LaoDictionary.net | ວັດຈະນານຸກົມພາສາລາວ ເພື່ອຄົນລາວ.
ເກີດເປັນຄົນລາວ ຈົ່ງຮູ້ໃຊ້ພາສາລາວ ເຮົາຄົນລາວຖ້າບໍ່ໃຊ້ພາສາລາວ ແລ້ວຄົນຜູ່ໃດຈະມາໃຊ້ ພາສາເຮົາ?

ຫອ ຫະ ຫັ ຫາ ຫຳ ຫິ ຫີ ຫຶ ຫື ຫຸ ຫູ ຫົ ຫ່ ຫ້ ຫໍ
ຜົນການຊອກຫາ: 94 ໜ້າທີ 5 ຈາກທັງໝົດ 5 ໜ້າ
ຫ້າ
ວ. ຈຳນວນ ສີ່ ສົມກັບນຶ່ງ, ເລກ 5
ຫໍ
ນ. ເຮືອນມີຫລັງຄາເປັນຍອດ, ເຮືອນຢູ່ຂອງເຈົ້ານາຍ, ເຮືອນທີ່ໃຊ້ຈຳເພາະກິດຢ່າງໃດຢ່າງນຶ່ງ ດັ່ງ ຫໍສົງ, ຫໍລະຄັງ, ຫໍກອງ ເປັນຕົ້ນ
ຫໍຄອຍ
ນ. ເຮືອນສູງ ປຸກໄວ້ສຳລັບເບີ່ງເຫດການໃນທີ່ໄກ.
ຫໍຄຳ
ນ. ເຮືອນຢູ່ຂອງພະເຈົ້າແຜ່ນດິນ.
ຫໍຜາສາດ
ນ. ເຮືອນທີ່ມີຫລັງຄາເປັນຍອດແຫລມ, ເຮືອນຂອງພຣະເຈົ້າແຜ່ນດິນ ຫລື ເທວະດາ.
ຫໍຜີ
ນ. ເຮືອນນ້ອຍ ທີ່ປຸກໃຫ້ຜີຢູ່
ຫໍພະເມມ
ນ. ບ່ອນເຜົາສົບຂອງຜູ່ມີຍົດສັກສູງ (ເມຣຸ)
ຫໍຣະຄຸນ - ຫໍລະຄຸນ
ນ. ວັນທີ່ຕື່ມໃຫ້ຫລາຍຂຶ້ນ ຄື ເກນວັນແຕ່ມື້ຕັ້ງຈຸລສັກຣາດມາ
ຫໍຣະດານ - ຫໍລະດານ
ນ. ແຮ່ຊະນິດນຶ່ງ ປະກອບດ້ວຍທາດສານຫນູ ແລະ ມາດ ມີສີແດງອົມເຫລືອງໃຊ້ຂຽນລາຍ ແລະ ແຕ້ມຮູບເປັນຕົ້ນ ”ຫນ້າມຸ້ຍແຫ້ມ ຄືສິ່ງຫໍຣະດານ” (ສິນໄຊ)
ຫໍຣະດີ - ຫໍລະດີ
ນ. ທິດຕາເວັນຕົກສ່ຽງໃຕ້
ຫໍໄຕ
ນ. ເຮືອນປຸກໄວ້ສຳລັບໃສ່ຫນັງສືພຣະໄຕປີດົກ
ຫໍ່
ກ. ຫຸ້ມດ້ວຍໃບໄມ້ ຫລື ເຈ້ຍ ເປັນຕົ້ນ, ລກສນະນາມໃຊ້ຮຽກສິ່ງທີ່ຫຸ້ມດ້ວຍໃບໄມ້ເປັນຕົ້ນວ່າ ຫໍ່ນຶ່ງ, ສອງຫໍ່
ຫໍ່ເຂົ້າ
ນ. ປະເພນີບຸນຢ່າງນຶ່ງ ນິຍົມເຮັດໃນເດືອນມື້ດັບ ເດືອນເກົ້າ ແລະ ມື້ເພັງເດືອນສິບ ຖ້າເຮັດເດືອນເກົ້າ ເອີ້ນວ່າ ຫໍ່ເຂົ້າປະດັບດິນ ຖ້າເຮັດເດືອນສິບ ເອີ້ນວ່າ ຫໍ່ເຂົ້າສລາກ (ເຂົ້າສະຫລາກ)
ຫໍ້
1). ນ. ຊື່ຄົນຊາດຈີນ ຢູ່ໃນແຂວງຍູນານ ຕໍ່ແດນປະເທດລາວ, ຊື່ມັນແນວນຶ່ງ ເອີ້ນວ່າ ມັນຫໍ້; 2). ນ. ຮອຍເລືອດແຂ້ນ ແລະ ຊ້ຳ ຢູ່ໃນຮ່າງກາຍ ເພາະຖຶກຄ້ອນຕີ ເປັນຕົ້ນເອີ້ນວ່າ ຫໍ້ເລືອດ; 3). ແລ່ນເຕັມຢຽດ.
ວັຈນານຸກົມພາສາລາວ ໂດຍ ມະຫາສິລາ ວີຣະວົງສ໌ LaoDictionary.net | ວັດຈະນານຸກົມພາສາລາວ, ລາວແປລາວ, ລາວແປອັງກິດ ແລະອັງກິດແປລາວ.
  ຄວາມເປັນມາ໑໐ ອັນດັບສົ່ງຄຳຕິຊົມເຂົ້າໃຊ້ລະບົບ ຂຶ້ນເທິງສຸດ
© ໒໐໐໙ - ໒໐໑໐ LaoDictionary.net XHTML | CSS ລະບົບຄຳສັບໂດຍ Glossword ໑.໘.໑໑