LaoDictionary.net | ວັດຈະນານຸກົມພາສາລາວ ເພື່ອຄົນລາວ.
ເກີດເປັນຄົນລາວ ຈົ່ງຮູ້ໃຊ້ພາສາລາວ ເຮົາຄົນລາວຖ້າບໍ່ໃຊ້ພາສາລາວ ແລ້ວຄົນຜູ່ໃດຈະມາໃຊ້ ພາສາເຮົາ?

ຫອ ຫະ ຫັ ຫາ ຫຳ ຫິ ຫີ ຫຶ ຫື ຫຸ ຫູ ຫົ ຫ່ ຫ້ ຫໍ
ຜົນການຊອກຫາ: 94 ໜ້າທີ 3 ຈາກທັງໝົດ 5 ໜ້າ
ຫູເສືອ
ນ. ຊື່ຜັກແນວນຶ່ງ ຄືຫູຂອງເສືອ ໃບຫນາ ແລະ ຜ່ອຍ ກິ່ນຂິວ
ຫູ່
ວ. ຫຍຸ້ງເຂົາ, ຫຍໍ່
ຫູໜວກ
ນ. ຫູທີ່ພິການ ບໍ່ໄດ້ຍິນສຽງ
ຫູໜູ
ນ. ຊື່ເຫັດແນວນຶ່ງ ເກີດຕາມຂອນໄມ້ ສີມຸມ ເປັນຫນັງ ຄືຫູຫນູ
ຫົກ
ວ. ຈຳນວນຫ້າສົມກັບນຶ່ງ, ເລກ 6
ຫົວ
1). ກ. ເບ່ງສຽງອອກມາໃນເມືອ່ຮູ້ວ່າມີຄວາມມ່ວນຊື່ນ ຫລື ກະດຽມ ໂດຍບໍ່ມີຄວາມຫມາຍ ເປັນຄູ່ກັບໄຫ້; 2). ນ. ສ່ວນຂອງຮ່າງກາຍຟາກຄໍຂຶ້ນໄປ, ຕົ້ນຫລືສ່ວນຢູ່ໃຕ້ດິນຂອງຫນໍ່ແນວ ຈຳພວກມັນ ແລະ ຜັກ ດັ່ງ ຫົວຜັກບົ່ວ, More…
ຫົວກຸດ
ນ. ຊື່ລົມທີ່ເກີດຂຶ້ນແລ້ວພັດວົນໄປມາ ແລະ ເປັນເລົາທັ່ງຂຶ້ນ
ຫົວຂວັ້ນ
ນ. ສ່ວນຂອງຫມາກ ຫລື ດອກ ແລະ ໃບໄມ້ທີ່ຕິດຢູ່ກັບກ້ານ, ສ່ວນຂອງຫນັງສີທີ່ມີຂໍ້ຄວາມຢ່າງດຽວກັນກັບສ່ວນທີ່ຈີກອອກ
ຫົວຂໍ້
ນ. ຕົ້ນເຣື່ອງ, ໃຈຄວາມສຳຄັນ, ສ່ວນສຳຄັນຂອງເຣື່ອງ
ຫົວຄຶດ
ນ. ຄວາມຄຶດ, ປັນຍາ
ຫົວຄ່ຳ
ນ. ເວລາຍັງບໍ່ທັນເດິກ, ເວລາຫາກໍ່ຄ່ຳ
ຫົວດື້
ວ. ບອກຍາກ, ສອນຍາກ
ຫົວທີ
ນ. ເວລາຕົ້ນ, ເວລາທຳອິດ
ຫົວທຽນ
ນ. ສ່ວນປະກອບເຄື່ອງຍົນ ທຳໃຫ້ເກີດແສງໄຟ ເພື່ອສຸມກ໊າດໃຫ້ແຕກ
ຫົວນອນ
ນ. ດ້ານຂອງທິດທີ່ນອນຫັນຫົວໄປທາງນັ້ນ ສ່ວນຫລາຍແມ່ນທິດເຫນືອ ເອີ້ນ ທິດຫົວນອນ ທິດໃຕ້ ແມ່ນທິດປາຍຕີນ
ຫົວນົມ
ນ. ຂອງເຮັດດ້ວຍຢາງຄືຫົວນົມໃຫ້ເດັກດູດ
ຫົວນ້ຳ
ນ. ນ້ຳຫວານທີ່ຢູ່ໃນຮວງເຜີ້ງ
ຫົວບົວ
ນ. ຊື່ໂກດແນວນຶ່ງ ເປັນເຄື່ອງຢາ
ຫົວປວກ
ນ. ຮັງປວກທີ່ພົ້ນດິນຂຶ້ນມາ ເປັນໂພນນ້ອຍໆ
ຫົວປີ
ນ. ຕົ້ນປີ
ວັຈນານຸກົມພາສາລາວ ໂດຍ ມະຫາສິລາ ວີຣະວົງສ໌ LaoDictionary.net | ວັດຈະນານຸກົມພາສາລາວ, ລາວແປລາວ, ລາວແປອັງກິດ ແລະອັງກິດແປລາວ.
  ຄວາມເປັນມາ໑໐ ອັນດັບສົ່ງຄຳຕິຊົມເຂົ້າໃຊ້ລະບົບ ຂຶ້ນເທິງສຸດ
© ໒໐໐໙ - ໒໐໑໐ LaoDictionary.net XHTML | CSS ລະບົບຄຳສັບໂດຍ Glossword ໑.໘.໑໑