ຫົວສິບ
ນ. ຈຳນວນເລກທີ່ມີແຕ່ 2 ໂຕ ດັງ 10, 20, 30
ຫົວຫງອກ
ນ. ຫົວທີ່ມີຜົມຂາວ
ຫົວຫນ່ວຍ
ນ. ຈຳນວນເລກທີ່ມີແຕ່ 1 ໂຕ ດັ່ງ 1, 2, 3, 4, 5
ຫົວຫນ້າ
ຜູ່ອອກຫນ້າ, ນາຍຂອງຫມູ່, ຜູ່ເປັນໃຫຍ່ກວ່າຫມູ່
ຫົວຫມື່ນ
ນ. ຈຳນວນເລກທີ່ມີ 5 ໂຕ ດັ່ງ 30000, 40000
ຫົວຫມົກ
ນ. ຫົວໃຈ
ຫົວອົກ
ຍອດອົກ, ຈິດໃຈ
ຫົວຮ້ອຍ
ນ. ຈຳນວນເລກທີ່ມີ 3 ໂຕ ດັ່ງ 100, 200, 300
ຫົວເນົ່າ
ນ. ສ່ວນຮ່າງກາຍແຕ່ໃຕ້ທ້ອງນ້ອຍລົງໄປ, ໂມມ
ຫົວເບັ້ຽ - ຫົວໂບກ
ນ. ຄົນຜູ່ເປັນເຈົ້າມີຈ່າຍເງິນໃນວົງການພະນັນ
ຫົວແສນ
ນ. ຈຳນວນເລກທີ່ມີແຕ່ 6 ໂຕ ດັ່ງ 100,000 - 200,000
ຫົວໂລ້ນ
ນ. ຫົວທີ່ແຖຜົມອອກ
ຫົວໃຈ
ນ. ອະໄວຍະວະສຳລັບດຽກເລືອດໃຫ້ແລ່ນໄປຕາມຮ່າງກາຍ, ສິ່ງທີ່ມີຫນ້າທີ່ຮູ້ຄິດ ແລະ ລະນຶກ, ສ່ວນສຳຄັນ ຫລື ໃຈກາງແຫ່ງສິ່ງຕ່າງໆ, ອັກສອນຫຍໍ້ຂອງຂໍ້ຄວາມຕ່າງໆ ນິຍົມວ່າເປັນຂອງດີ ດັ່ງ ຫົວໃຈເຜດ ວ່າ ທຸ ສະ ນະ ໂສ, More…
ຫ່າ
ນ. ເທື່ອ, ຄັ້ງ, ຈຳນວນຜົນຕົກເທື່ອນຶ່ງໆ
ຫ່າງ
ວ. ຍະອອກໄກກັນ, ໄກ, ບໍ່ຕິດກັນ, ຫ່ງເຫີນກັນໄປ, ໄກກັນໄປ, ບໍ່ຄຸ້ນກັນດັ່ງແຕ່ເກົ່າ
ວັຈນານຸກົມພາສາລາວ ໂດຍ ມະຫາສິລາ ວີຣະວົງສ໌ LaoDictionary.net | ວັດຈະນານຸກົມພາສາລາວ, ລາວແປລາວ, ລາວແປອັງກິດ ແລະອັງກິດແປລາວ.
  ຄວາມເປັນມາ໑໐ ອັນດັບສົ່ງຄຳຕິຊົມເຂົ້າໃຊ້ລະບົບ ຂຶ້ນເທິງສຸດ
© ໒໐໐໙ - ໒໐໑໐ LaoDictionary.net XHTML | CSS ລະບົບຄຳສັບໂດຍ Glossword ໑.໘.໑໑